ປະທານາທິບໍດີ ອາກຊັງຕິນ ແລະ ພັນລະຍາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

00:54 | 14/05/2019

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ແລະ ພັນລະຍາ ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 19 – 21 ກຸມພາ 2019.

ຕອນເຊົ້າວັນທີ 20 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາເປັນປະທານຈັດຕັ້ງພິທີຕ້ອນຮັບທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ແລະ ພັນລະຍາຢ່າງເປັນທາງການຢູ່ສຳນັກງານປະທານປະເທດ ຕາມພິທີທາງການທູດລະດັບສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.

ປະທານາທິບໍດີ ອາກຊັງຕິນ ແລະ ພັນລະຍາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

ພິທີຕ້ອນຮັບທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri .

ພາຍຫລັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ Mauricio Macri ໄດ້ດຳເນີນການເຈລະຈາ. 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນທິດທາງ ແລະ ມາດຕະການ ແນໃສ່ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາກຊັງຕິນ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ອາກຊັງຕິນ, ເປັນຕົ້ນແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ…

ສ່ວນທ່ານປະທານາທິບໍດີ ອາກຊັງຕິນ Mauricio Macri ໄດ້ສະແດງຄວາມນິຍົມນັບຖືຕໍ່ມູນເຊື້ອປະຫວັດສາດແຫ່ງການຕໍ່ສູ້ຢ່າງພິລະອາດຫານເພື່ອເອກະລາດ, ເສລີພາບຂອງປະເທດ ຫວຽດນາມ; ທ່ານຕີລາຄາສູງບັນດາຜົນງານໃນການປ່ຽນແປງໃຫມ່ອັນໃຫຍ່ຫລວງ ແລະ ຮອບດ້ານ ຊຶ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນກ່ວາ 3 ທົດສະວັດຜ່ານມາ; ທ່ານ Mauricio Macri ຢັ້ງຢືນວ່າ ອາກຊັງຕິນ ຕັດສິນໃຈ ສືບຕໍ່ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືເລິກເຊິ່ງກ່ວາ, ປະກອບສ່ວນຢ່າງປະສິດທິຜົນເຂົ້າໃນກິດຈະການການພັດທະນາຢູ່ແຕ່ລະປະເທດ.

ຫລັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ Mauricio Macri ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ຝ່າຍ.

ປະທານາທິບໍດີ ອາກຊັງຕິນ ແລະ ພັນລະຍາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri.

ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບ ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri . ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີ 2 ຝ່າຍຈົ່ງເພີ່ມທະວີການແລກປ່ຽນຄະນະຜູ້ແທນການນຳລັດ, ລັດຖະບານ ແລະ ສະພາແຫ່ງຊາດ, ບັນດາອົງການ ທ້ອງຖິ່ນຂອງ 2 ປະເທດ, 2 ຝ່າຍສືບຕໍ່ຮັກສາ ແລະ ຍົກສູງປະສິດທິຜົນກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ ແລະ ປຶກສາຫາລືການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງ 2 ປະເທດ. ສ່ວນ ທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri ກໍໄດ້ເຫັນດີນຳຄຳເຫັນຂອງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຖືວ່າ 2 ຝ່າຍຍູ້ແຮງການການສົມທົບ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສລັດຖະສະພາສາກົນ ແລະ ຫຼາຍຝ່າຍຊຶ່ງ 2 ປະເທດແມ່ນພາຄີ, ສະໜັນສະໜູນທັດສະນະໃນການແກ້ໄຂບັນຫາຂັດແຍ່ງກັນກ່ຽວກັບອະທິປະໄຕ ແລະ ຜືນແຜ່ນດິນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ແລະກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ມີການພົບປະກັບທ່ານປະທານາທິບໍດີ ສ.ອາກຊັງຕິນ Mauricio Macri.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.