ປັບ​ປຸງ​ທີ່​ຕັ້ງບົດ​ບາດ​ຂອງ ຫວຽດ​ນາມ ໃນ​ລະ​ບົບມູນ​ຄ່າ​ທົ່ວ​ໂລກ

09:08 | 21/10/2022

ທີ່ເວທີປາໄສ, VCCI ໄດ້ປະກາດບົດລາຍງານກ່ຽວກັບພະລັງງານເຄື່ອນໄຫວຂອງວິສາຫະກິດ ຫວຽດນາມ: ສະພາບການຕົວຈິງ ທີ່ຕັ້ງໃນລະບົບມູນຄ່າ ແລະ ເນື້ອແທ້ຄວາມໝາຍໃຫ້ແກ່ການຮ່ວມມືຫຼາຍຝ່າຍ.

undefined
ເວທີປາໄສຫຼາຍຝ່າຍ MSF 2022

ປັບປຸງທີ່ຕັ້ງບົດບາດໃນລະບົບມູນຄ່າທົ່ວໂລກໃຫ້ແກ່ ຫວຽດນາມ: ການຮ່ວມມືຫຼາຍຝ່າຍໃນການຍົກສູງກຳລັງຄວາມສາມາດ ແລະ ຄວາມຮັບຜິດຊອບໃນການສຳຫຼວດກວດກາ”, ແມ່ນຫົວຂໍ້ເວທີປາໄສຫຼາຍຝ່າຍ 2022, ໂດຍກະຊວງອຸດສາຫະກຳ - ການຄ້າ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະພັນໃຫຍ່ແຮງງານ ຫວຽດນາມ, ບໍລິສັດ Samsung ຫວຽດນາມ ແລະ ຄູ່ຮ່ວມມືປະຈຳ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງໃນຕອນບ່າຍວັນທີ 19 ຕຸລາ ຢູ່ ຮ່າໂນ້ຍ. ທີ່ເວທີປາໄສ, VCCI ໄດ້ປະກາດບົດລາຍງານກ່ຽວກັບພະລັງງານເຄື່ອນໄຫວຂອງວິສາຫະກິດ ຫວຽດນາມ: ສະພາບການຕົວຈິງ ທີ່ຕັ້ງໃນລະບົບມູນຄ່າ ແລະ ເນື້ອແທ້ຄວາມໝາຍໃຫ້ແກ່ການຮ່ວມມືຫຼາຍຝ່າຍ. ໃນນັ້ນເນັ້ນໜັກວ່າ ບັນດາວິສາຫະກິດຕ້ອງເປັນເຈົ້າການກ່ວາອີກໃນວິວັດການເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ມີຍຸດທະສາດ, ເປົ້າໝາຍ ແລະ ແຜນການປະຕິບັດຢ່າງລະອຽດ ເພື່ອເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງມີປະສິດທິຜົນກ່ວາອີກ, ເປັນຕົ້ນແມ່ນກຳລັງຄວາມສາມາດໃນການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບສະພາບການ. ທ່ານ ໂງຂາຍຮ່ວານ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຂໍ້ສັງເກດວ່າ: ພາຍຫຼັງພະຍາດໂຄວິດ - 19, ບວກກັບການປະທະກັນດ້ານການເມືອງ ແລະ ສົງຄາມທາງການຄ້າລະຫວ່າງບັນດາປະເທດມະຫາອຳນາດໃນໂລກ ນັ້ນທ່າອ່ຽງລວມແມ່ນ: ບັນດາກຸ່ມບໍລິສັດໃຫຍ່, ບັນດາວິສາຫະກິດຢູ່ແຖວໜ້າລະບົບມູນຄ່າພວມສ້າງໂຄງປະກອບລະບົບສະໜອງຄືນໃໝ່, ໃນນັ້ນໄດ້ສຸມໃສ່ບັນດາປະເທດທີ່ມີຄວາມໄວໃນການພັດທະນາຢ່າງມີສະຖຽນລະພາບ, ແລະ ໝູນໃຊ້ທ່າແຮງ ກ່ຽວກັບແຮງງານກຳມະກອນ, ການຕະຫຼາດ. ໃນເວລາທີ່ຜ່ານມາ, ມີຫຼາຍກຸ່ມບໍລິສັດໃຫຍ່ໄດ້ມີການຫັນປ່ຽນການລົງທຶນ ແລະ ມີບັນດາໂຄງການລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ. ເພື່ອຕ້ອນຮັບແຫຼ່ງທຶນຫັນມາລົງທຶນນັ້ນ, ພວກເຮົາກໍ່ມີບັນດານະໂຍບາຍໜູນຊ່ວຍດີທີ່ສຸດໃຫ້ແກ່ວິສາຫະກິດ. ວິສາຫະກິດກໍ່ຕ້ອງເປັນເຈົ້າການໃນການເຂົ້າຮ່ວມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.