ຫວຽດນາມ ເປັນປະທານຈັດກອງປະຊຸມພິເສດ ເພື່ອປຶກສາຫາລືການຮ່ວມມືໃນການປະເຊີນໜ້າກັບ COVID-19

06:40 | 20/02/2020

ຍສໝ - ການປະຕິບັດແຜນງານອາຊຽນ 2020, ກອງປະຊຸມແຄບລັດຖະມົນຕີປ້ອງກັນປະເທດອາຊຽນ 2020 (ADMM Retreat 2020) ໄດ້ໄຂຂຶ້ນໃນຕອນເຊົ້ານີ້ທີ່ຮ່າໂນ້ຍ.

ທ່ານ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດເປັນປະທານກອງປະຊຸມ. ເຂົ້າຮ່ວມມີບັນດາລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ. ເຫດການດັ່ງກ່າວ ມີບົດບາດສຳຄັນໃນການກຳນົດທິດການຮ່ວມມືໃຫ້ແກ່ອາຊຽນ 2020 ແລະ ກະກຽມໃຫ້ແກ່ກອງປະຊຸມ ADMM ແລະ ADMM + ໃນທ້າຍປີ.

ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດ ເພື່ອຮັບມືກັບໄພຂູ່ເຂັນດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ໃນການໂລກລະບາດ Covid-19. ຖະແຫຼງການສະແດງໃຫ້ເຫັນຄວາມຕັດສິນໃຈເພີ່ມທະວີການຮ່ວມມືຕົວຈິງ ລະຫວ່າງບັນດາອົງການປ້ອງກັນປະເທດອາຊຽນ, ພິຈາລະນາຈັດຕັ້ງການອອກກຳລັງກາຍເຝິກຊ້ອມ ເພື່ອແກ້ໄຂສະພາບການພາຍໃນຂອບເຂດສູນການແພດທະຫານອາຊຽນ, ໃນນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງການປະຕິບັດງານນີ້ແມ່ນຢູ່ໃນເວລາທີ່ສັ້ນທີ່ສຸດ ເພື່ອຕອບສະໜອງຮັບມືຕໍ່ Covid-19.

ຫວຽດນາມ ເປັນປະທານຈັດກອງປະຊຸມພິເສດ ເພື່ອປຶກສາຫາລືການຮ່ວມມືໃນການປະເຊີນໜ້າກັບ COVID-19

ທ່ານພົນເອກ ໂງຊວນລິກ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: vietnamnet)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ, ປີ 2020 ຊ່ອງທາງປ້ອງກັນປະເທດທະຫານ ຈະສືບຕໍ່ປະກອບສ່ວນສຳຄັນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ, ນຳມາເຊິ່ງຊີວິດທີ່ດີໃຫ້ແກ່ປະຊາຊົນທຸກຄົນ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ດຳເນີນໄປໃນສະພາບການຂອງສິ່ງທ້າທາຍດ້ານຄວາມປອດໄພທີ່ສັບສົນຫຼາຍ, ໂດຍສະເພາະ ແມ່ນການລະບາດເຊື້ອຈຸລະໂລກ COVID-19 ແມ່ນສິ່ງທ້າທາຍຂອງທົ່ວໂລກ.

ທາງຝ່າຍຫວຽດນາມ, ທະຫານໄດ້ປະຕິບັດຫຼາຍມາດຕະການທີ່ຢູ່ພາຍໃຕ້ການຊີ້ນຳຂອງລັດຖະບານ ເພື່ອຮັບມືຕໍ່ພະຍາດດັ່ງກ່າວ. ໃນຖານະທີ່ເປັນປະທານສະພາບໍລິຫານຂອງສູນການແພດທະຫານ ອາຊຽນ 2020, ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກສຶກສາ ແລະ ຈັດຕັ້ງການເຝິກຊ້ອມ ແລະ ຮັບມືກັບສະພາບການຕອບສະໜອງຕໍ່ການລະບາດຂອງພະຍາດໃນປີ 2020.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມມືອາຊຽນ ເພີ່ມທະວີການຮ່ວມມືຕື່ມອີກ ເພື່ອຍົກສູງ ກຳລັງຄວາມສາມາດຂອງສະມາຊິກທະຫານ ເພື່ອຕອບສະໜອງການບໍລິການດ້ານການແພດ, ໂດຍສະເພາະ ແມ່ນການຮັບປະກັນການຕອບສະໜອງດ້ານການແພດທະຫານ ຕໍ່ການລະບາດເຊື້ອຈຸລະໂລກ COVID-19.

ທ່ານພົນເອກ ໂງຊວນລິກ ໃຫ້ຮູ້ວ່າ: ບັນດາຝ່າຍເຫັນດີອອກຖະແຫຼງການຮ່ວມມືດ້ານປ້ອງກັນຊາດ ເພື່ອຮັບມືກັບບັນດາໄພຂູ່ເຂັນດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ໃນການລະບາດ Covid-19 ເປັນຫຼັກຖານສະແດງໃຫ້ເຫັນເຖິງຄວາມສາມັກຄີ, ຄວາມຕັດສິນໃຈ ແລະ ເປັນເຈົ້າການຂອງອາຊຽນ ໃນການຕອບໂຕ້ກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທົ່ວໄປ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.