18 ເມສາ ຢູ່ປະເທດ ລາວ ບໍ່ມີຜູ້ຕິດເຊື້ອໄຂ້ຍຸງລາຍ
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ເມສາ 2021, ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ ແລະ ບໍ່ມີຜູ້ເສຍຊີວິດ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 18 ເມສາ 2021, ສປປ ລາວ ບໍ່ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ ແລະ ບໍ່ມີຜູ້ເສຍຊີວິດ.
ໃນວັນທີ 23 ມີນາ 2021, ສປປ.ລາວ ພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ ຈົ່ງຮ່ວມໃຈກັນ ທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍ.
ສຳລັບໄຂ້ຍຸງລາຍປະຊາຊົນລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 5ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມ ສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ປັດຈຸບັນ ສະພາບການລະບາດຂອງ ພະຍາດໄຂ້ຍຸງລາຍ ໃນຂອບເຂດທົ່ວປະເທດ ຍັງມີການເພີ່ມຂຶ້ນ ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 23 ກັນຍາ 2020 ນີ້, ມີຜູ້ຕິດເຊື້ອ 6.611 ຄົນ, ເສຍຊີວິດ 12 ຄົນ, ໃນນັ້ນ ແຂວງທີ່ຕິດເຊື້ອຫລາຍ ກວ່າໝູ່ແມ່ນນະຄອນຫລວງວຽງຈັນ 1.546 ຄົນ, ແຂວງ ບໍລິຄຳໄຊ 731 ຄົນ; ແຂວງ ບໍ່ແກ້ວ 659 ຄົນ ແລະ ແຂວງວຽງຈັນ 655 ຄົນ.
ປັດຈຸບັນສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ຢູ່ຫລາຍແຂວງ ໃນທົ່ວປະເທດແມ່ນມີທ່າອ່ຽງມເພີ່ມຂຶ້ນນັບແຕ່ຕົ້ນເດືອນມັງກອນ ຫາ ເດືອນມິຖຸນາ 2019 ນີ້, ມີຜູ້ຕິດເຊື້ອ 4.550 ຄົນ, ເສຍຊີວິດ 28 ຄົນ, ໃນນັ້ນແຂວງທີ່ຕິດເຊື້ອຫລາຍກວ່າໝູ່ແມ່ນແຂວງຈຳປາສັກ 2.532 ຄົນ ເສຍຊີວິດ 5 ຄົນ.
ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍ 10.778 ກໍລະນີ ເສຍຊີວິດ 25 ກໍລະນີ ໃນນີ້ ສະເພາະຢູ່ນະຄອນຫຼວງວຽງຈັນ 6 ເດືອນຕົ້ນປີ ມີຕົວເລກສະສົມທັງໝົດ 1.978 ກໍລະນີ ເສຍຊີວິດ 6 ກໍລະນີ. ອີງຕາມການລາຍງານຂອງກະຊວງສາທາລະນະສຸກ ໄດ້ລາຍງານຕົວເລກກໍລະນີ ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃນທົ່ວປະເທດ ໃນວັນທີ 4 ກໍລະກົດ 2019 ມີຈຳນວນເພີ່ມຂຶ້ນເປັນ 10.990 ກໍລະນີ ແລະ ເສຍຊີວິດ 25 ກໍລະນີແລ້ວ, ສະເພາະຕົວເລກຜູ້ທີ່ມີເຊື້ອໄຂ້ຍຸງລາຍ ຢູ່ ນະຄອນຫລວງວຽງຈັນ ມີ 1.978 ຄົນ ແລະ ເສຍຊີວິດ 6 ຄົນ. ສຳລັບຄົນເຈັບທີ່ໄດ້ເຂົ້າມາປິ່ນປົວຢູ່ທີ່ໂຮງໝໍເສດຖາທິລາດ ມີ 298 ຄົນ ແລະ ຍັງບໍ່ທັນມີຕົວເລກທີ່ເສຍຊີວິດ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາແມ່ນເພີ່ມຂຶ້ນ 123 ຄົນ.