ນັກຮຽນຮູ້ອິນເດຍ: ຄວາມຄາດຫວັງສຳລັບຕຳແໜ່ງປະທານອາຊຽນຂອງຫວຽດນາມ

06:18 | 24/03/2020

ຍສໝ - ຕາມ ທ່ານ ດຣ Vijay Sakhuja ແລ້ວ, ພາຍຫຼັງທີ່ຫວຽດນາມໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020, ແມ່ນໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໂດຍສະເພາະການແຜ່ລະບາດຂອງ ພະຍາດ COVID-19 ເກີດຂື້ນ; ນອກຈາກນັ້ນ, ຍັງມີບັນຫາທີ່ຄັດແຍ້ງຢູ່ທະເລຕາເວັນອອກ ຊຶ່ງເປັນບັນຫາຄົງຄ້າງມາເປັນຫຼາຍປີແລ້ວ. ແຕ່ຫວຽດນາມ ກໍ່ໄດ້ສະແດງໃຫ້ເຫັນຄວາມສາມາດ ແລະ ຖະນະບົດບາດຂອງຕົນຕໍ່ບັນດາບັນຫາເຊິ່ງທີ່ມີຄວາມເຄັ່ງຕຶງໃນເວທີສາກົນ.

ທ່ານ ດຣ Vijay Sakhuja, ຜູ້ອຳນວຍການສູນຄົ້ນຄ້ວານະໂຍບາຍ (ສະພາບັນດາບັນຫາໂລກ, ອິນເດຍ) ກ່າວຄຳເຫັນດັ່ງກ່າວໃນບົດຄວາມທີ່ໄດ້ລົງໃນເວບໄຊ The Peninsula, ຊ່ຽວຊານຄົ້ນຄ້ວາສາກົນ.

ນັກຮຽນຮູ້ອິນເດຍ: ຄວາມຄາດຫວັງສຳລັບຕຳແໜ່ງປະທານອາຊຽນຂອງຫວຽດນາມ

ພາບປະກອບ

ໜັງສືພິມຍຸກສະໄໝຂໍແນະນຳເນື້ອໃນບົດຄວາມນີ້ໃຫ້ທ່ານຜູ້ອ່ານຄືດັ່ງຕໍ່ໄປນີ້:

ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນ ປີ 2020 ຈາກປະເທດໄທໃນເດືອນ ພະຈິກ 2019, ອີງຕາມມາດຕາ 31 ຂອງກົດບັດອາຊຽນ, ຕາມນັ້ນແລ້ວບັນດາປະເທດອາຊຽນທີ່ປ່ຽນແທນຕຳແໜ່ງນີ້ໃນແຕ່ລະປີ. ຮ່າໂນ້ຍໄດ້ປະກາດຫົວຂໍ້ ປະທານອາຊຽນ ປີ 2020 ຄື: “ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”; ໃນນັ້ນ “ສະໜິດຕິດພັນ” ສະແດງເຖິງຄວາມຈຳເປັນໃນການເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນອາຊຽນ, ເພີ່ມທະວີການເຊື່ອມໂຍງເສດຖະກິດ, ຄວາມຮັບຮູ້ ແລະ ຄວາມເປັນເອກະລັກຂອງອາຊຽນ, ມຸ່ງໜ້າ “ ປະຊາຄົມ ທີ່ຖືປະຊາຊົນເປັນໃຈກາງ”; “ເປັນເຈົ້າການໃນການປັບຕົວ” ເນັ້ນໜັກເຖິງຄວາມສຳຄັນຂອງການສົ່ງເສີມຄວາມເປັນເຈົ້າການໃນການປັບຕົວ, ຫົວຄິດປະດິດສ້າງ ແລະ ຄວາມສາມາດຂອງອາຊຽນເພື່ອຍາດ​ເອົາໂອກາດ ແລະ ຮັບມືກັບສິ່ງທ້າທາຍຈາກການປ່ຽນແປງຂອງສະຖານະການໃນພາກພື້ນ ແລະ ທົ່ວໂລກ.

