ພົບປະນັກຮຽນລາວ ໂອກາດບຸນປີໃໝ່ ປີກຸນ 2019

00:54 | 14/05/2019

ຍສໝ - ໃນມໍ່ໆມານີ້ ຢູ່ຫ້ອງການກຳມະການປະຊາຊົນແຂວງ ເຊີນລາ ໄດ້ຈັດພິທີພົບປະກັບນັກຮຽນ ລາວ ໂອກາດວັນຂື້ນປີໃໝ່ ປີກຸນ 2019. ເຂົ້າຮ່ວມໃນງານປະກອບມີ ສະຫາຍ ຈ໋າງ ຖິຊົນ ຄະນະກຳມະການປະຈຳພັກແຂວງ ຮອງປະທານກຳມະການປະຈຳກຳມະການປະຊາຊົນແຂວງເຊີນລາ, ການນຳບັນດາພະແນກ, ຂະແໜງການ ແລະ ບັນດາຫ້ອງການພາຍໃນແຂວງ.

ພົບປະນັກຮຽນລາວ ໂອກາດບຸນປີໃໝ່ ປີກຸນ 2019

ສະຫາຍ ຈ໋າງ ຖິຊົນ ມອບຂອງຂວັນປີໃໝ່ໃຫ້ແກ່ບັນດານ້ອງນັກຮຽນລາວ.

ໃນພິທີດັ່ງກ່າວ ບັນດາຜູ້ແທນ ແລະ ນ້ອງນັກຮຽນລາວຮ່ວມກັນຫວນຄືນປະຫວັດສາດອັນສະຫງ່າລາສີຂອງປະຊາຊົນບັນດາເຜົ່າຂອງ ຫວຽດນາມ-ລາວ, ຄວາມສາມັກຄີ ແລະ ສາຍພົວພັນພິເສດ ຫວຽດນາມ-ລາວ ເວົ້າລວມ, ເຊີນລາ ກັບບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກໆຂົງເຂດ; ປະຕິບັດສຳເລັດຢ່າງມີປະສິດທິຜົນບັນດາເນື້ອໃນຂອງການຮ່ວມມືຂອງແຂວງເຊີນລາ ກັບບັນດາແຂວງ ພາກເໜືອລາວ; ຍົກສູງຄຸນນະພາບຂອງການຮ່ວມມືເພື່ອຜົນປະໂຫຍດຂອງປະຊາຊົນຂອງສອງປະເທດ, ພິເສດແມ່ນໃນຂົງເຂດການສືກສາ-ບຳລຸງສ້າງ.

ໂອກາດນີ້ ສະຫາຍ ຈ໋າງ ຖິຊົນ ໄດ້ມອບຂອງຂັວນປີໃໝ່ ໃຫ້ແກ່ບັນດານ້ອງນັກຮຽນລາວ ທີ່ກຳລັງສຶກສາຮຳ່ຮຽນ ຢູ່ ບັນດາມະຫາວິທະຍາໄລ, ວິທະຍາໄລ, ໂຮງຮຽນຊັ້ນກາງວິຊາຊີບ ພາຍໃນແຂວງ.

(ຫັດ​ທະ​ບູນ)

ເຫດການ
ອ່ານຫຼາຍທີ່ສຸດ