|
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ກອງປະຊຸມ
ທີ່ກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການເງິນປະຈຳປີ 2018 ແລະ ທິດທາງປະຈຳປີ 2019 ໃນວັນທີ 8 ມັງກອນ 2019 ເຊິ່ງສະແດງຄວາມຊົມເຊີຍຕໍ່ຄະນະນຳກະຊວງ ແລະ ພະນັກງານທັງໝົດຈາກສູນກາງ-ທ້ອງຖິ່ນທີ່ໄດ້ເອົາໃຈໃສ່ທຸ້ມເທເຫື່ອແຮງສະຕິປັນຍາໃນການສ້າງສາພັດທະນາປະເທດຊາດເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະພາບດ້ານງົບປະມານໄດ້ຮັບການແກ້ໄຂມີທ່າອ່ຽງທີ່ຕັ້ງໜ້າຂຶ້ນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງນັບມື້ດີຂຶ້ນອັດຕາຄວາມທຸກຍາກມີທ່າອ່ຽງຫຼຸດລົງເປັນກ້າວໆ.
ພ້ອມນີ້ທ່ານຍັງໄດ້ເນັ້ນບາງດ້ານທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂເພື່ອເສີມຂະຫຍາຍຈຸດດີທີ່ເປັນພື້ນຖານແກ້ໄຂຂໍ້ຄົງຄ້າງເຮັດໃຫ້ວຽກງານແຜນການ-ການລົງທຶນ ແລະ ວຽກງານການເງິນມີການຫັນປ່ຽນທີ່ຕັ້ງໜ້າ ແລະ ປະກອບສ່ວນສຳຄັນໃນການພັດທະນາລວມຂອງທົ່ວປະເທດໄດ້ເນັ້ນໜັກບາງບັນຫາຄື: ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ແລະ ດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈຳປີ 2019 ໃຫ້ເປັນຮູບປະທຳໂດຍການສ້າງແຜນໄລຍະໃໝ່ຕ້ອງຕິດແທດກັບຕົວຈິງມີວິທະຍາສາດຫຼາຍຂຶ້ນຕ້ອງສ້າງຄວາມສາມາດໃຫ້ຂະແໜງການ ແລະ ທ້ອງຖິ່ນໃນການເຊື່ອມສານເປົ້າໝາຍການພັດທະນາຂອງສາກົນເປັນຕົ້ນເປົ້າໝາຍການພັດທະນາແບບຍືນຍົງການເຕີບໂຕສີຂຽວເຂົ້າສູ່ແຜນຂອງຂະແໜງການ ແລະ ທ້ອງຖິ່ນຢ່າງແທ້ຈິງເພື່ອເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍໂຕຕາມລຳດັບຄາດໝາຍທີ່ວາງໄວ້ (6,7% ຂຶ້ນໄປ) ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງປະສານສົມທົບກັນໃນການສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ແລະ ລາຍງານຄວາມຄືບໜ້າໃຫ້ລັດຖະບານແຕ່ລະໄລຍະເລັ່ງປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງຕາມຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນເຄັ່ງຄັດຕາມລະບຽບກົດໝາຍໃຫ້ການລົງທຶນມີຈຸດສຸມມີປະສິດທິຜົນ ແລະ ສອດຄ່ອງຕາມງົບປະມານບໍ່ໃຫ້ມີໜີ້ສິນສະສົມເພີ່ມຂຶ້ນສິ່ງທີ່ສຳຄັນຕັດສິນແມ່ນຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ພະນັກງານໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນສືບຕໍ່ປັບປຸງລັດວິສາຫະກິດພັດທະນາເຂດເສດຖະກິດພິເສດໃຫ້ກາຍເປັນທ່າແຮງໜຶ່ງທີ່ສຳຄັນໃນການດຶງດູດການລົງທຶນພາກເອກະຊົນ.