ພາຍຫຼັງ ທີ່ໄດ້ເປັນປະທານອາຊຽນ ປີ 2020, ປະເທດຫວຽດນາມ ໄດ້ປະເຊີນ​​ໜ້າກັບ​ບັນຫາ​ການ​ແຜ່​ລະບາດຂອງ COVID-19 ເປັນຢ່າງໜັກ, ​ແຕ່ປະທັບໃຈກັບ​ການ​ປະກາດໃຊ້ມາດຕະການຄວບຄຸມການແຜ່ລະບາດຂອງໄວຣັດຂອງ​ລັດຖະບານ​ຫວຽດນາມ, ພ້ອມກັນນັ້ນ, ກໍ່ໄດ້ຖະແຫຼງການວ່າສະພາປະສານງານອາຊຽນ (ACC) ຈະກະກຽມບົດລາຍງານກ່ຽວກັບ COVID-19 ແລະ ສົ່ງໃຫ້ບັນດາຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ເຊິ່ງກຳນົດຈະຈັດຂຶ້ນທີ່ປະເທດຫວຽດນາມໃນເດືອນພະຈິກນີ້.

ທ່ານ ຫງວຽນກວກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທັງເປັນເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດອາຊຽນ ຊຶ່ງໃນປີ 2020 ​ໃນ​ນາມປະທານອາຊຽນ ຫວຽດນາມ ໄດ້ກຳນົດ 5 ບຸລິມະສິດຕົ້ນຕໍ; ສິ່ງທີ່ບໍ່ແປກປະຫຼາດ, ບູລິມະສິດ 5 ຢ່າງນີ້ກ່ຽວຂ້ອງກັບຄວາມມຸ້ງໝັ້ນສ້າງ "ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນທ່າມກາງຂອງການຜັນແປຍຸດທະສາດທີ່ສັບສົນ." ບັນດາການຂັດແຍ້ງກ່ຽວກັບບັນຫາຊາຍແດນເຊັ່ນ: ການຄອບຄອງທີ່ຜິດກົດໝາຍ, ການປັບປຸງ ແລະ ການຫັນເປັນການທະຫານໃນທະເລຕາເວັນອອກແມ່ນຈຸດສຸມຂອງອາຊຽນ ແລະ ຍັງເປັນບັນຫາສຳຄັນ ສຳລັບຕຳແໜ່ງປະທານອາຊຽນ 2020 ຂອງຫວຽດນາມ.

ປະຈຸບັນ, ສາມາດແກ້ໄຂໄພຂົ່ມຂູ່ຈາກປັກກິ່ງ; ສະແດງອອກຜ່ານຄຳຖະແຫຼງການທີ່ເຂັ້ມແຂງ ແລະ ຂໍ້ລິເລີ່ມໃນການປະຕິບັດງານທີ່ເປັນໄປໄດ້ຂອງບັນດາປະເທດທີ່ມີການຮຽກຮ້ອງອະທິປະໄຕໃນທະເລຕາເວັນອອກໃນເລື່ອງນີ້ເພື່ອຕໍ່ສູ້ກັບຈີນ, ໂດຍສະເພາະແມ່ນການບັງຄັບໃຊ້ກົດໝາຍ ແລະ ການຈັດສົ່ງເຮືອລາດຕະເວນ. ໃນສະພາບການດັ່ງກ່າວ, ຫວຽດນາມ ມີຄວາມມູ່ງຫວັງວ່າຈະສາມາດປະຕິບັດຢ່າງຕັ້ງໜ້າ ແລະ ມີສ່ວນຮ່ວມຢ່າງຫຼວງຫຼາຍເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ແກ້ໄຂບັນດາບັນຫາທີ່ຂົມຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.

ຮ່າໂນ້ຍ ກໍ່ກໍາລັງມີຄວາມມານະພະຍາຍາມເພື່ອສະກັດກັ້ນການປະທະກັນ ແລະ ຄວາມເຄັ່ງຕຶງໃນການຂັດແຍ້ງໃນທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ສິ່ງດັ່ງກ່າວຄົງຈະບໍ່ເກີດຂຶ້ນຍ້ອນເຫດການທີ່ກ່ຽວ ຂ້ອງກັບຊັບພະຍາກອນໃນທະເລຕາເວັນອອກເຊັ່ນວ່າການຫາປາ ແລະ ການຂຸດຄົ້ນພະລັງງານໃນເຂດນອກເຊິ່ງໄດ້ປາກົດຂຶ້ນໃນຕົ້ນປີ.

