ຊາວກະສິກອນຫວຽດ ປະດິດເຄື່ອງຈັກວ່ານແນວພັນສົ່ງອອກໄປຍັງ 14 ປະເທດໃນໂລກ

16:17 | 25/06/2018

ຍ​ສ​ໝ - ທ່ານ ຟ້າມວັນຫ໋າດ ຊາວກະສິກອນ (ເກີດປີ 1972 ທີ່ບ້ານ ຫງ໋ອກາກີ່, ເມືອງ ຕື໋ກີ໋, ແຂວງ ຫ໋າຍເຢືອງ), ເຖິງວ່າຮຽນຮອດພຽງແຕ່ ມໍ 2 ເທົ່ານັ້ນ, ແຕ່ສາມາດປະດິດເຄື່ອງກົນຈັກໄດ້ປະມານ 30 ປະເພດ ຊ່ວຍໃນການຜະລິດ ກະສິກໍາ ທີ່ຫຼາຍຄົນໃຫ້ຄວາມນັບຖື. ໂດຍສະເພາະ, ຫຸ່ນຍົນ ວ່ານແນວພັນ ທີ່ລາວ ປະດິດໄດ້ສົ່ງອອກຂາຍໄປເຖິງ 14 ປະເທດແລ້ວ.

ຊາວກະສິກອນຫວຽດ ປະດິດເຄື່ອງຈັກວ່ານແນວພັນສົ່ງອອກໄປຍັງ 14 ປະເທດໃນໂລກ

ທ່ານ ຟ້າມ​ວັນ​ຫ໋າດ ແນະ​ນຳ​ກ່ຽວ​ກັບ​ຈັກ​ກົນ​ວ່ານ​ແກ່ນ​ກ້າ​ເບ້ຍ​ໄມ້.

ທ່ານ ຟ້າມ​ວັນ​ຫ໋າດ ໄດ້​ແບ່ງ​ປັນ​ວ່າ: "ມື້ຫນຶ່ງ, ນາຍຈ້າງ ຄົນອິດສະຣາເອນ ບອກ​ລາວ​ວ່າ​ໃຫ້​ໃສ່​ຟຸຍຕົ້ນ​ໄມ້​ດ້ວຍ ຈົກ, ຊ້​ວານ ຂະ​ນະ​ທີ່ ອາ​ກາດ​ຮ້ອນ​ແຮງ​ທີ່​ສຸດ. ລາວ​ເຮັດ​ໄດ້​ສອງ​ມື້ ດ້ວຍ​ຄວາມ​ລຳ​ບາກ, ແຕ່​ລະ​ມື້​ດື່ມ​ນ້ຳເຖິງ 12ລິດ.

ມື້​ທີ 3 ທົນບໍ່​ໄຫວ, ຂ້າພະເຈົ້າ ສະ​ເໜີ​ວ່າ​ຈະ​ປະ​ດິດ​ເຄື່ອງ​ຈັກ​ປ່ຽນ​ແທນ​ແຮງ​ງາ​ນາ​ຄົນ , ຍ້ອນ​ເວົ້າ​ບໍ່​ເຂົ້າ​ໃຈ​ກັນ​ປານ​ໃດ ຂ້ອຍ​ເວົ້າອະ​ທິ​ບາຍ​ໃຫ້​ຫົວ​ໜ້າ​ຂ້ອຍ​ດ້ວຍ​ພາ​ສາ​ມື. ລາວ​ເຂົ້າ​ໃຈ​ນ້ອຍ​ເວົ້າ, ລາວ​ຖາ​ມ​ຂ້ອຍ​ຄືນ​ວ່າ ຂ້ອຍ​ຈະ​ເຮັດ​ກົນ​ຈັກ​ນີ້​ໄດ້​ບໍ່? ເຄື່ອງ​ຈັກ​ຈະ​ແທນ​ຄົນ​ໄດ້​ຈັກ​ຄົນ?​

ຟັງເຈົ້ານາຍຖາມ, ຂ້າພະເຈົ້າງຶກ​ຫົວ, ໃນ​ຫົວ​ຂອງ​ຂ້ອຍ ຄິດ​ວ່າ​ເຄື່ອງ​ຈັກ​ນີ້​ອາດ​ຈະສາມາດທົດແທນແຮງ​ງານ​ຄົນ​ໄດ້​ປະມານ 15-20 ຄົນ, ແຕ່ບໍ່​ຮູ້​ພາ​ສາ​ຊິ​ເວົ້າ ໄດ້​ແຕ່​ຍົກ ສອງ​ມື​ຂື້ນ (ຫມາຍວ່າແທນໄດ້ 10 ຄົນ) ".

