ກອງປະຊຸມສູນກາງພັກເທື່ອທີ 8 (ຊຸດທີ 12) ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ

14:34 | 03/10/2018

ຕອນເຊົ້າວັນທີ 03 ຕຸລາ, ກອງປະຊຸມສູນກາງພັກເທື່ອທີ 8 ຊຸດທີ 12 ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານວາລະປຶກສາຫາລື.

ກອງປະຊຸມສູນກາງພັກເທື່ອທີ 8 (ຊຸດທີ 12) ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ

ກອງປະຊຸມສູນກາງພັກເທື່ອທີ 8 (ຊຸດທີ 12) ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ.

ບັນດາກຳມະຫານສູນກາງພັກໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ບົດລາຍງານຂອງຄະນະຮັບຜິດຊອບວຽກງານພັກລັດຖະບານກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2018, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019; ພ້ອມທັງສຸມໃສ່ໄຈ້ແຍກ, ເຮັດແຈ້ງບາງບັນຫາຕື່ມອີກ, ປະກອບຄຳເຫັນກ່ຽວກັບທິດທາງ, ເປົ້າໝາຍ, ມາດຕະການໃນໄລຍະຈະມາເຖິງ.

ທ່ານ ເບີ້ຊວນເຈື່ອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຖືວ່າ ຫວຽດນາມ ພວມປະຕິບັດສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດຕິດພັນກັບການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ.

ທ່ານປະທານສະມາຄົມຊາວກະສິກອນ ທ່າວຊວນຊູງ ສະເໜີຄະນະບໍລິຫານງານສູນກາງພັກສຸມໃສ່ຊີ້ນຳ, ນຳພາ, ສຸມກຳລັງໃຫ້ແກ່ກິດຈະການສ້າງໂຄງປະກອບກະສິກຳຄືນໃໝ່ຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕ, ກໍ່ສ້າງຊົນນະບົດໃໝ່, ແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບ, ກຳລັງແກ່ງແຍ້ງຂອງຜະລິດຕະພັນກະເສດ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຍຸດທະສາດແມ່ນ ກະສິກຳວັດທະນາຖາວອນ, ຊາວກະສິກອນຮັ່ງມີ, ຊົນນະບົດສີວິໄລ.

ໃນຕອນບ່າຍວັນດຽວກັນ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືກ່ຽວກັບວຽກງານບຸກຄະລາກອນ. ຄະນະບໍລິຫານງານສູນກາງພັກໄດ້ເຫັນດີຢ່າງສູງທີ່ສຸດ (100%) ສະເໜີທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເພື່ອໃຫ້ສະພາແຫ່ງຊ່າດເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ ທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.