ການຂະຫຍາຍຕົວຂອງເສດຖະກິດລາວເຕີບໂຕ 6,5% ໃນປີ 2018

ການຂະຫຍາຍຕົວຂອງເສດຖະກິດລາວເຕີບໂຕ 6,5% ໃນປີ 2018

ບົດລາຍງານການຕິດຕາມເສດຖະກິດຂອງ ສປປ ລາວ ສະບັບຫລ້າສຸດຂອງທະນາຄານໂລກ​ເປີດເຜີຍວ່າ: ການຂະຫຍາຍຕົວຂອງ ເສດຖະກິດຢູ່ ສປປ ລາວ ເຕີບໂຕຢູ່ທີ່ 6,5% ໃນປີ 2018, ຊຶ່ງຫລຸດລົງຈາກ 6,9% ໃນປີ 2017.

ລວມຍອດຜະລິດຕະພັນພາຍໃນປີ 2018 ແຫ່ງ ສປປ ລາວ ເພີ່ມຂຶ້ນ 6,5%

ລວມຍອດຜະລິດຕະພັນພາຍໃນປີ 2018 ແຫ່ງ ສປປ ລາວ ເພີ່ມຂຶ້ນ 6,5%

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ-ການເງິນ ປະຈຳປີ 2018 ແລະ ທິດທາງແຜນການປີ 2019 ຈັດຂຶ້ນວັນທີ 8 ມັງກອນ 2019 ຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ອົງການ ແລະ ຂະແໜງການເງິນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ລາວ ກະກຽມຄວາມພ້ອມເພື່ອກ້າວໄປສູ່ຍຸກ 5 ຈີ

ລາວ ກະກຽມຄວາມພ້ອມເພື່ອກ້າວໄປສູ່ຍຸກ 5 ຈີ

ກົມ​ຄື້ນ​ຄວາມ​ຖີ່ ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ຈັດ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ກະກຽມຄວາມ​ພ້ອມ​ເພື່ອ​ກ້າວ​ໄປ​ສູ່​ຍຸກ 5 ຈີ ຂຶ້ນ​ວັນ​ທີ 9 ພຶດ­ສະ­ພາ 2019 ທີ່​ນະຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ໄຊ​ລື­ຊາ ອິນ​ສີ​ຊຽງ​ໃໝ່ ຫົວ­ໜ້າ​ກົມ​ຄື້ນ​ຄວາມ​ຖີ່ ມີ​ຜູ້­ຕາງ­ໜ້າ​ຈາກ​ພາກ​ລັດ ແລະ ບໍ­ລິ­ສັດ​ທີ່​ໃຫ້­ການ​ບໍ­ລິ­ການ​ດ້ານ​ໂທລະ​ຄົມ­ມະ­ນາ­ຄົມ​ເຂົ້າ​ຮ່ວມ.