ສາຍໃຈຮັກຫອມແຂກຄົນຢູ່ Visakhapatnam

11:03 | 26/02/2024

ສາຍໃຈຮັກຫອມແຂກຄົນຢູ່ Visakhapatnam

ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ
ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ ການກໍ່ສ້າງຊາຍແດນກັບລາວດ້ວຍຄວາມໝັ້ນແກ່ນ, ສາຍຈິດສາຍໃຈມິດຕະພາບ

ບັນດານາຍທະຫານ, ລູກເຮືອກຳປັ່ນໝາຍເລກ 20 (ກອງເຮືອ 132, ກອງພົນນ້ອຍ 172, ທະຫານເຮືອເຂດ 3) ແລະບັນດາສະມາຊິກໃນຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ຮູ້ສຶກໄດ້ເຖິງນ້ຳໃຈຮັກແພງແຂກຄົນ ແລະການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບນັບແຕ່ກຳປັ່ນໄດ້ເຂົ້າທຽບທ່າຢູ່ນະຄອນ Visakhapatnam (ອິນເດຍ) ເພື່ອກະກຽມເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2024.

ສາຍໃຈຮັກຫອມແຂກຄົນຢູ່ Visakhapatnam

ກຳປັ່ນໝາຍເລກ 20 ກ່ອນເຂົ້າທຽບທ່າຢູ່ນະຄອນ Visakhapatnam. ພາບ: qdnd.vn

ເວລາ 9 ໂມງເຊົ້າຂອງວັນທີ 18 ກຸມພາ, ກໍາປັ່ນໝາຍເລກ 20 ໄດ້ເຂົ້າທຽບທ່າກໍາປັ່ນ Visakhapatnam ດ້ວຍການໜູນຊ່ວຍຂອງກໍາປັ່ນສອງລໍາ. ຟ້າແດດກ້າ, ແຕ່ວ່າກອງດຸລິຍາງ ແລະບັນດານາຍທະຫານ, ລູກເຮືອຂອງທະຫານເຮືອ ອິນເດຍ ກໍໄດ້ມາລໍຖ້າຮັບແລ້ວ. ຕໍ່ຈາກນັ້ນ ພິທີຕ້ອນຮັບກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ກໍ່ໄດ້ຈັດຂຶ້ນຢ່າງສົມກຽດ. ເປັນປະທານຕ້ອນຮັບກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ບໍ່ແມ່ນຄົນແປກໜ້າ, ເຂົາເຈົ້າແມ່ນການນຳ, ນາຍທະຫານ, ລູກເຮືອຂອງກຳປັ່ນ INS Airavat ທີ່ເຄີຍມາຢ້ຽມຢາມ ຫວຽດນາມ ກ່ອນໜ້ານີ້ບໍ່ທັນຮອດ 1 ປີ ແລະກໍ່ແມ່ນຜູ້ທີ່ຈະໜູນຊ່ວຍກຳປັ່ນໝາຍເລກ 20 ໃນຕະຫຼອດຊຸມວັນທີ່ເຂົ້າຮ່ວມການຝຶກຊ້ອມ MILAN 2024.

ມາເຂົ້າຮ່ວມການຝຶກຊ້ອມ MILAN 2024, ກໍາປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ປາດຖາໜາວ່າ ໂດຍຜ່ານເຫດການນີ້ຈະຕອບແທນການເຊື້ອເຊີນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນຂອງທະຫານເຮືອ ອິນເດຍ ໃນໄລຍະຜ່ານມາ, ພ້ອມທັງປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດກວ່າອີກ.

