ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາອະດີດນັກການທູດອາເມລິກາ

00:54 | 13/05/2019

ຕອນບ່າຍວັນທີ 18 ມັງກອນ, ທີ່ການຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍທ່ານ John Kerry ທີ່ໄດ້ມາຢ້ຽມຢາມ, ເຊິ່ງທ່ານເປັນເພື່ອນຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ. ທ່ານ ຫງວຽນຊວນຟຸກ ກໍ່ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານ John Kerry ທີ່ໄດ້ປະກອບສ່ວນໃຫ້ແກ່ການພົວພັນສອງປະເທດຢ່າງຕັ້ງໜ້າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາອະດີດນັກການທູດອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ John Kerry ອະດີດລັດຖະມົນຕີການຕ່າງປະເທດອາເມລິກາ. (ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ການຕ້ອນຮັບ, ທ່ານ John Kerry ໃຫ້ຮູ້ວ່າຍາມໃດທ່ານກໍ່ເອົາໃຈໃສ່ເຖິງບັນດາບັນຫາຫວຽດນາມ; ສະແດງຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາໃນໄລຍະຈະມາເຖິງ. ຕາມທ່ານ John Kerry ແລ້ວ, ປັດຈຸບັນຫວຽດນາມ ກໍາລັງປະສົບກັບສິ່ງທ້າທາຍ 2 ຢ່າງ, ນັ້ນແມ່ນ: ເຂດທົ່ງພຽງແມ່ນໍ້າຂອງກໍາລັງຖືກຂົ່ມຂູ່ຍ້ອນການປ່ຽນແປງຂອງດິນຟ້າອາກາດ; ຄວາມຕ້ອງການດ້ານພະລັງງານຂອງຫວຽດນາມໃນວິວັດການພັດທະນາແມ່ນໃຫຍ່ຫຼວງທີ່ສຸດ.

ທ່ານ John Kerry ປາດຖາໜາຢາກພ້ອມກັບຄູ່ຮ່ວມມືຫວຽດນາມ ສ້າງຕັ້ງການຮ່ວມທຸລະກິດຢູ່ຫວຽດນາມເພື່ອສ້າງຕາຂ່າຍໄຟຟ້າຮັບໃຊ້ແຫຼ່ງພະລັງງານໄຟຟ້າແຮງລົມຂະໜາດໃຫຍ່, ນໍາມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງດ້ານພະລັງງານຜະລິດຄືນໃໝ່ຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ຖືພະລັງງານຜະລິດຄືນໃໝ່ແມ່ນຂົງເຂດບຸລິມະສິດພັດທະນາ, ພ້ອມທັງພັດທະນາຄວາມດຸ່ນດ່ຽງແຫຼ່ງໄຟຟ້າ. ບົນຈິດໃຈນັ້ນ, ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກໃຫ້ທ່ານ John Kerry ແລະບັນດາໝູ່ເພື່ອນສືບຕໍ່ມີບັນດາການປະກອບສ່ວນເພື່ອຊຸກຍູ້ການພົວພັນຮ່ວມມືຫວຽດນາມ - ອາເມລິກາ ໃຫ້ສືບຕໍ່ພັດທະນາຢ່າງແຮງ.

ຕອນບ່າຍວັນດຽວກັນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Pete Peterson ອະດີດເອກອັກຄະລັດຖະທູດອາເມລິກາປະຈໍາຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

ເຫດການ