ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ຮ່ວມມືລົງທຶນ ແລະ ພັດທະນາ”

09:46 | 19/06/2018

ຕອນເຊົ້າວັນທີ 17 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ຮ່າໂນ້ຍ 2018 - ຮ່ວມມືລົງທຶນ ແລະ ພັດທະນາ”. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ການນຳບາງກະຊວງ, ຄະນະ, ຂະແໜງການ ແລະ ຜູ້ແທນກວ່າ 1.500 ທ່ານ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ຮ່ວມມືລົງທຶນ ແລະ ພັດທະນາ”

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ຮ່ວມມືລົງທຶນ ແລະ ພັດທະນາ”. (ພາບ:VOV)

ທີ່ກອງປະຊຸມ, ບັນດາຜູ້ແທນທີ່ເປັນການນຳບັນດາກະຊວງ, ຂະແໜງການ, ການນຳທ້ອງຖິ່ນ ແລະ ວິສາຫະກິດ ໄດ້ພ້ອມກັນປຶກສາຫາລື, ສະເໜີບັນດາມາດຕະການດຶງດູດນັກລົງທຶນໃນບໍລິເວນຮ່າໂນ້ຍ, ບັນດາໂຄງການຮ່ວມມື, ຮ່ວມສຳພັນໃນເຂດ, ເສີມຂະຫຍາຍບົດບາດເປັນເຈົ້າພາທາງ ແລະ ປະສານງານໃນການພັດທະນາຂອງຮ່າໂນ້ຍສຳລັບບັນດາທ້ອງຖິ່ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ເພື່ອຫັນເປັນການປະຕິບັດວິໄສທັດພັດທະນາຕົວເມືອງຢ່າງມີຫົວຄິດປະດິດສ້າງ, ສີວິໄລ, ທັນສະໄໝ ແຕ່ຍັງຄົງຮັກສາຄຸນຄ່າດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີ ໃຫ້ປະກົດຜົນເປັນຈິງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຮ່າໂນ້ຍຕ້ອງເປັນນະຄອນນຳໜ້າໃນການປ່ຽນແປງໃໝ່ລະບອບລະບຽບການ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.

“ຂ້າພະເຈົ້າຖືວ່າ ຮ່າໂນ້ຍຕ້ອງມີບາດກ້າວບຸກທະລຸໃນການປ່ຽນແປງບັນດາຂັ້ນຕອນສຳລັບນັກລົງທຶນ ໂດຍສະເພາະແມ່ນບັນດາລະບຽບການກ່ຽວຂ້ອງເຖິງທີ່ດິນຍັງສັບສົນ, ສິ້ນເປືອງເວລາ ແລະ ເມື່ອເຮັດວຽກກັບບັນດາຂະແໜງການ ຍັງມີຄວາມຄ້າງຄາ. ສະນັ້ນ, ຄວນມີຂັ້ນຕອນລະບຽບການລະຫວ່າງຂະແໜງ, ເປັນເອກະພາບກັນຢ່າງວິທະຍາສາດ, ໂປ່ງໃສ ແລະ ມີກົນໄກປະຕິກິລິຍາ ແລະ ໃຫ້ການຊ່ວຍເຫຼືອຢ່າງທັນການ ເມື່ອນັກລົງທຶນປະສົບກັບຄວາມຫຍຸ້ງຍາກ. ນີ້ແມ່ນບັນຫາຄວນໄດ້ຮັບບຸລິມະສິດຂອງນະຄອນໃນໄລຍະຈະມາເຖິງ”.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.