ນັກຮຽນຮູ້ອິນເດຍຕີລາຄາບົດບາດຂອງຫວຽດນາມ ສໍາລັບອາຊຽນ ແລະ ສະພາຄວາມໝັ້ນຄົງ

ທຳອິດແມ່ນອິນໂດເນເຊຍ ແລະ ຈີນ, ອິນໂດເນເຊຍບໍ່ມີການອ້າງສິດອະທິປະໄຕໃດໆກ່ຽວກັບໝູ່ເກາະ ຫລື ຈຸດພິເສດໃດໆໃນໝູ່ເກາະເຈື່ອງຊາ, ສະນັ້ນ ບໍ່ເຂົ້າຮ່ວມໃນການໂຕ້ຖຽງກັນຢູ່ທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ການປະກົດຕົວຂອງກໍາປັ່ນປ້ອງກັນຝັ່ງທະເລຈີນ ໄດ້ນຳໄປປ້ອງກັນຮັກສາບັນດາກ່ຳປັ່ນຫາປາຈີນເພື່ອປະຕິບັດການກະທຳຫາປາ ຢູ່ເຂດທະເລ Natuna, ສ່ວນໜຶ່ງ ຂອງເຂດນ່ານນໍ້າຂອງອິນໂດເນເຊຍ - ເຊິ່ງຈີນອ້າງວ່າເປັນພື້ນທີ່ຫາປາແບບດັ້ງເດີມ - ເພາະສະນັ້ນ ກໍ່ໃຫ້ເກີດການຕອບໂຕ້ທາງດ້ານການເມືອງ ແລະ ການທະຫານຈາກຈາກາກຕາ.

ນອກຈາກນີ້, ຍັງມີເຫດການທີ່ຈີນໄດ້ນຳໃຊ້ກຳປັ່ນສຳຫຼວດແຜ່ນດິນໄຫວ ແລະ ກຳປັ່ນປະກອບອາວຸດຫຼາຍລຳເຂົ້າໄປໃນບໍລິເວນບາຍຕືຈິ໋ງ ໄດ້ລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢູ່ທະເລຕາເວັນອອກ ​ເຊິ່ງ​ເປັນຂໍ້ຂັດແຍ້ງສາມຝ່າຍ, ອີກຢ່າງໜຶ່ງ ກ່ຽວກັບກິດຈະກຳສຳຫລວດນ້ຳມັນ ແລະ ອາຍແກັສ ກຳລັງເກີດຂື້ນລະຫວ່າງຈີນ ແລະ ມາເລເຊຍ ຍ້ອນວ່າບໍລິສັດຂອງລັດມາເລເຊຍ ທີ່ຊື່ວ່າ Petronas ກຳລັງມີການສຳຫຼວດຢູ່ເຂດໄຫຼ່ທະວີບຂອງຫວຽດນາມ ແລະ ມາເລເຊຍ. ຈີນ ກໍ່ມີການກະທໍາຄືກັນກັບຢູ່ບໍລິເວນບາຍຕືຈິ໋ງ.

ໃນຄະນະດຽວກັນ, ອາເມລິກາ ໄດ້ມີປະຕິກິລິຍາທາງການທະຫານ ເພື່ອສະໜັບສະໜູນ ໄຕ້ຫວັນຫຼັງຈາກເຮືອບິນທະຫານຂອງຈີນໄດ້ບິນຂ້າມຊ່ອງແຄບໄຕ້ຫວັນ ແລະ ຄອງບາບີ ເຊັ່ນດຽວກັນ, ການສະໜັບສະໜູນຂອງອາເມລິກາຕໍ່ຫວຽດນາມໃນການຕໍ່ສູ້ກັບຈີນສາມາດສົ່ງເສີມການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ລະຫວ່າງ ສະຫະລັດອາເມລິກາ ແລະ ຫວຽດນາມ, ນີ້ແມ່ນໂອກາດ ເພື່ອໃຫ້ຮ່າໂນ້ຍສະແດງຄວາມເຊື່ອໝັ້ນຂອງຕົນໃນການຕໍ່ສູ້ກັບຈີນກ່ຽວກັບບັນຫາທະເລຕາເວັນອອກ.

