|
ກອງປະຊຸມ ໄດ້ພ້ອມກັນຮັບຟັງກ່ຽວກັບການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍຂອງບົດລາຍງານ ການດຳເນີນທຸລະກິດຕາມຄຳສັ່ງເລກທີ 02/ນຍ ສະເໜີໂດຍສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບການປະເມີນຕົວຊີ້ວັດການດຳເນີນທຸລະກິດ ຕົວຊີ້ວັດທີ 6 ການປົກປ້ອງຜູ້ລົງທຶນລາຍຍ່ອຍ ລວມທັງຄວາມຄືບໜ້າໃນການປັບປຸງ ແຜນການປັບປຸງໃນຕໍ່ໜ້າ ແລະ ແບບຈຳລອງຜົນການປະເມີນດັດສະນີຂອງຕົວຊີ້ວັດທີ 6 ແລະ ການສະເໜີການປັບປຸງຕົວຊີ້ວັດທີ 5 ການເຂົ້າເຖິງສິນເຊື່ອ ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ພິຈາລະນາ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ໂດຍສະເພາະ ໃຫ້ຖືກຕ້ອງສອດຄ່ອງກັບທິດທາງ ແຜນນະໂຍບາຍຂອງພັກ-ລັດຖະບານວາງອອກ.
ທ່ານ ສຸພັນ ແກ້ວມີໄຊ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຈຳເປັນ ແລະ ຮີບດ່ວນ ເປັນວຽກງານອັນເລັ່ງດ່ວນ ທີ່ຈະພ້ອມຮ່ວມກັນປຶກສາຫາລືແກ້ໄຂຈຸດຄ້າງຄາ ແລະ ບາງບັນຫາທີ່ບໍ່ທັນສອດຄ່ອງກັບຄວາມເປັນຈິງ ສະນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ປະກອບຄຳເຫັນປຶກສາຫາລືຢ່າງກົງໄປກົງມາ ເພື່ອເຮັດໃຫ້ນິຕິກຳດັ່ງກ່າວ ມີຄວາມຖືກຕ້ອງສອດຄ່ອງ ໂປ່ງໃສ ຮັກສາໄດ້ສິດຜົນປະໂຫຍດອັນຊອບທຳ ຕ່າງຝ່າຍຕ່າງມີຜົນ ເພື່ອພ້ອມກັນກ້າວໜ້າພັດທະນາຮູບແບບການນຳໃຊ້ທຶນຮອນ ແລະ ການລົງທຶນໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍຂອງລາວ ເຮັດໃຫ້ລະບົບການເງິນມີສະຖຽນລະພາບ ບັນຍາກາດຂອງການລົງທຶນເປັນໄປຕາມລະບົບລະບຽບຊຸກຍູ້ໃຫ້ແກ່ການຂະຫຍາຍເສດຖະກິດ-ສັງຄົມ ມີບາດກ້າວຂະຫຍາຍຕົວ.
(ແຫຼ່ງຂໍ້ມູນ: vientianemai.net)