ຫວຽດນາມ ແລະ ມຽນມາ ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ

21:02 | 15/08/2019

ຍສໝ - ໃນວັນທີ 13 ສິງຫາ, ທີ່ຮ່າໂນ້ຍ, ທ່ານພົນເອກໂຕເລິມລັດຖະມົນຕີກະຊວງຕຳຫຼວດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ AungSoe, ຮອງລັດຖະມົນຕີກະຊວງພາຍໃນສາທາລະນະລັດສະຫະພາບມຽນມາ, ທີ່ໄດ້ເດີນທາງມາຢ້ຽມຢາມແລະ ເຂົ້າຮ່ວມກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ລະຫວ່າງຫວຽດນາມ-ມຽນມາຄັ້ງທີ 7.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ມີຄວາມປາດຖະໜາວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະຮັກສາບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ; ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານດ້ານອາດຊະຍາກຳທີ່ກ່ຽວພັນເຖິງຄວາມສະຫງົບຂອງສອງປະເທດແລະພາກພື້ນ; ຕໍ່ສູ້ກັບການເຄື່ອນໄຫວສວຍໂອກາດກ່ຽວກັບບັນຫາຊົນເຜົ່າ, ສາສະໜາທີ່ກໍ່ຄວາມຂາດສະຖຽນລະພາບທາງດ້ານການເມືອງແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ. ທ່ານ ລັດຖະມົນຕີປາດຖະໜາວ່າສອງຝ່າຍຈະຊ່ວຍເຫຼືອເຊິ່ງກັນໃນການບຳລຸງສ້າງດ້ານພາສາແລະແບ່ງປັນບົດຮຽນດ້ານຄວບຄຸມ ແລະຕໍ່ສູ້ຕ້ານອາດຊະຍາກຳທຸກປະເພດ; ສົມທົບກັນຢ່າງມີປະສິດທິຜົນ ແລະສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໃສສາກົນ…

ຫວຽດນາມ ແລະ ມຽນມາ ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ

ທ່ານ ພົນເອກ ໂຕເລິມ ຕ້ອນຮັບ ທ່ານ AungSoe, ຮອງລັດຖະມົນຕີກະຊວງພາຍໃນມຽນມາ . (ພາບ: VOV)

ສ່ວນທ່ານ AungSoe ປາດຖະໜາວ່າໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງສອງຝ່າຍຈະສືບຕໍ່ພັດທະນາ, ປະກອບສ່ວນຮັບປະກັນຄວາມສະຫງົບຂອງປະເທດຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງສອງປະເທດກໍ່ຄືໃນພາກພື້ນແລະສາກົນ.

ວັນດຽວກັນ, ກະຊວງຕຳຫຼວດຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີຄັ້ງທີ 7ລະຫວ່າງກະຊວງຕຳຫຼວດຫວຽດນາມແລະກະຊວງພາຍໃນມຽນມາ. ນະທີ່ນີ້, ສອງຝ່າຍໄດ້ຮັບຮອງເອົາທິດທາງການຮ່ວມມືໃນໄລຍະຈະມາເຖິງ, ພ້ອມດຽວກັນນັ້ນກໍ່ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ໄວວິວັດການເຈລະຈາເພື່ອກ້າວໄປສູ່ການລົງນາມບັນດາສັນຍາ, ຂໍ້ຕົກລົງເພື່ອສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການພົວພັນຮ່ວມມືຢ່າງຍາວນານຂອງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດກອງປະຊຸມພົບປະສົນທະນາກ່ຽວກັບການປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ ລະຫວ່າງຫວຽດນາມ-ມຽນມາຄັ້ງທີ 8 ຢູ່ມຽນມາໃນປີ 2020.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.