| WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ ຜູ້ອຳນວຍການໃຫຍ່ WTO ຊົມເຊີຍການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ. |
ໃນການພົບປະ, ຮອງນາຍົກລັດຖະບານ ຫງວຽນວັນຖັງ ໄດ້ຢືນຢັນວ່າ ຫວຽດນາມ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍທີ່ເປີດກວ້າງ, ໂປ່ງໃສ, ຍຸຕິທຳ, ຄອບຄຸມທົ່ວເຖິງ ແລະ ອີງໃສ່ກົດລະບຽບ, ໃນນັ້ນ WTO ມີບົດບາດເປັນໃຈກາງ. ໃນຖານະເປັນສະມາຊິກທີ່ຕັ້ງໜ້າ, ຫວຽດນາມ ກຳລັງເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຫ້າວຫັນເຂົ້າໃນວາລະຂອງອົງການ, ໃນນັ້ນມີການໃຫ້ສັດຕະຍາບັນສັນຍາວ່າດ້ວຍການອຸດໜູນການປະມົງ ໄລຍະທີ 1, ການເຈລະຈາເຂົ້າຮ່ວມສັນຍາເຕັກໂນໂລຊີຂໍ້ມູນຂ່າວສານສະບັບຂະຫຍາຍ (ITA2) ແລະ ການທົບທວນນະໂຍບາຍການຄ້າຕາມໄລຍະໃນທ້າຍປີ 2026.
ຕໍ່ໜ້າບັນດາສິ່ງທ້າທາຍໃນປັດຈຸບັນ, ຮອງນາຍົກລັດຖະບານ ໄດ້ສະເໜີໃຫ້ WTO ເອົາໃຈໃສ່ 3 ທິດທາງບຸລິມະສິດ. ໜຶ່ງ, ສືບຕໍ່ຊຸກຍູ້ຂະບວນການປະຕິຮູບ ໂດຍປັບປຸງບັນດາຂໍ້ກຳນົດໃຫ້ສອດຄ່ອງກັບແນວໂນ້ມໃໝ່ຂອງການຄ້າສາກົນ, ພ້ອມທັງສະທ້ອນຄວາມແຕກຕ່າງດ້ານລະດັບການພັດທະນາ ແລະ ຄວາມສາມາດໃນການປະຕິບັດຂອງບັນດາປະເທດກຳລັງພັດທະນາຢ່າງຄົບຖ້ວນ. ສອງ, ຟື້ນຟູກົນໄກແກ້ໄຂຂໍ້ຂັດແຍ່ງໃຫ້ຄົບຖ້ວນໂດຍໄວ ເພື່ອຮັບປະກັນຄວາມສາມາດໃນການຄາດຄະເນ, ຄວາມໂປ່ງໃສ ແລະ ຄວາມສາມາດໃນການບັງຄັບໃຊ້ຂອງລະບົບການຄ້າຫຼາຍຝ່າຍ. ສາມ, ຂະຫຍາຍວາລະການຮ່ວມມືໄປສູ່ຂົງເຂດໃໝ່ ເຊັ່ນ ການຄ້າດິຈິຕອນ, ປັນຍາປະດິດ, ການຫັນປ່ຽນສີຂຽວ, ການປ່ຽນແປງດິນຟ້າອາກາດ ແລະ ການຍົກສູງຄວາມສາມາດຕ້ານທານຂອງຕ່ອງໂສ້ການສະໜອງ, ພ້ອມທັງເພີ່ມທະວີການສະໜັບສະໜູນບັນດາປະເທດກຳລັງພັດທະນາໃຫ້ຍົກສູງຂີດຄວາມສາມາດ ເພື່ອນຳໃຊ້ໂອກາດຈາກແນວໂນ້ມໃໝ່ຢ່າງມີປະສິດທິຜົນ.
