ລັດຖະມົນຕີກະຊວງສາທາລະນະສຸກ ດາວຮົງລານ: ການໃຫ້ບໍລິການດ້ານສຸຂະພາບທີ່ຄົບຖ້ວນສຳລັບປະຊາຊົນ, ເລີ່ມຕົ້ນແຕ່ຫົວທີ, ຈາກໄລຍະໄກ, ແລະ ໃນຮາກຖານ

ລັດຖະມົນຕີກະຊວງສາທາລະນະສຸກ ດາວຮົງລານ: ການໃຫ້ບໍລິການດ້ານສຸຂະພາບທີ່ຄົບຖ້ວນສຳລັບປະຊາຊົນ, ເລີ່ມຕົ້ນແຕ່ຫົວທີ, ຈາກໄລຍະໄກ, ແລະ ໃນຮາກຖານ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນແຕ່ວັນທີ 19-25 ມັງກອນ 2026. ທ່ານນາງ ດາວຮົ່ງລານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂ່າວເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 72-NQ/TW ລົງວັນທີ 9 ກັນຍາ 2025 ຂອງກົມການເມືອງ, ພ້ອມກັບວິທີແກ້ໄຂທີ່ສຳຄັນເພື່ອແກ້ໄຂບັນຫາທີ່ຕິດຂັດມາດົນນານໃນຂະແໜງສາທາລະນະສຸກ, ໂດຍໄດ້ປ່ຽນຈາກແນວຄິດ "ປິ່ນປົວ" ໄປສູ່ການດູແລສຸຂະພາບທີ່ຮອບດ້ານຕະຫຼອດວົງຈອນຊີວິດ, ໂດຍຖືປະຊາຊົນເປັນໃຈກາງ.

ການພັດທະນາສາທາລະນະສຸກ ແລະ ການສຶກສາຈະປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງຫວຽດນາມ

ການພັດທະນາສາທາລະນະສຸກ ແລະ ການສຶກສາຈະປະກອບສ່ວນຍົກສູງທີ່ຕັ້ງສາກົນຂອງຫວຽດນາມ

ຍສໝ -​ ທ່ານນາງ ເຈິ່ນເຟືອງລຽນ, ຫົວໜ້າຜູ້ຕາງໜ້າຂອງ REI (ອາເມລິກາ) ປະຈຳຫວຽດນາມ, ໄດ້ປະເມີນວ່າ ການປ່ຽນແປງໃນທາງບວກໃນຂົງເຂດສາທາລະນະສຸກ ແລະ ການສຶກສາ ພວມປະກອບສ່ວນຢ່າງຫຼວງຫຼາຍຕໍ່ການຍົກສູງບົດບາດ ແລະ ຊື່ສຽງຂອງຫວຽດນາມໃນເວທີສາກົນ. ວິທີການພັດທະນາທີ່ເນັ້ນໃສ່ປະຊາຊົນເປັນໃຈກາງ ໄດ້ປັບປຸງຄຸນນະພາບຊີວິດພາຍໃນປະເທດ ແລະ ເຮັດໃຫ້ຫວຽດນາມມີຄວາມໜ້າສົນໃຈຫຼາຍຂຶ້ນສຳລັບການຮ່ວມມືສາກົນ.

ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ຫວຽດນາມ ເພີ່ມທະວີການຮ່ວມມື ແລະ ບຳລຸງສ້າງຊັບພະຍາກອນມະນຸດໃນຂະແໜງສາທາລະນະສຸກ ຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ຍສໝ - ໃນວັນ​ທີ 27 ມິຖຸນາ​ນີ້, ຢູ່​ມະຫາວິທະຍາ​ໄລ​ແພດສາດ ​ແລະ ການ​ຢາ ​ໄທ​ບິ່ງ ​ໄດ້​ຈັດ​ພິທີປະດັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໂດຍ​ທ່ານ​ປະທານ​ປະ​ເທດ ​ສປປ ລາວ ມອບ.

ຫວຽດນາມ ​ແລະ WHO ຮ່ວມ​ມື​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ສາທາລະນະ​ສຸກ​ໃໝ່

ຫວຽດນາມ ​ແລະ WHO ຮ່ວມ​ມື​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ສາທາລະນະ​ສຸກ​ໃໝ່

ຍສໝ - ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ພະ​ຍາດ​ຄື COVID-19 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ແບບ​ຍືນ​ຍົງ​ຂອງ​ຮູບ​ແບບ​ການ​ພັດ​ທະ​ນາ​ໃນ​ໂລກ​ໃນ​ທຸກ​ວັນ​ນີ້. ດ້ວຍ​ເຫດ​ນັ້ນ, ມັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ແມ່ນ​ຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນ​ທີ່​ຈະ​ສຸມ​ແຫຼ່ງກຳລັງ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແບບ​ຍືນ​ຍົງ​ໃນ​ອະນາຄົດ.

