ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບປະທານສະພາຕ່ຳອົດສະຕາລີ Tony Smith

08:09 | 24/07/2018

ມື້​ວານນີ້, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳອົດສະຕາລີ Tony Smith ເຂົ້າຢ້ຽມຄຳນັບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ.

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບປະທານສະພາຕ່ຳອົດສະຕາລີ Tony Smith

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ແລະ ທ່ານປະທານສະພາຕ່ຳອົດສະຕາລີ Tony Smith.(ພາບ: VOV)

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ, ເປັນຕົ້ນແມ່ນໃນໄລຍະປະຈຸບັນ, 2 ປະເທດຈັດຕັ້ງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນທາງການທູດໃນປີນີ້. ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອົດສະຕາລີ ທີ່ໄດ້ສະໜັບສະໜູນຫວຽດນາມອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສ.ປ.ຊ ອາຍຸການ 2020-2021, ຕີລາຄາສູງການປະສານສົມທົບ ແລະ ສະໜັບສະໜູນຂອງ ອົດສະຕາລີທີ່ມີຕໍ່ບົດບາດຂອງຫວຽດນາມໃນອາຊຽນ ແລະ ພາກພື້ນ ກໍຄືຫຼັກໝັ້ນຍຶດໝັ້ນຂອງ ອົດສະຕາລີໃນບັນຫາທະເລຕາເວັນອອກ. ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ໄດ້ສະເໜີ 2 ຝ່າຍຈົ່ງສືບຕໍ່ຮ່ວມມຶຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືຢູ່ທະເລຕາເວັນອອກ.

ສ່ວນທ່ານປະທານສະພາຕ່ຳອົດສະຕາລີ Tony Smith ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການຮ່ວມມືລະຫວ່າງສະພາຕ່ຳອົດສະຕາລີ ແລະ ສະພາແຫ່ງຊາດຫວຽດນາມ. ທ່ານປະທານສະພາຕ່ຳອົດສະຕາລີ Tony Smith ສະແດງຄວາມຫວັງວ່າ ການຢ້ຽມຢາມຂອງທ່ານໃນຄັ້ງນີ້ ກໍຄືການຢ້ຽມຢາມຂັ້ນສູງຄັ້ງຕ່າງໆຢູ່ຫວຽດນາມຂອງ ອົດສະຕາລີ ເມື່ອມໍ່ມານີ້, ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອົດສະຕາລີ - ຫວຽດນາມໃນໄລຍະທີ່ຈະມາເຖິງ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.