ມອບຂອງຂັວນປີໃໝ່ຫວຽດ ໃຫ້ແກ່ນັກຮຽນລາວ, ກຳປູເຈຍ ແລະ ໂມຊຳບິກ ຈຳນວນ 450ຊຸດ

00:54 | 13/05/2019

ຍສມ - ວັນທີ 23 ມັງກອນ, ໂອກາດບຸນປີໃໝ່ຫວຽດ (ປີກຸນ 2019), ກຳມະການປະຊາຊົນ ແຂວງຖ໋າຍບິ່ງ ຈັດຕັ້ງການພົບປະ, ອວຍພອນປີໃໝ່ຫວຽດ ໃຫ້ແກ່ບັນດານ້ອງນັກຮຽນລາວ, ກຳປູເຈຍ ແລະ ໂມຊຳບິກ ທີ່ກຳລັງຮຽນຢູ່ແຂວງຖ໋າຍບິ່ງ.

ມອບຂອງຂັວນປີໃໝ່ຫວຽດ ໃຫ້ແກ່ນັກຮຽນລາວ, ກຳປູເຈຍ ແລະ ໂມຊຳບິກ ຈຳນວນ 450ຊຸດ

ພິທີມອບຂອງຂັວນປີໃໝ່ຫວຽດ ໃຫ້ແກ່ນັກຮຽນລາວ, ກຳປູເຈຍ ແລະ ໂມຊຳບິກ ຂອງມະຫາວິທະຍາໄລ ການຢາຖ໋າຍບິ່ງ. (ພາບ: ສຳນັກຂ່າວຫວຽດນາມ)

ທີ່ການພົບປະຄັ້ງນີ້, ແຂວງຖ໋າຍບິ່ງ ໄດ້ມອບຂອງຂວັນປີໃໝ່ຈຳນວນ 450 ຊຸດ (250.000ດົ່ງ/ຊຸດ) ໃຫ້ແກ່ນັກຮຽນລາວ ຈຳນວນ 281ຊຸດ, ນັກຮຽນກຳປູເຈຍ 163 ຊຸດ ແລະ ນັກຮຽນໂມຊຳບິກ ຈຳວນ 4 ຊຸດ ທີ່ກຳລັງສຶກສາຮຳ່ຮຽນ ຢູ່ ມະຫາວິທະຍາໄລ ການຢາແຂວງຖ໋າຍບິ່ງ.

ກ່າວຄຳເຫັນທີ່ກອງປະຊຸມພົບປະຄັ້ງນີ້, ທ່ານນາງ ຫງວ໋ຽນ ຖິ ລິ໋ງ ຮອງປະທານກຳມະການປະຊາຊົນແຂວງຖ໋າຍບິ່ງໄດ້ເນັ້ນໜັກວ່າ: ແຕ່ລະປີ ໂອກາດບຸນປີໃໝ່ຫວຽດນາມ, ກຳມະການປະຊາຊົນແຂວງຖ໋າຍບິ່ງ ຈັດຕັ້ງການພົບປະແລກປ່ຽນລະຫວ່າງບັນດານັກຮຽນຕ່າງປະເທດທີ່ກຳລັງສຶກສາຮຳ່ຮຽນ ແລະ ດຳລົງຊີວິດຢູ່ພາຍໃນແຂວງຖ໋າຍບິ່ງ.

ນີ້ແມ່ນໂອກາດທີ່ນັກຮຽນຕ່າງປະເທດມີໂອກາດຮັບຮູ້ຢ່າງເລິກເຊິ່ງ ແລະ ຄົບຖ້ວນ ກ່ຽວກັບຮີດຄອງປະເພນີອັນດີງາມ, ຄວາມເອື້ອເພື້ອເພື່ອແຜ່ຂອງປະຊາຊົນຫວຽດນາມ, ສະຖານທີ່ນັກຮຽນຕ່າງປະເທດກຳລັງດຳລົງຊີວິດ, ຮຳ່ຮຽນ. ພ້ອມກັນນັ້ນປະກອບສ່ວນຍົກສູງຄວາມສາມັກຄີມິດຕະພາບ ລະຫວ່າງ ລັດ ແລະປະຊາຊົນຫວຽດນາມ ກັບລັດຖະບານ ແລະ ປະຊາຊົນລາວ, ກຳປູເຈຍ ແລະ ໂມຊຳບິກ.

ໂອກາດນີ້ ທ່ານຮອງກຳມະການປະຊາຊົນແຂວງຖ໋າຍບິ່ງ ໄດ້ສັນລະເສີນ ແລະ ຮັບຮູ້ເຖິງການປະກອບສ່ວນອັນຕັ້ງໜ້າຂອງ ມະຫາວິທະຍາໄລ ການຢາ ຖ໋າຍບິ່ງ, ສະຫະພັນອົງການມິດຕະພາບແຂວງ, ບັນດານັກຮຽນຕ່າງປະເທດໃນປີຜ່ານມາ ແລະ ສະເໜີມາຍັງໂຮງນຽນ ແລະ ສະຫະພັນອົງການມິດຕະພາບແຂວງ ເອົາໃຈໃສ່ຂື້ນຕື່ມ ເພື່ອໃຫ້ບັນດານ້ອງນັກຮຽນຕ່າງປະເທດມີເງື່ອນໄຂໃນການເສີມຂະຫຍາຍຄວາມສາມາດຂອງຕົນເອງ. ພ້ອມກັນນັ້ນ ຕື່ນຕົວຊຸກຍູ້ ສາຍພົວພັນສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ຮ່ວມມືປະຊາຊົນ ກັບບັນດາອົງການ, ທ້ອງຖິ່ນຂອງແຕ່ລະປະເທດຂ້າງເທິງ ປະກອບສ່ອນຢ່າງຕັ້ງໜ້າໃນຂົງເຂດການຕ່າງປະເທດຂອງແຂວງ ແລະ ຂອງປະເທດ.

ມະຫາວິທະຍາໄລ ການຢາ ຖ໋າຍບິ່ງ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ຂົງເຂດຂະແໜງການວິທະຍາສາດສຸຂະພາບ, ຂະແໜງທົ່ວໄປ, ຫຼາຍຂັ້ນທີ່ມີຸຄຸນນະພາບ, ຄົ້ນຄ້ວາ, ຖ່າຍທອດເຕັກນິກວິທະຍາສາດ, ສະໜອງການບໍລິການ ແລະ ສິນຄ້າເພື່ອເປົ້າໝາຍຮັກສາ ແລະ ຮັບປະກັນສຸກຂະພາບໃຫ້ແກ່ປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການຫັນປ່ຽນເປັນອຸດສາຫະກຳ ຫັນເປັນທັນສະໄໝ ແລະ ເຊື່ອມໂຍງສາກົນ. ໂຮງຮຽນມະຫາວິທະຍາໄລ ໄດ້ກໍ່ສ້າງນັກຮຽນລາວແຕ່ປີ 1969, ນັກຮຽນກຳປູເຈຍ ແຕ່ປີ 1982 ແລະ ນັກຮຽນໂມຊຳບິກ ແຕ່ປີ 2016.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.