ການຂະຫຍາຍຕົວຂອງເສດຖະກິດ ພາກພື້ນອາຊີຕາເວັນອອກ ຈະຂະຫຍາຍຕົວໃນລະດັບປານກາງ

17:44 | 25/04/2019

ອີງຕາມບົດລາຍງານຂອງທະນາຄານໂລກຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ຈະຫລຸດລົງຢູ່ໃນລະດັບ 6.0% ໃນປີ 2019-2020 ຫລຸດຈາກ 6,3% ໃນປີ 2018.

ການຂະຫຍາຍຕົວຂອງເສດຖະກິດ ພາກພື້ນອາຊີຕາເວັນອອກ ຈະຂະຫຍາຍຕົວໃນລະດັບປານກາງ

ການຂະຫຍາຍຕົວຂອງເສດຖະກິດ ພາກພື້ນອາຊີຕາເວັນອອກ ຈະຂະຫຍາຍຕົວໃນລະດັບປານກາງ. ພາບປະກອບ.

ທ່ານ ນາງ ວິກຕໍເລຍ ຄວາຄາ ຮອງປະທານທະນາຄານໂລກ ປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ລາຍງານໃຫ້ຮູ້ໃນວັນທີ 24 ເມສາ 2019 ວ່າ: ການຂະຫຍາຍຕົວທີ່ມີຄວາມໝັ້ນຄົງຂອງພາກພື້ນ ໜ້າຈະຊ່ວຍຫລຸດຜ່ອນຄວາມທຸກຍາກໄດ້ຕື່ມອີກ. ພ້ອມດຽວກັນນັ້ນ, ພາຍໃນປີ 2021 ຄາດວ່າຄວາມທຸກຍາກຂັ້ນຮ້າຍແຮງຈະຫລຸດລົງຕໍ່າກວ່າ 3%, ແຕ່ເຖິງຢ່າງໃດກໍຕາມປະຊາຊົນເຄິ່ງຕື້ທີ່ອາໃສ່ຢູ່ໃນພາກພື້ນແມ່ນຍັງຂາດຄວາມໝັ້ນຄົງທາງເສດຖະກິດ, ເຊິ່ງເປັນສິ່ງຢັ້ງຢືນທີ່ສຳຄັນໃຫ້ຮູ້ເຖິງບັນດາສິ່ງທ້າທ້າຍທີ່ພວມປະເຊີນໜ້າ ຂອງຫລາຍປະເທດ.

ທ່ານ ນາງ ວິກຕໍເລຍ ຄວາຄາ ຍັງໃຫ້ຮູ້ຕື່ມວ່າ: ທ່າອ່ຽງຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວຊ້າໃນພາກພື້ນຍັງສືບຕໍ່ໄປໃນທາງທີ່ດີ ແລະ ຄາດການວ່າ ໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ຈະຊ່ວຍການຂະຫຍາຍຕົວຂອງເສດຖະກິດ ຢູ່ ສປປ ລາວ ແລະ ມົງໂກລີ, ສ່ວນກຳປູເຈຍ ຄາດວ່າການຂະຫຍາຍຕົວດ້ານເສດຖະກິດຍັງຈະສືບຕໍ່ມີລັກສະນະເຂັ້ມແຂງ ແລະ ປະເທດມຽນມາ ຄາດການວ່າ ນະໂຍບາຍການເງິນແບບຂະຫຍາຍ ຈະຊ່ວຍຍູ້ດັນການຂະຫຍາຍຕົວຂອງເສດຖະກິດໃນໄລຍະສັ້ນ ແລະ ໄລຍະກາງ. ສຳລັບເສດຖະກິດຂອງປະເທດ ປາປົວນິວກີນີ ໃນປີ 2019 ຄາດວ່າຈະປັບຕົວດີຂຶ້ນ, ສ່ວນການຂະຫຍາຍຕົວຂອງເສດຖະກິດປະເທດ ຟິຈິ ຄາດວ່າຈະສືບຕໍ່ເພີ່ມພູນຂຶ້ນ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.