ບັນຫາທະເລຕາເວັນອອກຢູ່ເວທີປາໄສອາຊຽນ

21:05 | 05/11/2019

ຍສໝ - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຫາກໍ່ຖືກອັດລົງພາຍຫຼັງດຳເນີນກອງປະຊຸມມາເປັນເວລາ 3 ວັນ ຢູ່ບາງກອກ, ປະເທດໄທ. ຫົວຂໍ້ໃຫຍ່ທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນບັນຫາທະເລຕາເວັນອອກ ແລະ ຄວາມຄືບໜ້າຂອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ບັນຫາທະເລຕາເວັນອອກຢູ່ເວທີປາໄສອາຊຽນ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35. (ພາບ: VGP)

ພາຍຫຼັງຮັບການສ້າງຕັ້ງມາເປັນເວລາ 52 ປີ, ອາດຢັ້ງຢືນໄດ້ວ່າ ອາຊຽນ ນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນຂອງຫຼາຍປະເທດມະຫາອຳນາດ. ອາຊຽນ ກໍ່ແມ່ນຂົວເຊື່ອມຕໍ່ຂອງບັນດາເວທີປາໄສຢູ່ພາກພື້ນ ແລະ ໂລກ. ສະນັ້ນ, ຍິ່ງກວ່າເວລາໃດໝົດ, ອາຊຽນ ກໍ່ເຫັນໄດ້ບົດບາດຂອງຕົນໃນການຮັບປະກັນຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນ.

ເວທີປາໄສຖືກດຳເນີນໃນສະພາບທີ່ຫວ່າງມໍ່ໆມານີ້ຈີນ ມີບັນດາການກະທຳລະເມີດເຂດເສດຖະກິດຈຳເພາະ (EEZ) ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ກອງປະຊຸມຄັ້ງນີ້ສືບຕໍ່ຢືນຢັນທັດສະນະຂອງອາຊຽນ ແມ່ນຍາມໃດກໍ່ຮັກສາຄຸນຄ່າຄວາມສາມັກຄີ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງເຄີຍແມ່ນພື້ນຖານນຳມາເຊິ່ງຜົນສຳເລັດໃຫ້ແກ່ອາຊຽນ ໃນໄລຍະຄົງຕົວກວ່າເຄິ່ງສະຕະວັດ.

ບັນດາການກະທຳຂອງຈີນ ໄດ້ກໍ່ຄວາມເຄັ່ງຕຶງ, ກໍ່ໄພນາບຂູ່ຕໍ່ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ - ເຊິ່ງແມ່ນເສັ້ນທາງຂົນສົ່ງທາງທະເລສຳຄັນແຖວໜ້າ, ພ້ອມທັງນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສິ່ງດັ່ງກ່າວໄດ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານບັນດາຄຳກ່າວປາໄສ ພ້ອມກັບຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງວົງການນັກການເມືອງໂລກ ແລະ ຫາງສຽງພາກພື້ນ ແລະ ສາກົນໃນໄລຍະຜ່ານມາ.

ຕາມເນື້ອໃນຈິດໃຈເຊິ່ງກອງປະຊຸມສຸດຍອດອາຊຽນ 35 ຢູ່ບາງກອກ ສົ່ງສານທີ່ວ່າ ປັບປຸງຈິດໃຈສາມັກຄີໃນອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງຂຶ້ນຕື່ມ, ສ້າງສັນສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ. ໃນນັ້ນ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແມ່ນເງື່ອນໄຂຕັດສິນທຳອິດເພື່ອໃຫ້ອາຊຽນ ພັດທະນາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.