G20: ເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ ບັນດາກົນໄກຫຼາຍຝ່າຍ

15:31 | 29/06/2019

ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງໃນລະຫວ່າງວັນທີ 28 – 29 ມິຖຸນາ 2019 ຢູ່ ນະຄອນ Osaka.

G20: ເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ ບັນດາກົນໄກຫຼາຍຝ່າຍ

G20: ເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ ບັນດາກົນໄກຫຼາຍຝ່າຍ

ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2019, ຕາມເວລາທ້ອງຖິ່ນ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປເຖິງສະໜາມບິນສາກົນ Kansai, Osaka, ຍີ່ປຸ່ນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນຂຶ້ນແຖວໜ້າໂລກ (G20).

ກອງປະຊຸມສຸດຍອດ G20 ຄັ້ງນີ້ ຄາດວ່າຈະດໍາເນີນ 4 ວາລະປຶກສາຫາລືກ່ຽວກັບບັນຫາເສດຖະກິດທົ່ວໂລກ, ການຄ້າ, ການລົງທຶນ; ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ, ວຽກເຮັດງານທໍາ, ແມ່ຍິງ, ສາທາລະນະສຸກ; ສິ່ງແວດລ້ອມ, ພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ມາຮອດປະຈຸບັນ, G20 ໄດ້ຈັດຕັ້ງກອງປະຊຸມສຸດຍອດ 12 ຄັ້ງ ເພື່ອປຶກສາຫາລືບັນດາບັນຫາໃຫຍ່ຂອງເສດຖະກິດທົ່ວໂລກ ແລະ ຮັບຮອງເອົາເອກະສານ ແລະ ຂໍ້ຕົກລົງສຳຄັນຫຼາຍສະບັບກ່ຽວກັບການຕ້ານວິກິດການການເງິນທົ່ວໂລກ, ຊຸກຍູ້ການເຕີບໂຕ, ການຄ້າ, ການລົງທຶນ, ປ່ຽນແປງໃໝ່ - ປະດິດສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕ້ານໂລກພະຍາດ ແລະ ອື່ນໆ.

G20: ເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ ບັນດາກົນໄກຫຼາຍຝ່າຍ

ພາບປະກອບ

ດ້ວຍຖານະເປັນແຂກຖືກເຊີນ, ຫວຽດນາມ ຈະເຂົ້າຮ່ວມບັນດາກອງປະຊຸມ ແລະ ວາລະປະຊຸມໃນຂອບເຂດກອງປະຊຸມ G20 ໃນປີ 2019; ເຂົ້າຮ່ວມການປຶກສາຫາລືທັງໝົດຢູ່ບັນດາວາລະປະຊຸມຂອງກອງປະຊຸມສຸດຍອດ ແລະ ປະກອບຄໍາເຫັນໃສ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ.

ຄາດວ່າ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ຈະມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະຂອງກອງປະຊຸມສຸດຍອດ G20, ໃນນັ້ນ, ຈະແບ່ງປັນກ່ຽວກັບວິໄສທັດ, ແນວຄວາມຄິດຂອງການຮ່ວມມື ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາເສດຖະກິດທົ່ວໂລກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.

ການເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະຢ້ຽມຢາມ ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ຈະປະກອບສ່ວນສຳຄັນເຂົ້າໃນການຢ້ັງຢືນແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດໂດຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກ, ເປັນເຈົ້າການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດທີ່ບັນດາກົນໄກຫຼາຍຝ່າຍ, ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາທົ່ວໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.