ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ

00:54 | 13/05/2019

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດປະຈຳປີ 2018 ໄດ້ຈັດຂຶ້ນເມຶື່ອວັນທີ 28 ມັງກອນນີ້ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ(ICTC) ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ.

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ

ກອງປະຊຸມວຽກງານຍຸຕິທຳທົ່ວປະເທດປະຈຳປີ 2018

ເຂົ້າຮ່ວມກອງປະຊຸມມີບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີກະຊວງຍຸຕິທຳ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະແນກຍຸຕິທຳແຂວງ, ນະຄອນຫຼວງວຽງຈັັນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ສະເໜີໂດຍ ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໂດຍໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນໃນໜຶ່ງປີທີ່ຜ່ານມາຊຶ່ງໄດ້ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍໄດ້ຈຳນວນ 5.592 ຄັ້ງ, ຂຽນບົດອະທິບາຍກົດໝາຍລົງໜັງສືພິມກົດໝາຍກະຊວງຍຸຕິທຳໄດ້ຈຳນວນ 539 ບົົດ, ໂຄສະນາຜ່ານລາຍການໂທລະພາບ " ເພື່ອສັງຄົມຍຸຕິທຳ " ອອກອາກາດທາງໂທລະພາບກະຊວງປ້ອງກັນຄວາມສະຫງົບຈຳນວນ 52 ເທັບ, ລວມຈຳນວນ 364 ບົດ, ນຳເອົາກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຮ່າງນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຈຳນວນ 159 ສະບັບ, ປັດຈຸບັນມີນິຕິກຳທີ່ພິມລົງເວບໄຊ ຈຳນວນ 723 ສະບັບອັນພົ້ນເດັ່ນໄດ້ສ້າງເປັນແອັບກົດໝາຍ Version ທີ 3 ສຳເລັດ ແລະ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການປັດຈຸບັນໄດ້ເອົາກົດໝາຍ, ນິຕິກຳລຸ່ມກົດໝາຍ ແລະ ຮ່າງນິນິກຳລົງແອັບຈຳນວນ 307 ສະບັບ, ໄດ້ຈັດຕັ້ງປະຕິບັດໜ້າທີ່ຄຸ້ມຄອງວຽກງານພິມ ແລະ ແຈກຢາຍປື້ມ, ວາລະສານ, ໜັງສືພິມກົດໝາຍເປັນປົກກະຕິ, ພະແນກຍຸຕິທຳແຂວງ, ນະຄອນຫຼວງວຽງຈັນ ແລະ ຫ້ອງການຍຸຕິທຳເມືອງ, ນະຄອນໄດ້ຕັ້ງໜ້າຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາເຜົ່າໃນຂອບເຂດຂອງຕົນໂດຍຜ່ານໂທລະໂຄ່ງຂອງແຂວງ, ຜ່ານສະຖາບັນການສຶກສາ ແລະ ອື່ນໆຢ່າງເປັນປົກກະຕິ ໃນນັ້ນວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານໂດຍອົງການຈັດຕັ້ງຄຳຕັດສິນຂອງສານແຕ່ລະຂັ້ນໄດ້ຍົກສູງຄວາມຮັບຜິດຊອບນຳເອົາຄຳຕັດສິນຂອງສານມາຈັດຕັ້ງປະຕິບັດຕາມຂັ້ນຕອນຂອງກົດໝາຍຊຶ່ງໃນປີທີ່ຜ່ານມາຈຳນວນຄຳຕັດສິນຂອງສານໃນທົ່ວປະເທດມີທັງໝົດ 29.422 ເລື່ອງ ໃນນັ້ນຄຳຕັດສິນທີ່ຄ້າງມາແຕ່ປີ 2017 ຈຳນວນ 21.976 ເລື່ອງ ແລະ ຄະດີເຂົ້າໃໝ່ໃນປີ 2018 ມີ 7.446 ເລື່ອງສາມາດຈັດຕັ້ງປະຕິບັດສຳເລັດ 1.819 ເລື່ອງເທົ່າກັບ 6,17% ຂອງຈຳນວນຄຳຕັດສິນຂອງສານທັງໝົດ 24,42% ຂອງຈຳນວນຄຳຕັດສິນຂອງສານທີ່ເຂົ້າໃໝ່, ສົ່ງໃຫ້ອົງການໄອຍະການປະຊາຊົນຕາມຄຳສັ່ງທວງສຳນວນຄະດີ 131 ເລື່ອງ, ປັດຈຸບັນ ຈຳນວນຄຳຕັດສິນຂອງສານທົ່ວປະເທດທີ່ຍັງຄ້າງ ແລະ ຈັດຕັ້ງປະຕິບັດມີທັງໝົດ 27.472 ເລື່ອງ ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດບັນດາຜູ້ເຂົ້າຮ່ວມຍັງຈະໄດ້ຮັບຟັງການສະຫຼຸບຕີລາຄາການຫັນເອົາພະນັກງານກະຊວງຍຸຕິທຳລົງຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ນະຄອນຫຼວງວຽງຈັນ ແລະ ການປະກອບຄຳຄິດຄຳເຫັນຂອງອົງການທ້ອງຖິ່ນກ່ຽວກັບທິດໃນການປັບປຸງອົງການປະຕິບັດຄຳຕັດສິນຂອງສານ ເພື່ອສະເໜີຂັ້ນເທິງພິຈະລະນາໃນນັ້ນທີ່ສຳຄັນກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງເພື່ຶອເປັນເຂັມຊີ້ທິດເຍື່ອງທາງວຽກງານໃນຕໍ່ໜ້າຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