Facebook ໄດ້ລິກກະສິດຖ່າຍທອດສົດ ພິເມຍລີກ ຢູ່ ອາຊີຕາເວັນອອກສ່ຽງໃຕ້

10:56 | 09/07/2018

ບ​ສ​ໝ - ໜັງສືພິມ The Sun ຂອງ ອັງກິດ ໃຫ້ຮູ້ວ່າ Facebook ໄດ້ສຳເລັດ ການເຈລະຈາກັບ ຄະນະຈັດຕັ້ງ ຂອງພິເມຍລີກ (Premier Leagu) ກ່ຽວກັບລິກາສິດ ຖ່າຍທອດສົດ ເຕະບານພີເມຍລີກ ຂອງອັງກິດ ຢູ່ ພາກພື້ນອາຊີຕາເວັນອອກສ່ຽງໃຕ້

Facebook ໄດ້ລິກກະສິດຖ່າຍທອດສົດ ພິເມຍລີກ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ຄົນ​ລາວ-ຫວຽດ​ນາມ ຈະ​ສາ​ມາດ​ຊົມ​ການ​ຖ່າຍ​ທອດ​ສົດ ເຕະ​ບານ Premier League ຜ່ານ Facebook ແລ້ວ.

ບໍ​ລິ​ສັດ​ຍັກ​ໃຫຍ່ ກ່ຽວ​ກັບ​ສື່​ສານ​ມວນ​ຊົນ ໄດ້​ເອົາ​ຊະ​ນະ BeIN Sports và Fox Sports Asia ຍາດ​ໄດ້​ລິ​ກາ​ສິດ ຖ່າຍ​ທອດ​ສົດ​ເຕະ​ບານ ພີ​ເມ່ຍ​ລີກ ອັງ​ກິດ ໃນ​ໄລ​ຍະ​ເວ​ລາ 3ປີ , ເລີ່ມ​ແຕ່ ປີ 2019. ຈຳ​ນວນ​ເງິນ​ທີ່ Facebook ຕ້ອງ​ຈ່າຍ​ໃຫ້​ຄະ​ນະ​ຈັດ​ຕັ້ງ ຂອງ Premier League ແມ່ນ 200 ລ້ານ​ປອນ( ປະ​ມານ 264 ລ້ານ​ໂດ​ລາ​ສະ​ຫະ​ລັດ)

380 ນັດ​ ໃນ​ຂອບ​ເຂດ​ການ​ເຕະ​ບານ ອັງ​ກິດ ຂອງ​ແຕ່​ລະ​ດູ​ການ ແຕ່ປີ 2019 ຈະ​ໄດ້​ຮັບ​ການ​ພັດ​ທະ​ນາ ບົນ​ພື້ນ​ຖານໂຄງ​ຮ່າງ​ຂອງ Facebook ຢູ່ ປ​ະ​ເທດ​ໄທ, ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ, ບ່ອນ​ທີ່ BeIN Sports ກຳ​ລັງ​ກຳ​ລິ​ກາ​ສິດ​ຖ່າຍ​ທອດ​ສົດ​ປະ​ຈຸ​ບັນ.

ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ຮູ້​ລະ​ອຽດ​ວ່າ ຜູ້​ຊົມ​ແຟນ​ບານ​ ຈະ​ໄດ້​ຮັບ​ຊົມ​ແບບ​ບໍ່​ເສຍ​ຄ່າ ຫຼື​ ວ່າ​ໄດ້​ເສຍ​ຄ່າ ໃນ​ການ​ຖ່າຍ​ທອດ​ສົດ​ຜ່ານ Facebook.

