ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

14:33 | 02/12/2019

ຕອນຄໍ່າວັນທີ 30 ພະຈິກ, ງານມະຫາກໍາກິລາ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 (SEA Games 30) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຟີລິບປີນ.

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກໍາກິລາ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 (SEA Games 30) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຟີລິບປີນ.

(ພາບ: vnexpress.net)


SEA Games 30 ໄດ້ຮັບການຈັດຕັ້ງຢູ່ 4 ນະຄອນໃຫຍ່ຂອງຟີລິບປີນ ແມ່ນ New Clark City, Subic, Manila ແລະ Tagaytay. ງານມະຫາກໍາກິລາ, ມີການເຂົ້າຮ່ວມຂອງ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ລວມມີ: ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ, ຕີມໍຕາເວັນອອກ. ເຂົ້າຮ່ວມ SEA Games ປີນີ້, ຄະນະກິລາຫວຽດນາມ ມີຈໍານວນນັກກິລາ 856 ຄົນ. ດ້ວຍພະນັກງານ 28 ຄົນ, ທ່ານໝໍ 22 ຄົນ, ສ່ວນຍັງເຫຼືອແມ່ນບັນດາຊ່ຽວຊານ, ຄູຝຶກ ແລະນັກກິລາ, ໂດຍທ່ານ ເຈິ່ນດຶກເຟິ໊ນ ຮອງຫົວໜ້າກົມໃຫຍ່ກິລາກາຍະກໍາຫວຽດນາມ ເປັນຫົວໜ້າຄະນະ.

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ໄດ້ໄຂຂຶ້ນຢ່າງເປັນທາງການ

ເຂົ້າຮ່ວມ SEA Games ປີນີ້, ຄະນະກິລາຫວຽດນາມ ມີຈໍານວນນັກກິລາ 856 ຄົນ.(ພາບ: vnexpress.net)

ສິ່ງພິເສດໃນການເດີນຂະບວນຄັ້ງນີ້ແມ່ນມີການເຂົ້າຮ່ວມຂອງນາງງາມຟີລິບປິນ 11 ຄົນ, ທີ່ເຄີຍຍາດໄດ້ລາງວັນໃນການງານປະກວດນາງງາມໂລກ.ພາຍຫຼັງພິທີການຕ່າງໆທີ່ຈັດຂຶ້ນຢ່າງສົມກຽດນັ້ນ, ທ່ານ Rodrigo Duterte ປະທານາທິບໍດີຟີລິບປີນ ໄດ້ປະກາດໄຂງານມະຫາກໍາກິລາຢ່າງເປັນທາງການ. SEA Games 30 ຈະອັດລົງໃນວັນທີ 11 ທັນວາຈະມາເຖິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.