ຕາມທ່ານພັນໂທ ເລແທັງບິ່ງ, ຮອງຫົວໜ້າພະແນກພົວພັນຕ່າງປະເທດ, ເຫຼົ່າທັບທະຫານເຮືອ ແລ້ວ, ນີ້ແມ່ນຄັ້ງທີ 12 ທີ່ ອິນເດຍ ຈັດຕັ້ງການຝຶກຊ້ອມ MILAN ສະນັ້ນ ປະເທດເພື່ອນກໍ່ມີບົດຮຽນຫຼາຍໃນວຽກງານຈັດຕັ້ງ ແລະທະຫານເຮືອປະເທດເພື່ອນກໍ່ໄດ້ເອົາໃຈໃສ່ທີ່ສຸດຕໍ່ການໜູນຊ່ວຍທຸກປະເທດທີ່ມາເຂົ້າຮ່ວມຢ່າງຮອບດ້ານ ແລະຖີ່ຖ້ວນ, ໃນນັ້ນມີກໍາປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ທີ່ໄດ້ຮັບບູລິມະສິດພິເສດ. ຢູ່ທ່າກໍາປ່ັນ, ຝ່າຍເພື່ອນໄດ້ສະໜອງນ້ຳໃຊ້ໃຫ້ກໍາປັ່ນໝາຍເລກ 20 ໂດຍບໍ່ເກັບຄ່າ, ອະນາໄມ, ເກັບມ້ຽນຂີ້ເຫຍື້ອໃນບໍລິເວນ ແລະຈັດລົດຮັບໃຊ້ຂະໜາດໃຫຍ່ ແລະນ້ອຍໃຫ້ຈຳນວນ 6 ຄັນ ເພື່ອຮັບໃຊ້ການເດີນທາງໄປມາໃນລະຫວ່າງທີ່ດຳເນີນເຫດການ ແລະຢ້ຽມຊົມທ້ອງຖິ່ນຕ່າງໆຢ່າງມີຄວາມສະດວກ.

ພິເສດ, ທີ່ການຝຶກຊ້ອມ MILAN ປີນີ້, ທະຫານເຮືອ ອິນເດຍ ມອບໝາຍໜ້າທີ່ໃຫ້ກໍາປັ່ນ INS Airavat ເປັນເຈົ້າການ, ຮັບຜິດຊອບວຽກງານຕ້ອນຮັບ, ສົມທົບ ແລະໜູນຊ່ວຍການເຄື່ອນໄຫວກິດຈະກຳຂອງກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ. ພາຍຫຼັງໄດ້ຮັບໜ້າທີ່, ກຳປັ່ນ INS Airavat ກໍ່ໄດ້ຈັດຕັ້ງກຸ່ມນາຍທະຫານສື່ສານລວມມີ 5 ຄົນ, ດຳເນີນການແລກປ່ຽນໂດຍກົງ ຫຼື ໂທລະສັບກັບນາຍທະຫານສື່ສານຂອງກຳປັ່ນໝາຍເລກ 20 ເພື່ອແກ້ໄຂຂໍ້ຂ້ອງໃຈ ແລະແກ້ໄຂທຸກບັນຫາ. “ພວກເພື່ອນຕ້ອງການຫຍັງແດ່, ຈົ່ງເວົ້າກັບພວກຂ້າພະເຈົ້າເດີ” ນີ້ແມ່ນຄໍາເວົ້າທີ່ທ່ານພັນໂທ Rindu Babu, ກັບຕັນເຮືອກໍາປັ່ນ INS Airavat ກໍ່ຄືບັນດານາຍທະຫານຂັ້ນລຸ່ມຂອງທ່ານໄດ້ເວົ້າຫຼາຍເທື່ອນັບແຕ່ກໍາປັ່ນໝາຍເລກ 20 ມາຮອດນະຄອນ Visakhapatnam.

ສາຍໃຈຮັກຫອມແຂກຄົນຢູ່ Visakhapatnam

ກັບຕັນເຮືອ ແລະນາຍທະຫານກຳປັ່ນ INS Airavat ຢ້ຽມຢາມ ແລະໂອ້ລົມກັບນາຍທະຫານ, ລູກເຮືອກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອຫວຽດນາມ. ພາບ: qdnd.vn

