ຕອນເຊົ້າມື້ນີ້, ໄດ້ໄຂກອງປະຊຸມ​ສູນກາງ​ພັກ​ ຄັ້ງທີ 7 ສະໄໝທີ XII

09:24 | 07/05/2018

ຍ​ສ​ໝ - ມື້ເຊົ້ານີ້ (7/5), ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XII ຈະໄດ້ໄຂຂື້ນ ເພື່ອ​ແນໃສ່ການຫາລື, ໃຫ້ຄຳຄິດຄຳເຫັນກ່ຽວກັບ 3 ໂຄງການທີ່ສຳຄັນກ່ຽວກັບການກໍ່ສ້າງຄະນະພະນັກງານແຕ່ລະຂັ້ນ , ປັບປຸງນະໂຍບາຍເງິນເດືອນ ແລະ ປັບປຸງນະໂຍບາຍປະກັນສັງຄົມ.

ຕອນເຊົ້າມື້ນີ້, ໄດ້ໄຂກອງປະຊຸມ​ສູນກາງ​ພັກ​ ຄັ້ງທີ 7 ສະໄໝທີ XII

ໄຂກອງປະຊຸມ​ໃຫຍ່ສູນກາງ​ພັກ​ ຄັ້ງທີ 7 ສະໄໝທີ XII. (ພາບ: ລັດ​ຖະ​ບານ)

ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ສູນ​ກາງ​ຈະ​ເລັ່ງ​ໃສ່​ການ​ຄົ້ນ​ຄວ້າ​ປືກ​ສາ​ຫ​າ​ລືກ່ຽວ​ກັບ​ບັນ​ດາໂຄງ​ການ: ໂຄງ​ການ​​ແນ​ໃສ່​ການກໍ່​ສ້າງ​ຄະ​ນະ​ພັກ​ງານແຕ່​ລະ​ຂັ້ນ, ໜື່ງ​ແມ່ນ​ລະ​ດັບ​ຍຸດ​ທະ​ສາດ​ ພະ​ນັກ​ງານ​ຜູ່ທີ່​ມີ​ຄວາມ​ສາ​ມາດ​ຄົບ​ຖ້ວນ, ຄຸນ​ທາດ ແລະ ຄວາມ​ເຊື່ອ​ຖື ທຽບ​ເທົ່າ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ;ໂຄງ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ເງິນ​ເດືອນ​ຕໍ່​ພະ​ນັກ​ງານ, ພະ​ນັກ​ງ​ານ ລັດ​ຖະ​ກອນ, ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ຊາວ​ຜູ່​ອອກ​ແຮງ​ງານ​ໃນ​ຫົວ​ໜ່ວຍ​ທຸ​ລະ​ກິດ; ໂຄງ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ປະ​ກັນ​ສັງ​ຄົມ.

ນີ້​ແມ່ນ​ບັນ​ຫາ​ທີ່​ສຳ​ຄັນ ກ່ຽວ​ພັນ​ໂດຍ​ກົງ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ຄະ​ນະ​ພັກ​ງານ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ເອົາ​ໃຈ​ໃສ່​ການ​ດຳ​ລົງ​ຊີ​ວິດ​ຂອງ​ພະ​ນັກ​ງານ, ພະ​ນັກ​ງານ​ລັດ​ຖະ​ກອນ, ຊາວຜູ່​ອອກ​ແຮງ​ງານ ແລະ ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ບັນ​ດາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່.

ນອກນີ້ ແຜນ​ຂອງ​ສູນ​ກາງ​ແມ່ນ​ຈະ​ຮັບ​​ຟັງ​ການ​ລາຍ​ງານ ແລະ ຄວາມ​ຄິ​ດ​ເຫັນ​ກ່ຽວ​ກັບ​ກາ​ນ​ສຳ​ຫຼວດ​ຕົນ​ເອງ​ຂອງ ຜູ່​ນຳ, ຜູ່​ຊີ້​ນຳ​ຂອງ​ກຳ​ມະ​ການກົມ​ການ​ເມືອງ, ຄະ​ນະ​ບໍ​ລິ​ຫານ​ງານ​ໃນ​ກົມ​ການ​ເມືອງ ປີ 2017 ; ລາຍ​ງານ​ບັນ​ດາ​ວຽກ​ງານ​ທີ່​ສຳ​ຄັນ​ຂອງ​ກົມ​ການ​ເມືອງ​​ທີ່​ເຮັດ​ໄດ້ ແລະ ໄດ້​ແກ້​ໄຂ​ຕັ້ງ​ແຕ່ ກອງ​ປະ​ຊຸມ​ສູນ​ກາງ ຄັ້ງ​ທີ 6 ຮອດ ກອງ​ປະ​ຊຸມ​ສູນ​ກາງ 7 ; ລາຍ​ງານວຽກ​ງານ​ການກວດ​ກາ, ກວດ​ສອບ ແລະ ສຳ​ຫຼວດ​ພາຍ​ໃນ​ພັກ, ຈັດ​ຕັ້ງ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ ແລະ ຄະ​ນ​ະ​ກຳ​ມະ​ການ​ສູນ​ກາງ​ແຕ່​ລະ​ຂັ້ນ ປີ 2017; ວຽກ​ຈັດ​ຕັ້ງ​ພະ​ນັກ​ງານ.

ຄາດ​ຄະ​ເນວ່າ ກອງ​ປະ​ຊຸມ​ສູນ​ກາງ ຄັ້ງ​ທີ 7 ຈະ​ດຳ​ເນີນ​ໄປ​ໃນ​ໜື່ງ​ອາ​ທິດ ແລະ ປິດ​ໃນ​ວັນ​ທີ 12/5.

ກ​ານ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 7 ທີ່ ວາ​ລະ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ປະ​ຈຳ ເດືອນ 4/2018 ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/5 ທ່ານ​ນາຍ​ຍົກ​ລັດ​ຖະ​ມົນ​ຕີ ຫງວ໋ຽນ​ຊົນ​ຟຸກ ຮຽກ​ຮ້ອງ​ໃຫ້​ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ​ທີ່​ຖືກມອບ​ວຽກ​ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່, ຍົກ​ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ສູງ​ຂື້ນ, ຄຸນ​ນະ​ພາບ​ໃນ​ການ​ຈັດ​ຕັ້ງ, ບໍ​ລິ​ການ; ຮີບ​ເຮັ່ງ​​ໃຫ້ສຳ​ລັດ​ຕາມ​ຄາດ​ໝາຍ, ຄຸນ​ນະ​ພາບ​ບົດ​ລາຍ​ງານ ແລະ ໂຄງ​ການ​ທີ່​ໄດ້​ແບ່ງ​ປັນ ເພື່ອ​ສະ​ເໜີ​ກົມ​ການ​ເມືອງ, ຄະ​ນະ​​ບໍ​ລິ​ຫານ​ງານ​ສູນ​ກາງ; ບໍ່​ຄວນ​ຄົງ​ຄ້າງ​ບັນ​ດາ​ເອກ​ກະ​ສານ​ທີ່​ຂື້ນ​ກັບ​ຄວາມ​ຮັບ​ຜິດ​ຂອງ​ລັດ​ຖະ​ບານ.

(ຫັດ​ທະ​ບູນ)

ເຫດການ