ຍສໝ - ວັນທີ 16 ມິຖຸນາ, ຢູ່ທີ່ຮ່າໂນ້ຍ, ທ່ານກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ຮວ່າງແທັງຕຸ່ງ ໄດ້ຕ້ອນຮັບ ແລະ ດຳເນີນວາລະເຈລະຈາຮ່ວມກັບ ທ່ານກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄຳພັນ ພົມມະທັດ, ເນື່ອງພາຍໃດໂອກາດເດືອນທາງມາຢ້ຽມຢາມ ປະເທດ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ-ລາວ ເປີດກວ້າງ ຄັ້ງທີ 7 ເຊິ່ງດຳເນີນໄປນັບຕັ້ງແຕ່ວັນທີ 15-18 ມິຖຸນາ.
ຍສໝ - ຕອນບ່າຍວັນທີ 25 ຕຸລາ, ຢູ່ຫ້ອງການປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຫາກໍ່ໄດ້ລົງນາມໃນມະຕິຕົກລົງເລກທີ 1238/QD-CTN ໃຫ້ສັດຕະຍາບັນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານຍຸຕິທຳກ່ຽວກັບອາຍາ ລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ອາກຊັງຕິນ ຕາມການສະເໜີຂອງລັດຖະບານ ໃນໃບສະເໜີສະບັບເລກທີ 523/TTr-CP ລົງວັນທີ 9 ຕຸລາ 2023.
ຍສໝ - ກອງປະຊຸມເພື່ອແນໃສ່ປະຕິບັດບັນດາຮຽກຮ້ອງ ສະໜິດຕິດພັນແໜ້ນແຟ້ນລະຫວ່າງການສ້າງກົດໝາຍ ແລະ ການປະຕິບັດກົດໝາຍ, ຮັບປະກັນການກົດໝາຍໄດ້ປະຕິບັດຢ່າງຍຸຕິທຳ,ເຄັ່ງຄັດ ແລະສ່ອງໃສທ່ຽງທຳ, ສະເໝີຕົ້ນສະເໝີປາຍ, , ທັນການ, ມີປະສິດທິຜົນ.
ສິ່ງສຳຄັນ ຕ້ອງສູ້ຊົນເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວໃນທົ່ວຂະແໜງຍຸຕິທຳມີຄວາມກົມກຽວ, ປອດໃສ, ໜັກແໜ້ນ, ເຂັ້ມແຂງ ເພື່ອຮັບປະກັນເຮັດລ້ອນໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ; ສືບຕໍ່ປົກປັກຮັກສາຄວາມສາມັກຄີເປັນເອກະພາບທີ່ມີມາແລ້ວນັ້ນ ພ້ອມກັນເຊີດຊູຄວາມຮັບ ຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.
ຍສໝ - ວັນທີ 24 ເດືອນກັນຍາ, ລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຂ່ງຫງອກ ໄດ້ມີການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳ ແຫ່ງ ສປປ.ລາວ ໂດຍທ່ານ ອິນທະພັນຍາ ຄຽວວົງພະຈັນ ຫົວໜ້າກົມ ກົມກົດໝາຍລາວ ໄດ້ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 23 - 27 ເດືອນກັນຍາ ປີ 2019
ຍສໝ - ໃນຂອບເຂດການຢ້ຽມຢາມ, ວັນທີ 12 ກັນຍາ, ຢູ່ແຂວງເງ້ອານ, ທ່ານ ຫງວຽນຮ່ວາບິ່ງ, ເລຂາທິການ ຄະນະສູນກາງພັກ, ຫົວໜ້າສານສານປະຊາຊົນສູງສຸດ ຫວຽດນາມ ໄດ້ມີການພົບປະກັບ ທ່ານຜາແສງດາຣາ, ຫົວໜ້າສານສານປະຊາຊົນສູງສຸດ ລາວ.
ກອງປະຊຸມວຽກງານຍຸຕິທຳທົ່ວປະເທດປະຈຳປີ 2018 ໄດ້ຈັດຂຶ້ນເມຶື່ອວັນທີ 28 ມັງກອນນີ້ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ(ICTC) ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ.