ຫວຽດນາມ-ມຽນມາ: ເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ

13:46 | 05/07/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ສໍານັກງານສະພາແຫ່ງຊາດ, ທ່ານນາງ ຕ່ອງ ທິ້ ຟ໋ອງ, ກໍາມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕມຽນມາ (NLD) ໂດຍທ່ານ U Thein Oo, ຫົວໜ້າຄະນະການເງິນ ແລະ ກໍາມະການຄະນະເສດຖະກິດພັກ NLD ນໍາໜ້າມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ຫວຽດນາມ-ມຽນມາ: ເພີ່ມທະວີການຮ່ວມມືໃນທຸກໆຂົງເຂດ

ທ່ານນາງ ຕ່ອງ ທິ້ ຟ໋ອງ ແລະ ທ່ານ U Thein Oo.(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ U Thein Oo ໄດ້ຢັ້ງຢືນວ່າ: ພັກ NLD ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນລະຫວ່າງບັນດາສະມາຊິກລັດຖະສະພາມຽນມາ ແລະ ຫວຽດນາມ ກໍ່ຄືໃນການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ. ສ່ວນ ທ່ານນາງ ຕ່ອງ ທິ້ ຟ໋ອງ ກໍ່ໄດ້ສະແດງຄວາມມຸ່ງຫວັງປາດຖະໜາວ່າ: ດ້ວຍຖານະເປັນພັກກໍາອໍານາດ ແລະ ມີຜົນສະທ້ອນອັນໃຫຍ່ຫຼວງຢູ່ສະພາແຫ່ງຊາດມຽນມາ, ພັກ NLD ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດ ເພື່ອພ້ອມກັນຕິດຕາມ, ກວດກາການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງສອງລັດຖະບານ, ເພື່ອນໍາການຮ່ວມມືຫວຽດນາມ-ມຽນມາ ໃນທຸກໆຂົງເຂດໄດ້ຮັບການພັດທະນາຢ່າງນັບມື້ນັບມີປະສິດທິຜົນ ແລະ ແທດຈິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.