ເຖິງຢ່າງໃດກໍ່ຕາມ, ຟີລິບປິນອາດຈະແມ່ນສິ່ງທ້າທາຍອີກຢ່າງໜຶ່ງ ສຳລັບຫວຽດນາມພາຍຫຼັງທີ່ປະທານາທິບໍດີ Rodrigo Duterte ກໍາລັງການຢ້ຽມຢາມສະຫະລັດອາເມລິກາ ​ແມ່ນ​ໄດ້ປະກາດຍົກເລີກສັນຍາ (VFA). ເຖິງວ່າສະຫະລັດອາເມລິກາ ເປັນພັນທະມິດທີ່ສຳຄັນທີ່ສຸດຂອງຟີລິບປິນໃນການຕໍ່ສູ້ກັບການຮຽກຮ້ອງອະທິປະໄຕ ທີ່ຈີນ​ແຜ່ຂະຫຍາຍອິດ​ທິພົນໃນທະເລຕາເວັນອອກ. ຟີລິບປິນຍັງມີບົດບາດສຳຄັນໃນຍຸດທະສາດມະຫາສະມຸດອິນເດຍ - ມະຫາສະມຸດປາຊີຟິກ ແບບເສລີ ແລະ ເປີດກວ້າງ.

ນັກຮຽນຮູ້ອິນເດຍ: ຄວາມຄາດຫວັງສຳລັບຕຳແໜ່ງປະທານອາຊຽນຂອງຫວຽດນາມ

ນັກຮົບເກາະ ໂກລິນ, ເມືອງເກາະເຈື່ອງຊາ,ປົກປ້ອງທ້ອງຟ້າ ແລະ ທະເລຂອງປະເທດຊາດທັງກາງເວັນ ແລະ ກາງຄືນ.(ພາບ:TTXVN)

ຄວາມຫຍຸ້ງຍາກທີສອງ ແມ່ນກົດແຫ່ງການປະພຶດ (COC), ແມ່ນເອກະສານທີ່ມີເນື້ອໃນລະອຽດກ່ຽວກັບຖະແຫຼ່ງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຕາເວັນອອກ (DOC) ທີ່ກຳລັງມີການເຈລະຈາລະຫວ່າງ ຈີນ ກັບ ບັນດາປະເທດສະມາຊິກອາຊຽນ,ຄາດວ່າຈະໄດ້ຮັບຮອງ ໃນປີ 2021. ຫວຽດນາມຕ້ອງສຸມໃສ່ COC. ຄວາມຮັບຜິດຊອບຂອງຫວຽດນາມບໍ່ພຽງແຕ່ຂະຫຍາຍການສ້າງຄວາມເຫັນດີເຫັນພ້ອມພາຍໃນອາຊຽນເທົ່ານັ້ນ, ແຕ່ຍັງຕ້ອງມີຄວາມພະຍາຍາມທີ່ຈະສ້າງຮ່າງ COC ທີ່ເປັນໄປໄດ້ສຳລັບປະເທດບຣູໄນ Darussalam, ປະເທດຕໍ່ໄປໃນການເປັນປະທານອາຊຽນ ໃນປີ 2021 ທີ່ອາດຈະຮັບຮອງ COC.

