ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ

ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ

ຍສໝ - ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ.

ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

ປະເທດລາວ ຫາລື ກ່ຽວກັບການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂັ້ນສູນກາງ

ໃນວັນທີ 16 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມນິຕິກຳ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສົມທົບກັບ ກະຊວງກ່ຽວຂ້ອງ ຈັດສຳມະນາກ່ຽວກັບ ການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ, ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານ ມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA), ໂດຍເຂົ້າຮ່ວມເປັນ ປະທານຂອງ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການ ລັດທຽບເທົ່າກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫາລືການປັບປຸງນິຕິກຳ ແລະ ລະບຽບການລົງທຶນ

ຫາລືການປັບປຸງນິຕິກຳ ແລະ ລະບຽບການລົງທຶນ

ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປັບ­ປຸງ​ນິ­ຕິ​ກຳ ແລະ ລະ­ບຽບ​ການ​ຕ່າງໆ ທີ່​ຕິດ​ພັນ​ກັບ​ການ​ປັບ­ປຸງ​ຕົວ​ຊີ້​ວັດ​ທີ 5 (ການ​ເຂົ້າ​ເຖິງ​ສິນ​ເຊື່ອ) ແລະ ຕົວ​ຊີ້​ວັດ​ທີ 6 (ການ​ປົກ​ປ້ອງ​ຜູ້​ລົງ­ທຶນ​ລາຍ​ຍ່ອຍ) ຢູ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ວັນ​ທີ 27 ກຸມ­ພາ 2019 ເປັນ​ປະ­ທານ​ຂອງ​ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ມີ​ບັນ­ດາ​ຜູ້ຕາງ­ໜ້າ​ຈາກ​ກະ­ຊວງ ທະ­ນາ­ຄານ​ກາງ ກົມພະ­ແນກ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.