ຈາກນັ້ນມາ, ຂ້ອຍກໍ່​ໄດ້​ເລີ່ມລົງ​ມື​ປະ​ດິດ ເຄື່ອງ​ຈັກ​ໃສ່​ຝຸ່ຍຕົ້ນໄມ້, ຂ້ອຍ​ເອົາ​ອອກ​ສວນ​ເພື່ອ​ທົດ​ລອງ ແຕ່​ມັນ​ໄດ້​ຜົນ​ເກີນ​ຄາດ.

ຮອດປີ 2012, ເຖິງວ່າຫົວ​ໜ້າ ຈະໃຫ້ເງິນເດືອນສູງ ແລະ ສ້າງເງື່ອນໄຂທີ່​ດີ​ໃຫ້​ແກ່​ການ​ເຮັດ​ວຽກ, ຊື່​ສຽງ ແລະ ສິ່ງ​ປະ​ດິດ​ກ່ຽວ​ກັບ​ເຄື່ອງ​ກົນ​ຈັກຜ​ລິດ​ກະ​ສິ​ກຳ ຂອງ​ລາວ​ໄດ້​ມີ​ໄດ້​ຖືກຍອມ​ຮັບ​ໃນ​ອິດ​ສະ​ລາ​ແອນ ກໍ່​ຄື​ຄົນ​ຫວຽດ​ນາມ​ທີ່​ກຳ​ລັດ​ເຮັດ​ວຽກ​ແລະ ດຳ​ລົງ​ຊີ​ວິດ​ຢູ່ ອິດ​ສະ​ລາ​ແອນ​ຮູ້​ເຖິງ ແຕ່​ທ່ານ ຫ໋າດ ຍັງ​ຕັດ​ສິນ​ໃຈ​ກັບ​ບ້ານ​ເກີດ.

ຫຼັງຈາກນັ້ນບໍ່ດົນ, ຫົວ​ໜ້າ​ເກົ່າ​ລາວ​ຄົນ​ອິດ​ສະ​ລາ​ແອນ ກໍ່​ໄດ້​ມາ​ຫ​າ​ລາວ ຢູ່​ຫວຽດ​ນາມ, ໄດ້ມາ​ນຳ​ຫາ​ລາວ​ຢູ່ ບ້ານ​ເກີດ​ລາວ, ແຕ່ລາວຍັງ​ຄົງຕັດສິນໃຈທີ່ຈະຢູ່ບ້ານ​ເກີດ​ຂອງ​ຕົນ.

ໃນປີ 2014, ເຄື່ອງກົນ​ຈັກ​ວ່ານ​ແກ່ນ​ກ້າ​ເບ້ຍຂອງລາວ ຄັ້ງ​ທຳ​ອິດ​ໄດ້ປາກົດຕົວໃນຕະຫລາດ, ແລະ ຖືກປະຊາຊົນຈໍານວນຫຼາຍຕ້ອງການ ແລະ​ ສັ່ງຊື້ໃນທັນທີ. Rrobot ວ່ານ​ແກ່ນ​ເບ້ຍ​ໄມ້​ຂອງ​ລາວ ສາ​ມາດ​ເຮັດ​ແທນ​ຄົນ​ໄດ້ ເຖິງ 40 ຄົນ.

