ລັດຖະມົນຕີການຕ່າງປະເທດອາເມລິກາກະກຽມການເດີນທາງໄປຢ້ຽມຢາມ 5 ປະເທດ, ໃນນັ້ນມີຫວຽດນາມ

16:28 | 03/07/2018

ວັນທີ 02 ກໍລະກົດ, ກະຊວງຕ່າງປະເທດ ອາເມລິກາ ໄດ້ແຈ້ງຂ່າວໃຫ້ຮູ້ວ່າ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ກະກຽມເດີນທາງໄປປະຕິບັດງານຢູ່ 5 ປະເທດ, ໃນນັ້ນມີຫວຽດນາມ.

ລັດຖະມົນຕີການຕ່າງປະເທດອາເມລິກາກະກຽມການເດີນທາງໄປຢ້ຽມຢາມ 5 ປະເທດ, ໃນນັ້ນມີຫວຽດນາມ

ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ.(ພາບ:REUTERS)

ທ່ານລັດຖະມົນຕີການຕ່າງປະເທດ Pompeo ຈະໄປປະຕິບັດງານຢູ່ 5 ປະເທດຄື ສປປ.ເກົາຫຼີ, ຍີ່ປຸ່ນ, ຫວຽດນາມ, ສະຫະລັດອາຣັບເອັມມີເລັດ (UAE) ແລະ ແບນຊິກ ແຕ່ວັນທີ 5 – 12 ກໍລະກົດ. ແຈ້ງການດັ່ງກ່າວ ໄດ້ຊີ້ແຈ້ງວ່າ ທ່ານ Pompeo ຈະໄປຢ້ຽມຢາມ ພຽງຢາງ ແຕ່ວັນທີ 5 – 7 ກໍລະກົດ ເພື່ອສືບຕໍ່ເຈລະຈາ ແລະ ປະຕິບັດບັນດາຄວາມກ້າວໜ້າທີ່ບັນລຸໄດ້ ພາຍຫຼັງການພົບປະຂັ້ນສຸດຍອດລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong Un ເມື່ອວັນທີ 12 ມິຖຸນາ ທີ່ຜ່ານມາຢູ່ ສິງກະໂປ. ໃນລະຫວ່າງວັນທີ 7 – 8 ກໍລະກົດ, ທ່ານ Pompeo ຈະໄປຢ້ຽມຢາມ ໂຕກຽວ ແລະ ມີການພົບປະກັບບັນດາການນຳຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອ ປຶກສາຫາລືກ່ຽວກັບຄຳໝັ້ນສັນຍາຮ່ວມຂອງ 3 ປະເທດ ສຳລັບການປອດນິວເຄຼຍຢູ່ແຫຼມເກົາຫຼີຢ່າງສິ້ນເຊິງ ແລະ ສາມາດກວດກາ, ຢັ້ງຢືນໂຄງການນິວເຄຼຍຢູ່ ສປປ.ເກົາຫຼີ, ກໍຄືບັນດາບັນຫາຢູ່ພາກພື້ນ ແລະ ບັນຫາອື່ນໆລະຫວ່າງສອງຝ່າຍ.

ສືບຕໍ່ການໄປຢ້ຽມຢາມ, ວັນທີ 8 – 9 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຈະມີການພົບປະກັບເຈົ້າໜ້າທີ່ຂັ້ນສູງຂອງຫວຽດນາມ ເພື່ອປຶກສາຫາລືກ່ຽວກັບການປອດນິວເຄຼຍຂອງ ສປປ.ເກົາຫຼີ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