ລັດເຊຍ ຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

15:22 | 10/07/2019

ຍສໝ - ໃນລະຫວ່າງວັນທີ 08 – 10 ກໍລະກົດ 2019, ຢູ່ນະຄອນຫຼວງ ມົດສະກູ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຮ່ວາງ ບິ່ງ ກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ.

ໃນຂອບເຂດການຢ້ຽມຢາມ, ທ່ານ ຮ່ວາງ ບິ່ງ ກວນ ມີບັນດາການເຮັດວຽກ, ພົບປະກັບການນຳຂັ້ນສູງພັກການເມືອງຕ່າງໆຂອງສະຫະພັນລັດເຊຍກັບການນຳກະຊວງການຕ່າງປະເທດ ແລະ ສະພາຕ່ຳລັດເຊຍ.

ລັດເຊຍ ຖືຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານ ຮ່ວາງ ບິ່ງ ກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຮັດວຽກ, ພົບປະກັບການນຳຂັ້ນສູງພັກການເມືອງຕ່າງໆຂອງສະຫະພັນລັດເຊຍ. (ພາບ: TTXVN)

ທີ່ບັນດາການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຂອງລັດເຊຍ; ກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນໃນຊ່ອງທາງພັກ, ການທູດລະດັບລັດ ແລະ ລັດຖະສະພາ, ພິເສດແມ່ນໃນຂອບເຂດການເຄື່ອນໄຫວປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ 2019.

ການນຳບັນດາພັກ, ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດສະຫະພັນລັດເຊຍ ຢືນຢັນເລື່ອງຖືເປັນສຳຄັນການເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງລັດເຊຍ ຢູ່່່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ເຫັນດີເພີ່ມທະວີການຕິດຕາມກວດກາປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ລະຫວ່າງ 2 ປະເທດ ແລະ ອື່ນໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.