ງານບຸນວັດທະນະທຳສີສັນຊົນເຜົ່າ ຫວຽດນາມ ຢູ່ເຢຍລະມັນ

16:30 | 24/02/2020

ຍສໝ - ວັນທີ 23 ກຸມພາ, ຢູ່ສູນວາງສະແດງສາກົນ Leipzig ຢູ່ ເຢຍລະມັນ, ສະມາຄົມຊາວ ຫວຽດນາມ ແລະ ສະມາຄົມແມ່ຍິງຕົວເມືອງ Leipzig ໄດ້ຈັດຕັ້ງງານບຸນວັດທະນະທຳສີສັນຊົນເຜົ່າຂອງຊາດຫວຽດນາມ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.

ວັນບຸນມີການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ຫຼາຍສິບຄົນຈາກສະຖານທູດຫວຽດນາມ ປະຈຳ ເຢຍລະມັນ, ພິເສດແມ່ນຄວາມສົນໃຈຂອງນັກທ່ອງທ່ຽວສາກົນ ຈຳນວນຫຼວງຫຼາຍເຂົ້າຮ່ວມງານວາງສະແດງຕົວເມືອງ Leipzig. ເຫດການດັງກ່າວເພື່ອແນໃສ່ໂຄສະນາວັດທະນະທຳ ທີ່ເປັນເອກະລັກສະເພາະ, ພ້ອມທັງຄວາມມິດຕະພາບຂອງປະເທດ ແລະ ປະຊາຊົນຫວຽດນາມ ເຖິງເພື່ອນມິດສາກົນ.

ກ່າວຄຳເຫັນທີ່ພິທີໄຂງານບຸນວັດທະນະທຳ, ທ່ານ ຫງວຽນແມ້ງເຢັນ - ຮອງປະທານສະມາຄົມຫວຽດນາມ ຢູ່ Leipzig ໄດ້ເນັ້ນໜັກວ່າ, ງານບຸນວັດທະນະທຳນີ້ ແມ່ນເຫດການພິເສດ, ສະແດງໃຫ້ເຫັນການຮ່ວມມື, ຄວາມສາມັກຄີ, ມິດຕະພາບໃນຕະຫຼອດ 45 ປີ ນັບແຕ່ເມື່ອ ຫວຽດນາມ ແລະ ເຢຍລະມັນ ສ້າງຕັ້ງການພົວພັນທາງການທູດ.

ງານບຸນວັດທະນະທຳສີສັນຊົນເຜົ່າ ຫວຽດນາມ ຢູ່ເຢຍລະມັນ

ງານບຸນວັດທະນະທຳສີສັນຊົນເຜົ່າ ຫວຽດນາມ ຢູ່ Leipzig ເຢຍລະມັນ. (ພາບ: baoquocte)

ດ້ວຍຫົວຂໍ້ງານບຸນວັດທະນະທຳ ທີເຕັ່ມໄປດ້ວຍສີສັນຂອງບັນດາຊົນເຜົ່າຫວຽດນາມ, ເຫດການໄດ້ມີການເຂົ້າຮ່ວມການສະແດງສິລະປະ ແລະ ການສະແດງແຟຊັ່ນຂອງຫລາຍອົງການຈັດຕັ້ງ ແລະ ສະມາຄົມເພື່ອໂຄສະນາບັນດາຄຸນລັກສະນະວັດທະນະທຳ, ກໍ່ຄືຄວາມມິດຕະພາບ, ສະໜິດສະໜົມຂອງປະເທດ, ຊາວຫວຽດນາມກັບເພື່ອນມິດສາກົນ.

ທ່ານ Martin Buhl-Wagner, ຜູ້ອຳນວຍການບໍລິຫານງານຂອງສູນຕະຫຼາດນັດສາກົນ Leipzig ໄດ້ສະແດງຄວາມເປັນກຽດທີ່ໄດ້ຮັບການຄັດເລືອກຈາກປະຊາຄົມຊາວຫວຽດນາມ ຢູ່ Leipzig ເພື່ອເປັນສະຖານທີ່ຈັດຕັ້ງເຫດການສຳຄັນສຳລັບ ຫວຽດນາມ ແລະ ເຢຍລະມັນ, ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສອງປະເທດ. ສະຖານທີ່ແຫ່ງນີ້ໄດ້ຮັບການຈັດຕັ້ງ ແລະ ໂຄສະນາຢ່າງເປັນປະຈຳໂດຍສະມາຄົມຊາວຫວຽດນາມຢູ່ Leipzig ເປັນເວລາຫຼາຍປີ, ເຊິ່ງເປັນສະຖານທີ່ຈັດຕັ້ງເພື່ອໂຄສະນາ, ແນະນຳເອກະລັກຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນໃນໂອກາດບຸນປີໃໝ່ ຫຼື ວັນບຸນວັດທະນະທຳ.

ການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ໄດ້ສົມທົບກັບເຫດການຕ່າງໆທີ່ງານວາງສະແດງສາກົນ Leipzig 2020, ໄດ້ດຶງດູດປະຊາຊົນ ເຢຍລະມັນ ແລະ ແຂກທ່ອງທ່ຽວສາກົນມາຮ່ວມງານຕະຫຼາດນັດ. ນີ້ກໍ່ແມ່ນໂອກາດທີ່ດີເພື່ອໂຄສະນາປະເທດ, ວັດທະນະທຳ ແລະ ຜູ້ຄົນຫວຽດນາມກັບເພື່ອນມິດສາກົນ.

(ຄຳຮຸ່ງ)

ເຫດການ