ນີ້ແມ່ນລາງວັນອັນສູງສົ່ງ ຂອງອາຊຽນ ປະກອບສ່ວນເພື່ອເຊີດຊູ ແລະ ພັດທະນາເຄື່ອງໝາຍ ແລະ ບັນດາທ້ອງຖິ່ນທີ່ມີການບໍລິການດ້ານການທ່ອງທ່ຽວ ທີ່ມີຄຸນນະພາບສູງໃນພາກພື້ນ.
ໂດຍເປັນສ່ວນໜຶ່ງ ຂອງໂຄງການ ATF 2020, ພິທີມອບລາງວັນການທ່ອງທ່ຽວອາຊຽນ ຈະໄດ້ຈັດຂື້ນຢູ່ປະເທດ ບຣູໄນ, ວາງແຜນກ່ອນຈັດຂື້ນໃນວັນທີ 16 ມັງກອນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນໂຄສະນາເຜີຍແຜ່, ຍົກສູງປະສິດທິຜົນການ, ໂສົ່ງເສີມການທ່ອງທ່ຽວຂອງນະຄອນ, ຫວຽດນາມ ແລະ ເຄື່ອງໝາຍການຄ້າສົ່ງເສີມແຫ່ງຊາດ.
![]() |
ກູຍເຍີນ ໄດ້ສະເໜີຮັບລາງວັນທ່ອງທ່ຽວສະອາດ ອາຊຽນ ປີ 2020. (ພາບປະກອບ)
ເພື່ອໃຫ້ໄດ້ຮັບ ລາງວັນການທ່ອງທ່ຽວສະອາດ ອາຊຽນ 2020, ບັນດາຕົວເມືອງ ຕ້ອງຮັບປະກັນ 7 ມາດຖານ ຄື: ການຄຸ້ມຄອງສິ່ງແວດລ້ອມທົ່ວໄປ; ຖະຫນົນຫົນທາງແມ່ນສະອາດ ແລະ ອະນາໄມ; ການຄຸ້ມຄອງສິ່ງເສດເຫຼືອ ແລະ ນ້ຳເປື້ອນ; ອົງການປົກຄອງ ແລະ ຊຸມຊົນ ມີຄວາມຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສຸຂະອະນາໄມຕາມຖະໜົນ; ມີຍ່ານອາວະກາດຂຽວ; ມີເງື່ອນໄຂທີ່ດີເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພໃນຕົວເມືອງ ສຳລັບນັກທ່ອງທ່ຽວ; ພື້ນຖານໂຄງລ່າງ ແລະ ພາຫະນະທ່ອງທ່ຽວ ມີຄວາມສະດວກຕ່າງໆ ສຳລັບການທ່ອງທ່ຽວ ໃຫ້ເໝາະ ສົມ ແລະ ສອດຄ່ອງກັບມາດຕະຖານ…
ກ່ອນໜ້ານັ້ນ, ບັນດາເມືອງ ເຫວ້, ໂຫ້ຍອານ ແລະ ດາລາດ ໄດ້ຮັບໃບຍ້ອງຍໍນະຄອນທ່ອງທ່ຽວສະອາດອາຊຽນ.
(ຄຳຮຸ່ງ)