ຂະແໜງສາທາລະນະສຸກແມ່ນເສົາຄ້ຳສຳຄັນໃນວຽກງານຕ້ານໂລກລະບາດ

ຂະແໜງສາທາລະນະສຸກແມ່ນເສົາຄ້ຳສຳຄັນໃນວຽກງານຕ້ານໂລກລະບາດ

ຕອນບ່າຍວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ມີການພົບປະເຮັດວຽກກັບນັກວິທະຍາສາດ, ບັນດາສາດສະດາຈານ, ທ່ານໝໍ, ການນຳ, ອະດີດການນຳບັນດາໂຮງໝໍ, ມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາການແພດ-ການຢາ, ຜູ້ຕາງໜ້າສະພາວິທະຍາສາດ ແລະ ບັນດາອົງການຄຸ້ມຄອງວິທະຍາສາດຂະແໜງສາທາລະນະສຸກ ຈຳນວນ 70 ຄົນ. ເຂົ້າຮ່ວມທາງອອນລາຍຢູ່ສະຖານທີ່ນະຄອນໂຮ່ຈິມິນ ມີທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ.

ລາວ-ຍີ່ປຸ່ນ ຮ່ວມມືພັດທະນາຊັບພະຍາກອນມະນຸດດ້ານສາທາລະນະສຸກ

ລາວ-ຍີ່ປຸ່ນ ຮ່ວມມືພັດທະນາຊັບພະຍາກອນມະນຸດດ້ານສາທາລະນະສຸກ

ທ້າຍ​ເດືອນ ​ພະຈິກ 2020 ຜ່ານມາ, ຢູ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນ ບົດບັນທຶກການຮ່ວມມື ໃນຂະແໜງການສາທາລະນະສຸກ ​ໂດຍ​ການ​ຮ່ວມ​ລົງ​ນາມ ລະຫວ່າງ ທ່ານ ເຄໂສ ທາເກວາກະ, ເອກອັກຄະລາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ​ເຊິ່ງບົດບັນທຶກດັ່ງກ່າວນີ້, ລາວ ແລະ ຍີ່ປຸ່ນຈະສົ່ງເສີມການຮ່ວມມື ໃນຂະແໜງການພັດທະນາ ຊັບພະຍາ ກອນມະນຸດ, ການເງິນເພື່ອສຸຂະພາບ, ການບໍລິການ ແລະ ການປັບປຸງຄຸນະພາບການປິ່ນປົວ,  ກົງຈັກການຄຸ້ມຄອງ ສາທາລະນະສຸກ ແລະ ການບໍລິຫານ ແລະ ລະບົບຂໍ້ມູນ ດ້ານສຸຂະພາບ.

ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສາທາລະນະສຸກ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41

ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພດ້ານສາທາລະນະສຸກ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41

ຍສໝ - ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ຮຽກຮ້ອງໃຫ້ອະນຸກຳມະການອາຊຽນດ້ານຄວາມໝັ້ນຄົງ - ສາທາລະນະສຸກ ອາຊຽນ 2020 ຕ້ອງເປັນເອກະພາບໃນການຮັບຮູ້ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານສຸຂະອະນາໄມມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ.    

ເກືອບ 50% ຂອງປະຊາກອນໂລກທີ່ຍັງບໍ່ເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານ

ເກືອບ 50% ຂອງປະຊາກອນໂລກທີ່ຍັງບໍ່ເຂົ້າເຖິງການບໍລິການສາທາລະນະສຸກຂັ້ນພື້ນຖານ

ຍສໝ - ວັນທີ 22 ກັນຍາ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມຄ່າໃຊ້ຈ່າຍ ໃນການຮັກສາສຸຂະພາບຂັ້ນຕົ້ນຂຶ້ນຕືື່ມອີກ ໜ້ອຍສຸດບໍ່ໃຫ້ຫຼຸດ 1% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເພື່ອຂະຫຍາຍຂອບເຂດການປະກັນໄພສຸຂະພາບ ແລະ ຊ່ວຍເຫຼືອຄົນເຈັບທີ່ມີຖານະຍາກຈົນ.

ໄຂກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ຢູ່ ຊຽມຣຽບ ປະເທດ ກຳປູເຈຍ

ໄຂກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ຢູ່ ຊຽມຣຽບ ປະເທດ ກຳປູເຈຍ

ຍສໝ - ໃນຕອນເຊົ້າວັນທີ 29 ສິງຫາ 2019, ກອງປະຊຸມລັດຖະມົນຕີ ສາທາລະນະສຸກ ອາຊຽນ ຄັ້ງທີ 14 ໄດ້ໄຂຂຶ້ນ ຢູ່ ນະຄອນຊຽມຣຽບ ປະເທດ ກຳປູເຈຍ.

ລາວ: ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ປັບ­ປຸງ​ຄຸນ​ນະ​ພາບ ການ​ຮັກ­ສາ​ສຸ­ຂະ­ພາບ

ລາວ: ສ້າງ​ຄວາມ​ເຂັ້ມ­ແຂງ​ໃນ​ລະ­ບົບ​ການ​ປັບ­ປຸງ​ຄຸນ​ນະ​ພາບ ການ​ຮັກ­ສາ​ສຸ­ຂະ­ພາບ

ເມື່ອບໍ່ດົນມານີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືການປັບປຸງຄຸນນະພາບການບໍລິການ ໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເປັນປະທານ ແລະ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ພ້ອມກັນພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພັດທະນາລະບົບສາທາລະນະສຸກຢູ່ ລາວ ໃຫ້ທຽບເທົ່າສາກົນ

ພັດທະນາລະບົບສາທາລະນະສຸກຢູ່ ລາວ ໃຫ້ທຽບເທົ່າສາກົນ

ພິ­ທີ​ລົງ​ນາມ​ສັນ­ຍາ​ກ່ຽວ​ກັບ​ການ​ສະ­ໜັບ­ສະ­ໜູນ​ທາງ​ການ​ເງິນ​ໃຫ້​ເຄືອ​ບໍ­ລິ­ສັດ ບາງ­ກອກ​ເຊນ ຮອສ​ປີ​ໂທ ຈຳ­ກັດ (ມະຫາ­ຊົນ) ສຳ­ລັບ​ການ​ກໍ່­ສ້າງ​ໂຮງ­ໝໍ​ກະ­ເສມ​ຣາດ ອິນ​ເຕີ​ເນ​ຊັນ​ແນວ​ ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 14 ມີ​ຖຸ​ນາ 2019 ຢູ່​ນະຄອນຫຼວງວຽງຈັນ.

ສະຫລຸບການຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກຢູ່ຂັ້ນແຂວງ

ສະຫລຸບການຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກຢູ່ຂັ້ນແຂວງ

ເມື່ອມໍ່ໆມານີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ກະຊວງ​ສາທາລະນະ​ສຸກ​ໄດ້​ຈັດ​ກອງ​ປະຊຸມ ສະຫລຸບ​-ຖອດ​ຖອນ​ບົດຮຽນ ການ​ຜັນ​ຂະຫຍາຍຍຸດ​ທະ​ສາດ ປະຕິ​ຮູບ​ສາທາລະນະ​ສຸກ ຢູ່​ຂັ້ນ​ແຂວງ ​ໃນ​ປີ 2018 ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ແຜນການ​ໃນ​ຕໍ່ໜ້າ.

ສ້າງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນ 2020

ສ້າງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນ 2020

ຍສໝ - ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກອາຊຽນ 2020 ມີໜ້າທີ່ໃນການຊີ້ນໍາ ແລະ ຈັດຕັ້ງປະຕິບັດບັນດາວຽກງານຕ່າງໆເພື່ອຮັບປະດັນດ້ານຄວາມສະຫງົບ, ສາທາລະນະສຸກ ປີ ອາຊຽນ 2020.

ກະຊວງສາທາລະນະສຸກສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ

ກະຊວງສາທາລະນະສຸກສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳ ປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກຸມພານີ້, ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາ ລະນະສຸກ, ມີບັນດາຮອງລັດຖະ ມົນຕີ, ຫົວໜ້າກົມ-ຮອງກົມ, ແຂກຖືກເຊີນ ທີ່ກ່ຽວຂ້ອງເຂົ້າຮ່ວມ.