ການ​ທີ່ Facebook ໄດ້​ເຂົ້າ​ມາ​ປະ​ມູນ ລິ​ກາ​ສິດ​ໃນ​ການ​ຖ່າຍ​ທອດ​ສົດການ​ແຂ່ງ​ຂັນ​ເຕ​ະ​ບານ ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ທະ​ເຍີ​ທະ​ຍານ​ ໃນ​ການ​ຂະ​ຫຍາຍ​ຄວາມ​ຍິ່ງ​ໃຫຍ່​ຂອງ​ຕົນ. ບໍ່​ພຽງ​ແຕ່ Facebook, ແຕ່ YouTube, Netflix ຫຼື Amazon ກໍ່​ໄດ້​ເຄີຍ​ຖ່າຍ​ທອດ​ສົດ​ບັນ​ດາ​ລີກ​ຕ່າງ​ຜ່ານ ພື້ນ​ຖານ​ໂຄງ​ຮ່າງ​ເຕັກ​ໂນ​ໂລ​ຊີຂອງ​ຕົນ.

Facebook ໄດ້ລິກກະສິດຖ່າຍທອດສົດ ພິເມຍລີກ ຢູ່ ອາຊີຕາເວັນອອກສ່ຽງໃຕ້

ເຕະ​ບາ​ພີ​ເມ່ຍ​ລີກ​ນັບ​ມື້​ນັບ​ມີ​ຄວາມ​ດຶງ​ດູ ຜູ້​ຊົມ​ເບິ່ງ​ຫຼາຍ​ຂື້ນ.( ພາບ:Marca)

ສິ່ງນີ້​ສະ​ແດງ​ໃຫ້​ເ​ຫັນ​ຄວາມ​ດັງ ແລະ ດຶງ​ດູດ​ຂອງ​ການ​ແຂ່​ງ​ຂັນ​ເຕະ​ບານ ພີ​ເມ່ຍ​ລີກ ຕໍ່​ກັບ​ຜູ້​ຊົມ​ທີ່​ມັກ​ການ​ແຂ່ງ​ຂັນ​ເຕະ​ບານ ໃນ​ທົ່ວ​ໂລກ. ນັບ​ມື້​ນັບ​ມີ​ຫຼາຍ​ຫົວ​ໜ່ວຍ​ທຸ​ລະ​ກິດ ກ້າ​​ທຸ້ມ​ເງິນເຂົ້າ​ໃນ​ການ​ຊື້​ລິ​ກາ​ສິດ​ຖ່າຍ​ທອດ​ສົດ ພີ​ເມ່ຍ​ລີກ. ຢູ່ ປະ​ເທດ ອັງ​ກິດ ສະ​ຫະ​ບໍ​ລິ​ສັດ BT và Sky ໄດ້​ຈ່າຍ​ເງິນ​ປະ​ມານ 4,46 ຕື້​ປອນ ໄດ້​ຖ່າຍ​ທອດ​ສົດ​ບັນ​ດາ​ການ​ແຂ່ງ​ຂັນ​ແຕ່​ປີ 2019-2022. ສັນ​ຍາ​ດັ່ງ​ກ່າວ​ອະ​ນຸ​ຍາດ​ໃຫ້ ບັນ​ດາ​ສະ​ໂມ​ສອນ​ເຕະ​ບານ ຢູ່​ອັງ​ກິດ ອາດ​ຈະ​ມີ​ລາຍ​ຮັບຫຼາຍກວ່າ 5 ຕື້​ປອນ ໃນ​ລະ​ຕູ​ການ​ຕໍ່​ໄປ.

ສະ​ຖິ​ຕິ​ປີ 2016-2017 ຂອງ Deloitte ໃຫ້​ຮູ້​ວ່າ ບັນ​ດາ​ສະ​ໂມ​ສອນ​ຕົ້ນ​ຂອງ ອັງ​ກິດ ມີລາຍ​ຮັບເຖິງ 4,63ຕື້​ປອນ, ທົບ​ສອງ​ເທົ່າຂອງ​ລາຍ​ຮັບ 2,49ຕື້​ປອນ ຂອງ​ບັນ​ດາ​ສະ​ໂມ​ສອນ ຢູ່ La Liga (ສະ​ເປນ).

(ຫັດ​ທະ​ບູນ)

ເຫດການ