ຫວຽດນາມເຂົ້າຮ່ວມ ເວທີປາໄສປະຊາທິປະໄຕ ບາລີ ຄັ້ງທີ 12

17:57 | 31/12/2019

ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍໃຫ້ຮູ້ວ່າ: ປະຊາທິປະໄຕ ແມ່ນປັດໄຈສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ມາໃຫ້ແກ່ທຸກຄົນ.

ໃນຕົ້ນເດືອນທັນວາ, ເວທີປາໄສ ປະຊາທິປະຕິໄຕ ບາລີ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ. ດ້ວຍຫົວຂໍ້ “ພື້ນຖານປະຊາທິປາໄຕ ແລະ ລັກສະນະກວມລວມ”, ເວທີປາໄສ ປະຊາທິປະໄຕ ບາລີ (BDF) ຄັ້ງທີ 12 ໄດ້ເນັ້ນໜັກເຖິງການເຂົ້າຮ່ວມຂອງທຸກພາກສ່ວນສັງຄົມເຂົ້າໃນການກໍ່ສ້າງພື້ນຖານປະຊາທິປະໄຕ.

ເວທີປາໄສ ບາລີ ປີ 2019 ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 90 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ກ່າວຄຳເຫັນຂໍ່ານັບຮັບຕ້ອນຜູ້ແທນມາເຂົ້າຮ່ວມເວທີປາໄສ ແລະ ກ່າວກ່ຽວກັບຄວາມໝາຍຂອງເວທີປາໄສຄັ້ງນີ້, ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍໃຫ້ຮູ້ວ່າ: ປະຊາທິປະໄຕ ແມ່ນປັດໄຈສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ມາໃຫ້ແກ່ທຸກຄົນ. ຜົນສຳເລັດຂອງພື້ນຖານປະຊາທິປະໄຕມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນກັບລະດັບການກວມລວມ, ບ່ອນທີ່ທຸກໆຄົນລ້ວນແຕ່ມີສິດເຂົ້າຮ່ວມການປະກອບສ່ວນເຂົ້າໃນວິວັດການສ້າງພື້ນຖານປະຊາທິປະໄຕ ແລະ ຕ່າງກໍໄດ້ຮັບຜົນປະໂຫຍດຈາກພື້ນຖານປະຊາທິປະໄຕຄືກັນ. ຖ້າຫາກວ່າປະເທດໃດມີຄວາມເສລີພາບ ແລະ ມີລັກສະນະກວມລວມແມ່ນພື້ນຖານປະຊາທິປະໄຕຂອງປະເທດນັ້ນ ຈະມີທ່າອ່ຽງຫຼຸດຜ່ອນລົງໜ້ອຍກວ່າ”.

ຫວຽດນາມເຂົ້າຮ່ວມ ເວທີປາໄສປະຊາທິປະໄຕ ບາລີ ຄັ້ງທີ 12

ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ . (ພາບ: vov.vn)

