ຫວຽດນາມ ປູກເຊື້ອ ແລະແຍກເຊື້ອໄວຣັດ nCoV ໄດ້ສຳເລັດ

17:26 | 08/02/2020

ຍສໝ - ຕອນເຊົ້າວັນທີ 7 ກຸມພາ 2020, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າສະຖາບັນອະນາໄມກັນພະຍາດສູນກາງ ໄດ້ປະກາດການປູກເຊື້ອຈຸລະໂລກສາຍພັນໃໝ່ຂອງໄວຣັດໂກໂຣນາ ໄດ້ສຳເລັດ.

ຫວຽດນາມ ປູກເຊື້ອ ແລະແຍກເຊື້ອໄວຣັດ nCoV ໄດ້ສຳເລັດ

ພາບປະກອບ

ຢາຊີວະພາບເຊິ່ງອົງການ JICA ຈະຊ່ວຍເຫຼືອໃຫ້ສະຖາບັນອະນາໄມກັນໂລກລະບາດສູນກາງທີ່ມີມູນຄ່າທັງໝົດປະມານ 14 ລ້ານເຢັນນັ້ນ, ລວມມີຢາຊີວະພາບຫລາຍຊະນິດ ເພື່ອປະຕິບັດບັນດາການວິໄຈ, ກວດພົບໄວຣັດສາຍພັນໃໝ່ນີ້ໄດ້ຢ່າງວ່ອງໄວ ແລະ ຊັດເຈນ. ວັນທີ 07 ກຸມພາ, ແຫຼງຂ່າວຈາກອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໃຫ້ຮູ້ວ່າ: ໄດ້ມອບຢາຊີວະພາບຊ່ວຍເຫຼືອລອັດທຳອິດ (ມູນຄ່າປະມານ 2,3 ລ້ານເຢັນ) ໃຫ້ແກ່ສະຖາບັນອະນາໄມກັນພະຍາດສູນກາງ ຫວຽດນາມ ແນໃສ່ຮັບມືຕໍ່ພະຍາດອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ (nCoV) ຢ່າງວ່ອງໄວ.

ຕອນບ່າຍວັນທີ 7 ກຸມພາ, ທ່ານປະລິຍາເອກ Kidong Park, ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ຫວຽດນາມ ໄດ້ຕອບສໍາພາດຕໍ່ນັກຂ່າວຫວຽດນາມ ກ່ຽວກັບກໍາລັງ, ຄວາມສາມາດຂອງຫວຽດນາມ ໃນການແຍກເຊື້ອ ແລະ ປູກ ເຊື້ອໄວຣັດ nCoV ໄດ້ສໍາເລັດຜົນ, ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການວິໄຈບັນດາກໍລະນີຕິດເຊື້ອ ຫຼື ຖືກສົງໄສວ່າຕິດເຊື້ອໄວຣັດ nCoV ໄດ້ຢ່າງວ່ອງໄວ. ທ່ານປະລິນຍາເອກ Kidong Park ໃຫ້ຮູ້ວ່າ ອົງການອະນາໄມໂລກ ຮັບຮູ້ ແລະ ຕີລາຄາສູງກໍາລັງຄວາມສາມາດຂອງສະຖາບັນອະນາໄມກັນໂລກລະບາດສູນກາງໃນການແຍກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່. ຫວຽດນາມ ມີລະບົບຫ້ອງທົດລອງດີທີ່ສຸດສໍາລັບບັນດາພະຍາດຕິດຕໍ່.

ເລື່ອງແຍກເຊື້ອໄວຣັດສາຍພັນໃໝ່ ຈະແມ່ນປະຖົມປັດໄຈໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາ ວັກຊິນປ້ອງກັນ, ຕ້ານໄວຣັດປະເພດດັ່ງກ່າວໃນອະນາຄົດ; ພ້ອມທັງມຸ່ງໄປເຖິງການກໍ່ສ້າງບັນດາຮູບຈໍາລອງສັດລ້ຽງໃນຫ້ອງທົດລອງ ເພື່ອໃຫ້ຂະແໜງສາທາລະນະສຸກມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບໄວຣັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.