|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.(ພາບ:ຂປລ)
ທັງນີ້, ກໍເພື່ອປຶກສາຫາລື ແລກປ່ຽນບົດຮຽນວິທີການ, ກົນໄກການຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກ ໃນໄລຍະ II ເຂົ້າໃນວຽກງານຕົວຈິງ ເພື່ອຊອກໃຫ້ໄດ້ດ້ານດີ, ດ້ານອ່ອນ, ສິ່ງທ້າທາຍໃນໄລຍະຜ່ານມາ ພ້ອມທັງສະເໜີວິທີການ, ມາດຕະການຕໍ່ໜ້າ ເພື່ອໃຫ້ການຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກໃນອະນາຄົດໃຫ້ດີກວ່າເກົ່າ, ສາມາດຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ ໃນແຕ່ລະໄລຍະ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ກະຊວງສາທາລະນະສຸກ ໄດ້ເລີ່ມຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກມາແຕ່ປີ 2013 ໂດຍແບ່ງອອກເປັນ 3 ໄລຍະ ທີ່ມີຈຸດປະສົງ ໃນແຕ່ລະໄລຍະຕ່າງກັນ. ຈາກການປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກໃນໄລຍະ I (2013-2015) ພວກເຮົາສາມາດຊຸກແຮງການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ VII ທີ່ຜ່ານມາສາມາດບັນລຸໄດ້ຫລາຍຄາດໝາຍ MDGs.
ປັດຈຸບັນ, ກະຊວງສາທາລະນະສຸກກຳລັງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ II (2016-2020) ໂດຍມີຈຸດປະສົງ ເລັ່ງໃສ່ການປັບປຸງຄຸນນະພາບຂອງການບໍລິການ ໃຫ້ມີຄຸນນະພາບ ແລະ ປັບປຸງ, ຂະຫຍາຍປະກັນສຸຂະພາບແຫ່ງຊາດ ເພື່ອໃຫ້ປະຊາກອນສ່ວນຫລາຍ ໄດ້ເຂົ້າເຖິງການບໍລິການຮັກສາສຸຂະພາບ ດ້ວຍຫລັກປະກັນສຸຂະພາບທົ່ວປວງຊົນ,ພ້ອມທັງກະກຽມປັບປຸງຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ III ທີ່ມີຈຸດປະສົງ ເລັ່ງໃສ່ການບັນລຸການປົກຄຸມການບໍລິການຮັກສາສຸຂະພາບດ້ວຍຫລັກປະກັນສຸຂະພາບທົ່ວປວງຊົນຢ່າງສົມບູນ.
ໃນປີ 2018 ຜ່ານມາກະຊວງສາທາລະນະສຸກພາຍໃຕ້ທຶນສະໜັບສະໜູນຂອງທະນາຄານພັດທະນາອາຊີ ໄດ້ອະນຸມັດງົບປະມານຈຳນວນໜຶ່ງໃຫ້ແຂວງ ອຸດົມໄຊ, ຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ເຮັດທົດລອງການຜັນຂະຫຍາຍຍຸດທະສາດ ປະຕິຮູບສາທາລະນະສຸກ ແລະ ວຽກງານສາມສ້າງຢູ່ຂັ້ນແຂວງ ໂດຍສຸມໃສ່ວຽກງານການບໍລິຫານຄຸ້ມຄອງ ແລະ ການປັບປຸງຄຸນນະພາບ ຂອງການບໍລິການດ້ານສາທາລະນະສຸກ.
ທ່ານ ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ຢູ່ສູນກາງ ແລະ ທ້ອງຖິ່ນ ມີຄວາມເຂົ້າໃຈບໍ່ເປັນເອກະພາບກັນ ກ່ຽວກັບການສ້າງແຜນຕາມປົກກະຕິ ແລະ ຍຸດທະສາດປະຕິຮູບສາທາລະນະສຸກ ເຮັດໃຫ້ເກີດຄວາມສັບສົນໃນພາກປະຕິບັດ ໂດຍສະເພາະໃນການສ້າງໂຄງການ, ກິດຈະກຳ ແລະ ການຈັດສັນງົບປະມານ. ນອກຈາກນີ້, ການລົງຕິດຕາມກວດ ກາຊຸກຍູ້ ແລະ ປະເມີນຜົນຂອງສູນກາງ ຕໍ່ກັບການຜັນຂະຫຍາຍຍຸດທະສາດ ການປະຕິຮູບສາທາ ລະນະສຸກ ແລະ ວຽກງານສາມສ້າງຢູ່ຂັ້ນທ້ອງຖິ່ນ ຍັງບໍ່ທັນເປັນລະບົບຕໍ່ເນື່ອງ ເຮັດໃຫ້ການຈັດຕັ້ງປະຕິບັດຢູ່ບັນດາແຂວງ ແລະ ເມືອງ ຍັງບໍ່ທັນເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດດີເທົ່າທີ່ຄວນ.
(ແຫຼ່ງຂໍ້ມູນ: ຂປລ)