ເຄື່ອງກົນ​ຈັກນີ້ ບໍ່​ພຽງ​ແຕ່​ຂາຍ​ຢູ່​ພາຍ 63 ແຂວງ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ, ແຕ່ ຍັງ​ກວມ ຕະ​ຫຼາດ​ຂອງ 14 ປ​ະ​ເທດ​ໃນ​ໂລກ​ອີກ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ​ຄື: ອາ​ເມ​ລິ​ກາ, ເຢຍ​ລະ​ມັນ, ຢີ​ປຸ່ນ, ເກົາ​ຫຼີ​ໃຕ້, ສິ​ງ​ກາ​ໂປ, ໄທ​,…

ຕອນລາວກັບມາບ້ານເກີດ​ໄດ້​ບໍ່​ດົນ, ລາວເຫັນອ້າຍຂອງລາວບໍ່ສາມາດທີ່​ຈະ​ຈ້າງຄົນ​ວ່ານເບ້ຍ ໃຫ້​ທັນ​ລະ​ດູ​ການ, ທ່ານ ຟ້າມ​ວັນ​ຫ໋າດ ໄດ້ມີຄວາມຄິດວ່າ​ຈະ​ປະ​ດິດ​ເຄື່ອງ​ວ່ານ​​ແກ່ນ​ເບ້ຍໄມ້. ພາຍ​ຫຼັງຫນຶ່ງປີຂອງການຄົ້ນຄວ້າ, ເຄື່ອງ​ກົນ​ຈັກ​ວ່ານ​ແກ່ນ​ເບ້ຍ​ໄມ້ ທໍາອິດ​ກໍ່ເກີດຂື້ນ ແຕ່ກໍ່​ຍັງ​ບໍ​ທັນ​ສົມ​ບູນ ແລະ ປະ​ສິດ​ທິ​ຜົນ​ຍັງ​ບໍ່​ທັນ​ສູງ.

ພາຍຫຼັງຈາກການສັງ​ເກດ, ທົດລອງຫຼາຍໆເທື່ອຕາມ​ທົ່ງ​ນາ, ລາວໄດ້ພັດ​ທະ​ນາ​ຂື້ນ, ສົມ​ບູນ ຂື້ນ, ໄດ້​ມາດ​ຕະ​ຖານຄວາມ​ແນ່ນອນ​ຢ່າງ​ຂາດ​ຕົວ​ຄື​ໃນ​ປະ​ຈຸ​ບັນ.

ທ່ານຫ໋າດ ຍັງ​ໃຫ້​ຮູ້​ວ່າ: "ຫລາຍຄົນຈ່າຍເງິນ​ໃຫ້​ລາວ 5ຕື້ ເພື່ອ​ຊື້ລິຂະສິດ, ແຕ່ຂ້ອຍບໍ່ຂາຍ. ເນື່ອງຈາກວ່າຂ້າພະເຈົ້າຄິດວ່າ, ມັນແມ່ນສິ່ງ​ປະ​ດິດ​ທີ່​ຂອງ​ເຮັດ​ດ້ວຍ​ໃຈຂອງຂ້າພະເຈົ້າ. ນອກຈາກນັ້ນ, ຊາວກະສິກອນຍາມ​ໃດ​ກໍ່ມີຄວາມຫຍຸ້ງຍາກລຳ​ບາກ, ຊື້ "ກົນ​ຈັກຫຸ່ນຍົນວ່ານ​ແກ່ນ​ກ້າ​ເບ້ຍ" ດ້ວຍລາຄາພາຍ​ໃນ​ປະ​ເທດແພງ ປະ​ມານ ຊາວ​ສາມສິບລ້ານດົ່ງ​ມັງ​ກະ​ພໍ​ແຮງ​ແລ້ວ. ຍ້ອນ​ແນວນັ້ນ, ຖ້າຫາກວ່າຂ້ອຍຂາຍລິຂະສິດ, ເຂົາ​ເອົາ​ມາ​ຂາຍ​ແພງ​ຂື້ນ ຜູ່​ທີ່​ເສຍ​ຫາຍ​ແລະ​ກະ​ທົບ​ສ່ວນ​ໃຫຍ່ກໍ່​ແມ່ນ ປະຊາຊົນຊາວກະສິກອນ".

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.