ການປະເມີນຜົນໂຄງການລົງທຶນຂອງລັດຕ້ອງປະຕິບັດຢ່າງເຂັ້ມງວດຖືກຕ້ອງຕາມຫຼັກວິຊາການ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງວຽກງານຂົນຂວາຍດຶງດູດການຊ່ວຍເຫຼືອທາງການເພື່ອການພັດທະນາທັງໃນຂອບຫຼາຍຝ່າຍ ແລະ ສອງຝ່າຍຈະຕ້ອງມີລັກສະນະເປັນເຈົ້າການສ່ອງແສງຄວາມຕ້ອງການດ້ານການພັດທະນາຂອງປະເທດໃຫ້ຫຼາຍຂຶ້ນສະເພາະການຮ່ວມມືລາວ-ຈີນຈະຕ້ອງເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການ 4 ຕື້ຢວນ ຫຼື ປະມານ 4.987,8 ຕື້ກີບໃຫ້ໄດ້ເລີ່ມຕົ້ນໂດຍໄວປັບປຸງລະບົບຂໍ້ມູນສະຖິຕິໃຫ້ມີຄຸນະພາບສູງຂຶ້ນ ແລະ ສາມາດເຂົ້າເຖິງໄດ້ຢ່າງສະດວກໂດຍການຜັນຂະຫຍາຍກົດໝາຍ ແລະ ຍຸດທະສາດທີ່ໄດ້ຮັບຮອງແລ້ວໃຫ້ເປັນຮູບປະທຳເຄັ່ງຄັດປະຕິບັດມາດຕະການປະຢັດທົ່ວຂົງເຂດບໍລິຫານລັດເພື່ອເປັນແບບຢ່າງໃຫ້ສັງຄົມໂດຍເຂັ້ມງວດການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍມາດຕະການປະຢັດລາຍຈ່າຍງົບປະມານຂອງລັດເລກທີ 09/ນຍ ກຳນົດຄືນການແບ່ງງານ ແລະ ຄວາມຮັບຜິດຊອບ ລະຫວ່າງກະຊວງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານຕາມທິດສາມສ້າງ ປີ 2019 ພວກເຮົາຈະໄດ້ກະກຽມສະຫຼຸບທ້າຍສະໄໝຂອງແຜນການ 5 ປີ ຄັ້ງທີ VIII (2016-2020) ພ້ອມນີ້ກໍ່ໃຫ້ຄົ້ນຄວ້າ ແລະ ກະກຽມສ້າງແຜນ 5 ປີ ຄັ້ງທີ IX (2021-2025) ເພື່ອເປັນພື້ນຖານດ້ານເນື້ອໃນໃຫ້ແກ່ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI.
ທີ່ກອງປະຊຸມ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນກ່າວວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນໄລຍະ 1 ປີ ຜ່ານມາມີຫຼາຍດ້ານຫຍຸ້ງຍາກ ແລະ ທ້າທາຍສູງ ແຕ່ພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານລວມທັງຄວາມຕັດສິນໃຈສູງຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດເຮັດໃຫ້ເສດຖະກິດມະຫາພາກຍັງໝັ້ນທ່ຽງໂດຍພື້ນຖານສະພາບການຄ້າການລົງທຶນ ແລະ ການຜະລິດພາຍໃນປະເທດສືບຕໍ່ຂະຫຍາຍໂຕຢ່າງຕໍ່ເນື່ອງມີການສ້າງ ແລະ ປັບປຸງຫຼາຍນິຕິກຳທີ່ເປັນກົດໝາຍນິຕິກຳໃຕ້ກົດໝາຍ ໂດຍສະເພາະບັນດານະໂຍບາຍ ແລະ ມາດຕະການສຳຄັນໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມການແກ້ໄຂບັນຫາອຸດຕັນດ້ານເສດຖະກິດ ແລະ ອື່ນໆ ເປັນຕົ້ນທຸກພາກສ່ວນໄດ້ເອົາໃຈໃສ່ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນຕາມຄຳສັ່ງເລກທີ 02/ນຍ ພ້ອມນີ້ລັດຖະບານໄດ້ເອົາໃຈໃສ່ຊີ້ນຳການພັດທະນາເສດຖະກິດ-ສັງຄົມຢ່າງໃກ້ຊິດໂດຍມີການລົງຕິດຕາມກວດກາ ແລະ ແກ້ໄຂບັນຫາຕ່າງໆຢ່າງທັນສະພາບການ.