ພວກເພື່ອນຄົນອິນເດຍ ກໍ່ໃຫ້ຮູ້ວ່າ ເຂົາເຈົ້າຫວັງວ່າ ໃນ 10 ວັນທີ່ຢູ່ນະຄອນ Visakhapatnam, ບັນດານາຍທະຫານ, ລູກເຮືອຂອງຄະນະຫວຽດນາມ ບໍ່ພຽງແຕ່ເຮັດສຳເລັດບັນດາເນື້ອໃນໃນຂອບເຂດການຝຶກຊ້ອມເທົ່ານັ້ນ ຫາກຍັງໄດ້ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຜູ້ຄົນ ແລະວັດທະນະທຳ ອິນເດຍ ຕື່ມອີກ. ເມື່ອເປັນເຊັ່ນນັ້ນ, ກຳປັ່ນ INS Airavat ກໍ່ກຽມພ້ອມໃຫ້ການຊ່ວຍເຫຼືອ ເພື່ອໃຫ້ສະມາຊິກກໍາປັ່ນ 20 ໄດ້ໄປຢ້ຽມຊົມບັນດາສະຖານທີ່ວັດທະນະທຳຂອງທ້ອງຖິ່ນຫຼາຍຄົນຕື່ມອີກ, ເຖິງວ່າໃນເບື້ອງຕົ້ນໄດ້ຈຳກັດຈຳນວນພົນກໍ່ຕາມ.


ຊຸມວັນນີ້, ຫຼາຍເຂດໃນນະຄອນ Visakhapatnam ຄັບຄາໜາແໜ້ນກວ່າວັນປົກກະຕິເມື່ອບັນດາກຳປັ່ນຂອງທະຫານເຮືອ 47 ປະເທດເຂົ້າທຽບທ່າລໍຖ້າມື້ເປີດການຝຶກຊ້ອມ MILAN 2024. ດ້ວຍການໜູນຊ່ວຍຢ່າງສຸດຂີດຂອງປະເທດເຈົ້າພາບ, ກຳປັ່ນໝາຍເລກ 20 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະປະຕິບັດເນື້ອໃນຕ່າງໆໃນຂອບເຂດການຝຶກຊ້ອມໃຫ້ສຳເລັດ, ຈາກນັ້ນຍົກສູງກຳລັງຄວາມສາມາດສົມທົບໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ ແລະເພີ່ມທະວີການພົວພັນຮ່ວມມື, ສ້າງຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈກັນກັບທະຫານເຮືອບັນດາປະເທດ.

* ຕອນຄ່ຳວັນທີ 19 ກຸມພາ, ພົນເຮືອເອກ ຟ້າມແມັ້ງຮຸ່ງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການເຫຼົ່າທັບທະຫານເຮືອໄດ້ໄປຢ້ຽມຢາມ, ໃຫ້ກຳລັງໃຈນາຍທະຫານ, ລູກເຮືອກຳປ່ັນໝາຍເລກ 20 (ກອງເຮືອ 132, ກອງພົນນ້ອຍ 172, ທະຫານເຮືອເຂດ 3) ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ທີ່ພວມມີໜ້າຢູ່ນະຄອນ Visakhapatnam ຂອງອິນເດຍ ເພື່ອເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN ປີ 2024. ກໍ່ໃນວັນທີ 19 ກຸມພາ, ຢູ່ສູນສູ້ຮົບທາງທະເລ (MWC) ຢູ່ນະຄອນ Visakhapatnam, ຄະນະຈັດຕັ້ງການຝຶກຊ້ອມ MILAN 2024 ກໍ່ໄດ້ຈັດຕັ້ງການປຶກສາຫາລືກ່ຽວກັບແຜນການເດີນທະເລ ແລະແຈ້ງເນື້ອໃນໃຫ້ຊາບໂດຍຫຍໍ້ກ່ຽວກັບການຝຶກຊ້ອມຕາມແຜນທີ່ທະເລ. ຕາມແຜນການແລ້ວ, ການຝຶກຊ້ອມ MILAN 2024 ໄຂຂຶ້ນເປັນທາງການໃນວັນທີ 21 ກຸມພາ.

ບູນມີ

ເຫດການ
302 Found

Found

The document has moved here.