ໄປຄຽງຄູ່ກັນນັ້ນ, ແມ່ຍິງ ແລະ ຊາວໜຸ່ມ ກໍໄດ້ສວມບົດບາດສຳຄັນໃນພື້ນຖານປະຊາທິປະໄຕ. ແຕ່ປີ 2017, ເວທີປາໄສປະຊາທິປະໄຕ ບາລີ ໄດ້ເປີດກວ້າງຕື່ມ ໂດຍຈັດຕັ້ງເວທີປາໄສນັກສຶກສາ ປະຊາທິປະໄຕ ບາລີ ດ້ວຍຈຸດປະສົງ ສົ່ງສານກ່ຽວກັບຄຸນຄ່າຂອງປະຊາທິປະໄຕໃຫ້ແກ່ຄົນລຸ້ນໜຸ່ມ ແລະ ຮັບເອົາທັດສະນະຂອງໄວໜຸ່ມ ກ່ຽວກັບພື້ນຖານປະຊາທິປະໄຕ. ປີນີ້, ເວທີປາໄສຊາວໜຸ່ມປະຊາທິປະໄຕ ບາລີ ຄັ້ງທີ 3 ກໍໄດ້ຈັດຂຶ້ນ ດ້ວຍຫົວຂໍ້ “ໄວໜຸ່ມ ແລະ ລັກສະນະກວມລວມຂອງປະຊາທິປະໄຕເຕັກນິກດີຈີຕອນ”. ນາງ ຫງວຽນທິງອກແອັງ, ນັກສຶກສາປີ ທີ 3, ພະແນກສາກົນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແບ່ງປັນສູ່ຟັງວ່າ: ນ້ອງຮູ້ສຶກເປັນກຽດເມື່ອໄດ້ເຂົ້າຮ່ວມເວທີປາໄສນັກສຶກສາປະຊາທິປະໄຕ ບາລີ ຢູ່ ອິນໂດເນເຊຍ. ໃນວາລະປະຊຸມສຳລັບນັກສຶກສາ, ນ້ອງໄດ້ແບ່ງປັນບາງຄຳຄິດເຫັນກ່ຽວກັບເລື່ອງປະສົມປະສານລະຫວ່າງປະຊາທິປະໄຕ ກັບລະບົບເຕັກນິກດີຈີຕອນ ຢູ່ຫວຽດນາມ ໄດ້ສົ່ງຜົນສະທ້ອນເຖິງໄວໜຸ່ມຄືແນວໃດ. ໄປຄຽງຄູ່ກັນນັ້ນ, ນ້ອງກໍໄດ້ຄວາມຮູ້ ແລະ ຮັບຟັງການແບ່ງປັນຫຼາຍສິ່ງຫຼາຍຢ່າງຈາກເພື່ອນມິດສາກົນ ກ່ຽວກັບການໝູນໃຊ້ພື້ນຖານປະຊາທິປະໄຕເຂົ້າໃນຂົງເຂດຕ່າງໆ. ນ້ອງປາດຖະໜາວ່າ ເວທີປາໄສຄັ້ງນີ້ ຈະຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບພື້ນຖານປະຊາທິປະໄຕ.

ຫວຽດນາມເຂົ້າຮ່ວມ ເວທີປາໄສປະຊາທິປະໄຕ ບາລີ ຄັ້ງທີ 12

ນາງ ຫງວຽນທິງອກແອັງ, ນັກສຶກສາປີ ທີ 3, ພະແນກສາກົນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ. (ພາບ: vov.vn)

ນອກຈາກນັ້ນ, ເວທີປາໄສປະຊາທິປະໄຕ ບາລີ ຄັ້ງນີ້ ກໍໄດ້ເຊີນຄະນະກຳມະການເລືອກຕັ້ງແຫ່ງຊາດ ອິນໂດເນເຊຍ ແລະ ອິນເດຍ ມາແບ່ງປັນປະສົບການ ແລະ ພຶດຕິກໍາຕົວຈິງຈາກສອງປະເທດປະຊາທິປະໄຕໃຫຍ່ໃນການຈັດຕັ້ງການເລືອກຕັ້ງ ອີກດ້ວຍ.

ເວທີປາໄສປະຊາທິປະໄຕ ບາລີ ແມ່ນເວທີປາໄສລະຫວ່າງລັດຖະບານ ຖືກຈັດຂຶ້ນປະຈຳປີ ໂດຍລັດຖະບານ ສາທາລະນະລັດ ອິນໂດເນເຊຍ ລິເລີ່ມ ເມື່ອປີ 2008. ໃນຕະຫຼອດໄລຍະ 12 ປີ ຜ່ານມາ, ເວທີປາໄສດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງປະກອບປະຊາທິປະໄຕຢູ່ພາກພື້ນອາຊີ ປາຊີຟິກ, ສ້າງເງື່ອນໄຂໃຫ້ບັນດາປະເທດແບ່ງປັນປະສົບການ ແລະ ສະພາບການຕົວຈິງໃນການຄຸ້ມຄອງລັດ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມີຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.