ເສດຖະກິດມະຫາພາກເຖິງຈະມີຈຸດບອບບາງແຕ່ກໍ່ໄດ້ຮັບການປັບປຸງຢູ່ໃນຈັງຫວະດີຂຶ້ນ ໂດຍລວມເສດຖະກິດມະຫາພາກຍັງມີຄວາມໝັ້ນທ່ຽງ ແລະ ມີສະຖຽນລະພາບລວມຍອດຜະລິດຕະພັນພາຍໃນ (GDP) ປີ 2018 ເພີ່ມຂຶ້ນ 6,5% ຕໍ່ປີ GDP ສະເລ່ຍໃສ່ຫົວຄົນ 2.599 ໂດລາສະຫະລັດ ຫຼື ປະມານ 22,2 ລ້ານກີບ (ສູງກວ່າຄາດໝາຍທີ່ວາງໄວ້ເລັກນ້ອຍ) ລວມຍອດລາຍໄດ້ແຫ່ງຊາດຕໍ່ຫົວຄົນບັນລຸ 2.209 ໂດລາສະຫະລັດ ຫຼື ປະມານ 18,87 ລ້ານກີບ (ບັນລຸໄດ້ເກີນແຜນ) ອັດຕາເງິນເຟີ້ຢູ່ໃນລະດັບຕ່ຳ ແລະ ອັດຕາແລກປ່ຽນເໜັງຕີງໃນລະດັບທີ່ຄຸ້ມຄອງໄດ້ການລົງທຶນຂອງລັດທຽບໃສ່ແຜນການປີ 2018 ຫຼຸດລົງເລັກນ້ອຍ ເນື່ອງຈາກງົບປະມານພາຍໃນມີຈຳກັດ ແລະ ເງິນຊ່ວຍເຫຼືອລ້າຈາກຕ່າງປະເທດຫຼຸດລົງ.
ສຳລັບແຜນພັດທະນາເສດຖະກິດມະຫາພາກປີ 2019 ຈະສູ້ຊົນຈັດຕັ້ງປະຕິບັດຕາມມະຕິຂອງສະພາແຫ່ງຊາດໂດຍສະເພາະ GDP ໃຫ້ຂະຫຍາຍໂຕ 6,7 ຂຶ້ນໄປ ແລະ ເສດຖະກິດມະຫາພາກພາກມີສະຖຽນລະພາບໂດຍພື້ນຖານສືບຕໍ່ຟື້ນຟູ-ປັບປຸງພື້ນຖານໂຄງລ່າງທີ່ໄດ້ຮັບຜົນເສຍຫາຍຈາກທຳມະຊາດໃຫ້ເຂົ້າສູ່ສະພາບປົກກະຕິສຸມໃສ່ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກພັດທະນາຊັບພະຍາກອນມະນຸດໂດຍເອົາໃຈໃສ່ຂະແໜງສຶກສາ ແລະ ສາທາລະນະສຸກສືບຕໍ່ຍູ້ແຮງການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍຜັນຂະຫຍາຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງໃໝ່ໃຫ້ໄວຂຶ້ນຈັດຕັ້ງນຳໃຊ້ບັນດາກົນໄກການຄົ້ນຄວ້າ ແລະ ພິຈາລະນາການລົງທຶນທີ່ສ້າງຂຶ້ນໃໝ່ ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 12/ນຍ ກ່ຽວກັບມາດຕະການຊຸກຍູ້ເສດຖະກິດ ຄຳສັ່ງ 02/ນຍ ທີ່ທ່ານນາຍົກວາງອອກ ແລະ ບັນດາມາດຕະການໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2019 ທີ່ໄດ້ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ VII.
(ແຫຼ່ງຂໍ້ມູນ: vientianemai.net)