ບັນດາປະເທດອາຊຽນ ຕີລາຄາສູງວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 36 ຂອງຫວຽດນາມ

16:45 | 08/03/2020

ຍສໝ - ບັນດາປະເທດກໍ່ແບ່ງປັນກ່ຽວກັບວຽກງານຂອງປະທານອາຊຽນ 2020, ພ້ອມທັງຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຈັດຕັ້ງກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 36 ໃຫ້ສໍາເລັດຜົນ.

ບັນດາປະເທດອາຊຽນ ຕີລາຄາສູງວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 36 ຂອງຫວຽດນາມ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. (ພາບ: baoquocte.vn)

ໂດຍສືບຕໍ່ວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 36 ໃນເດືອນເມສາ 2020, ວັນທີ 6 ມີນາ, ຢູ່ດ່ານັ້ງ, ກອງປະຊຸມປຶກສາຫາລືຮ່ວມອາຊຽນ (JCM) ໄດ້ຈັດຕັ້ງພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ. ກອງປະຊຸມກໍ່ປຶກສາຫາລືກ່ຽວກັບມາດຕະການຊຸກຍູ້ເພີ່ມທະວີການຮ່ວມມືອາຊຽນ ໃນບັນດາຂົງເຂດຮ່ວມມືລະຫວ່າງຂະແໜງການ, ຄື: ການເຊື່ອມຕໍ່, ການຮັບມືກັບເຊື້ອພະຍາດ Covid-19, ກຳແໜ້ນກາລະໂອກາດຂອງການປະຕິວັດອຸດສາຫະກໍາ 4.0, ຊຸກຍູ້ການສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງວິໄສທັດອາຊຽນ 2025 ກັບບັນດາເປົ້າໝາຍພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.