ຄວາມຫຍຸ້ງຍາກທີສາມ ແມ່ນການແຂ່ງຂັນລະຫວ່າງສະຫະລັດອາເມລິກາ ແລະ ຈີນ ເພື່ອສິດເສລີພາບໃນການເດີນເຮືອ (FONOP). ໃນໄລຍະ 3 ປີທີ່ຜ່ານມາ, ສະຫະລັດອາເມລິກາໄດ້ຈັດຕັ້ງກຳລັງກອງທັບທີ່ປະຕິບັດ FONOP, ເຊິ່ງສະຫະລັດອາເມລິກາ ອ້າງວ່າສອດຄ່ອງກັບກົດໝາຍສາກົນ, ໂດຍທີ່ທະຫານສະຫະລັດອາເມລິກາຈະປະຕິບັດງານໃນເຂດນ່ານນ້ຳ ແລະ ເຂດນ່ານຟ້າສາກົນ ຈະບໍ່ແມ່ນລະເມີດກົດໝາຍສາກົນ. ຈີນໄດ້ຕອບໂຕ້ທາງດ້ານການເມືອງ, ທາງການທູດ ແລະ ທາງຍຸດທະສາດຕໍ່ FONOP ແລະ ໄດ້ດຳ ເນີນການເຄື່ອນໄຫວແບບບັງຄັບໃນພາກພື້ນໂດຍຜ່ານການເຝິກຊ້ອມທີ່ອັນຕະລາຍ. ເມື່ອບໍ່ດົນມານີ້, ກຳ ປັ່ນປົດປ່ອຍປະຊາຊົນ (PLA) ໄດ້ຍິງປືນ laser ໃສ່ເຮືອບິນລາດຕະເວນ P-8 ຂອງສະຫະລັດອາເມລິກາ.

​ເປັນປະທານອາຊຽນ ແມ່ນຕຳແໜ່ງທີ່ຮັບ​ຄວາມທ້າທາຍຕ່າງໆ ແລະ ມີຄວາມຄາດຫວັງສູງຈາກບັນດາປະເທດສະມາຊິກ. ນີ້ແມ່ນຕຳແໜ່ງທີ່ຮຽກຮ້ອງໃຫ້ຜູ້​ທີ່​ຄວາມ​ອາວຸ​ໂສ ​ແລະ ມີ​ປະສົບ​ການປະທານດຳເນີນວຽກງານຂອງ​ອາ​ຊຽນ, ພ້ອມກັນນັ້ນ, ກໍ່ຕ້ອງແກ້ໄຂບັນດາບັນຫາທີ່ພົ້ນເດັ່ນ ແລະ ບັນຫາມີຢູ່ແລ້ວ ໃນພາກພື້ນ. ນອກຈາກນັ້ນ, ບັນດາປະເທດໃນພາກພື້ນ ແລະ ນອກພາກພື້ນ ກໍາລັງມີການຄາດຄະເນກ່ຽວກັບວິວັດທະນາການຂອງສິ່ງທ້າທາຍຕ່າງ ແລະ ບາງບັນຫາໃໝ່ ທີ່ອາຊຽນອາດຈະປະເຊີນໜ້າ. ນອກຈາກນັ້ນ, ບັນດາປະເທດອາຊຽນກໍ່ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ.

ໂດຍລວມແລ້ວ, ຕຳແໜ່ງປະທານອາຊຽນຂອງຫວຽດນາມ ໄດ້ຖືວ່າແມ່ນກາລະໂອກາດ, ແຕ່ກໍ່ແມ່ນສິ່ງທ້າທາຍ. ຮ່າໂນ້ຍ ໄດ້ຮັບຄວາມຫວັງວ່າຈະປະຕິບັດໜ້າ​ທີ່ຄວາມຮັບຜິດຊອບຂອງຕົນພາຍໃຕ້ກົດບັດອາຊຽນ ແລະ ສື່ສານສິ່ງນີ້ຕໍ່ປະຊາຊົນບັນດາປະເທດອາຊຽນ, ພ້ອມກັນນັ້ນ; ກໍ່ພັດທະນາຫົວຂໍ້ ແລະ ເປັນບຸລິມະສິດຂອງປະເທດເຊິ່ງທີ່ເປັນປະທານອາຊຽນກ່ອນໜ້ານີ້.

ຫວຽດນາມຍັງຈະຕົກຢູ່ພາຍໃຕ້ຄວາມກົດດັນທີ່ຕ້ອງຮັບຮອງເອົາແນວທາງທີ່ເຂັ້ມງວດກວ່າຕໍ່ຈີນໃນບັນຫາການຂັດແຍ້ງຢູ່ທະເລຕາເວັນອອກ. ບັນດາຜູ້ນຳວຽດນາມ ມີປະສົບການ ແລະ ຄວາມສາມາດດ້ານການທູດຢ່າງພຽງພໍ ເພື່ອນຳພາ ແລະ ຄຸ້ມຄອງຄວາມເຄັ່ງຕຶງໃນພາກພື້ນໃນຖານະທີ່ເປັນປະທານອາຊຽນ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.