ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ

09:03 | 12/06/2018

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີ Justin Trudeau ກ່ຽວກັບຄວາມສຳເລັດຂອງກອງປະຊຸມສຸດຍອດ G7 ແລະ G7 ເປີດກ້ວາງ; ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງ ການາດາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ

ການເຈລະຈາລະຫວ່າງ 2 ຝ່າຍ. (ພາບ: VGP/Quang Hiếu)

ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ການຢ້ຽມຢາມ ການາດາ ແຕ່ວັນທີ 8 – 10 ມິຖຸນາ 2018, ວັນທີ 10 ມິຖຸນາ 2018, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຢູ່ນະຄອນ Quebec, ລັດ Quebec.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍທ່ານນາຍົກລັດຖະມົນຕີ Justin Trudeau ກ່ຽວກັບຄວາມສຳເລັດຂອງກອງປະຊຸມສຸດຍອດ G7 ແລະ G7 ເປີດກ້ວາງ; ຕີລາຄາສູງບັນດາການປະກອບສ່ວນສຳຄັນຂອງ ການາດາ ໃນຖານະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບ ການາດາ.

ທ່ານນາຍົກລັດຖະມົນຕີ Justin Trudeau ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ການາດາ ໃນພາກພື້ນ; ຕີລາຄາສູງບົດບາດຂອງ ຫວຽດນາມ ໃນເວທີສາກົນ ກໍ່ຄືການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຜົນສຳເລັດຂອງກອງປະຊຸມສຸດຍອດ G7 ເປີດກ້ວາງ, ພິເສດແມ່ນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນການຮ່ວມມືຍົກສູງຄວາມສາມາດຮັບມືຂອງບັນດາປະຊາຄົມຢູ່ແຄມທະເລ, ໜູນຊ່ວຍພັດທະນາອາຊີບຫາປາແບບຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມຢູ່ມະຫາສະມຸດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ການາດາ. (ພາບ: ສຳນັກຂ່າວສານ ຫວຽດນາມ)

ເນື່ອງໃນໂອກາດການຢ້ຽມຢາມ ການາດາ, ວັນທີ 10 ມິຖຸນາ, ຢູ່ ລັດ Quebec, ທ່ານນາຍົກລັດຖະມົນຕີໄດ້ເຂົ້າຮ່ວມງານພົບປະສັງສັນ, ໂອ້ລົມກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ການາດາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນນະໂຍບາຍລຸລ່ວງຂອງພັກ, ລັດ ຍາມໃດກໍ່ຖືຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດແຕກແຍກອອກຈາກຊາດ ຫວຽດນາມ ໄດ້.

ຕອນບ່າຍວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Quebec ກັບເມືອ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ຢ່າງສົມບຸນ.


(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