ກອງປະຊຸມສຸດຍອດ G7 ໄຂຂຶ້ນດ້ວຍຄວາມເປັນຫ່ວງຫລາຍຢ່າງ

07:59 | 25/08/2019

ຍສໝ - ກອງປະຊຸມສຸດຍອດ G7 2019 ໄດ້ໄຂຂຶ້ນໃນວັນທີ 24 ສິງຫາ, ຢູ່ນະຄອນ Biarritz ທາງພາກໃຕ້ປະເທດຝຣັ່ງ. ກອງປະຊຸມສຸດຍອດ G7 ປີນີ້ດຳເນີນໃນລະຫວ່າງວັນທີ 24 – 26 ສິງຫາ 2019.

ກອງປະຊຸມສຸດຍອດ G7 ໄຂຂຶ້ນດ້ວຍຄວາມເປັນຫ່ວງຫລາຍຢ່າງ

ກອງປະຊຸມສຸດຍອດ G7 2019 ໄດ້ໄຂຂຶ້ນໃນວັນທີ 24 ສິງຫາ, ຢູ່ນະຄອນ Biarritz ທາງພາກໃຕ້ປະເທດຝຣັ່ງ.(ພາບ:infonet.vn)

ກອງປະຊຸມສຸດຍອດ G7 2019 ດຳເນີນໃນລະຫວ່າງວັນທີ 24 – 26 ສິງຫາ 2019 ແລະ ສິ້ນສຸດລົງດ້ວຍການຖະແຫຼງຂ່າວຂອງທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ໃນຕອນບ່າຍວັນທີ 26 ສິງຫາ 2019. ທາງຫາງສຽງສາກົນພວມມີຄວາມວິຕົກກັງວົນວ່າ ກອງປະຊຸມສຸດຍອດ G7 2019 ອາດຈະປະລາໄຊຍ້ອນການຂັດແຍ້ງຢ່າງໃຫຍ່ຫລວງລະຫວ່າງບັນດາປະເທດສະມາຊິກ G7 ກ່ຽວກັບຫລາຍຫົວຂໍ້ສຳຄັນຄືບັນຫາ Brexit, ອີກຢ່າງໜຶ່ງ ນັບແຕ່ເມື່ອຂຶ້ນກຳອຳນາດເປັນປະທານາທິບໍດີ ອາເມລິກາ, ທ່ານ Donald Trump ຍາມໃດກໍ່ຖືເບົາ G7 ແລະ ໃນກອງປະຊຸມສຸດຍອດ G7 2018 ຢູ່ປະເທດ ການາດາ, ທ່ານປະທານາທິບໍດີ ອາເມລິກາ ກໍ່ໄດ້ປະຕິເສດການເຊັນຖະແຫຼງການຮ່ວມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.