ແລກປ່ຽນກ່ຽວກັບທິດທາງການພັດທະນາຂອງຫວຽດນາມ, ຮອງນາຍົກລັດຖະບານ ຫງວຽນວັນທັງ ໃຫ້ຮູ້ວ່າ ຫວຽດນາມ ກຳລັງກ້າວເຂົ້າສູ່ໄລຍະພັດທະນາທີ່ສຳຄັນ ໂດຍມີເປົ້າໝາຍຮອດປີ 2045 ກາຍເປັນປະເທດພັດທະນາ ທີ່ມີລາຍຮັບສູງ, ພ້ອມທັງສູ້ຊົນໃຫ້ບັນລຸອັດຕາການເຕີບໂຕ GDP ຕັ້ງແຕ່ 10% ຕໍ່ປີຂຶ້ນໄປ ໃນໄລຍະ 2026-2030 ແລະ ບັນດາປີຕໍ່ໄປ. ເພື່ອຫັນເປົ້າໝາຍນີ້ໃຫ້ເປັນຈິງ, ຫວຽດນາມ ກຳລັງສຸມໃສ່ຊຸກຍູ້ບັນດາການບຸກທະລຸດ້ານສະຖາບັນ, ໂຄງລ່າງ, ວິທະຍາສາດ-ເຕັກໂນໂລຊີ ແລະ ການດຶງດູດແຫຼ່ງກຳລັງຢ່າງຮອບດ້ານ ແລະ ຫຼາກຫຼາຍ, ໃນນັ້ນມີການກໍ່ສ້າງສູນກາງການເງິນສາກົນຕາມຮູບແບບ “ໜຶ່ງສູນກາງ-ສອງສະຖານທີ່” ຢູ່ນະຄອນໂຮ່ຈີມິນ ແລະ ນະຄອນດານັງ, ເຊື່ອມໂຍງກັບເຂດການຄ້າເສລີ, ກົນໄກທົດລອງທີ່ມີການຄວບຄຸມ ແລະ ກອບກົດໝາຍທີ່ເອື້ອອຳນວຍ.
ບົນພື້ນຖານດັ່ງກ່າວ, ຮອງນາຍົກລັດຖະບານ ຫວັງວ່າ WTO ຈະສືບຕໍ່ສະໜັບສະໜູນຫວຽດນາມໃນການຍົກສູງຂີດຄວາມສາມາດ, ໂດຍສະເພາະການຝຶກອົບຮົມລົງເລິກດ້ານນະໂຍບາຍການຄ້າ, ການໃຫ້ຄຳປຶກສາດ້ານກົດໝາຍໃນການແກ້ໄຂຂໍ້ຂັດແຍ່ງສາກົນ ແລະ ການອຳນວຍຄວາມສະດວກດ້ານການຄ້າ. ຜ່ານນັ້ນ, ຊ່ວຍໃຫ້ຫວຽດນາມ ນຳໃຊ້ບັນດາສັນຍາ ແລະ ຄຳໝັ້ນສັນຍາສາກົນຢ່າງມີປະສິດທິຜົນ, ຊຸກຍູ້ການສົ່ງອອກ, ດຶງດູດແຫຼ່ງລົງທຶນທີ່ມີຄຸນນະພາບສູງ ແລະ ຍົກສູງຂີດຄວາມສາມາດແຂ່ງຂັນໃນລະດັບໂລກ.
ຝ່າຍທ່ານນາງ Jennifer ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານເສດຖະກິດ-ສັງຄົມຂອງຫວຽດນາມໃນໄລຍະຜ່ານມາ ແລະ ຮັບຮູ້ບັນດາຄວາມພະຍາຍາມປະຕິຮູບຢ່າງເຂັ້ມແຂງ ເພື່ອສືບຕໍ່ປັບປຸງສະຖາບັນ, ສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ ແລະ ການເຊື່ອມໂຍງເສດຖະກິດສາກົນ. ຮອງຜູ້ອຳນວຍການໃຫຍ່ WTO ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມໂປ່ງໃສໃນການສ້າງ ແລະ ປະຕິບັດນະໂຍບາຍ, ພ້ອມທັງແນະນຳໃຫ້ຫວຽດນາມ ສືບຕໍ່ອັບເດດຂໍ້ມູນໃຫ້ກອງເລຂາ WTO ກ່ຽວກັບຂະບວນການດັດແກ້, ປັບປຸງກົດໝາຍ ແລະ ບັນດານະໂຍບາຍທີ່ພົວພັນກັບການຄ້າ ແລະ ການລົງທຶນ, ເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນງານຂອງວິສາຫະກິດ.
ທ່ານນາງ Jennifer ຍັງແບ່ງປັນວ່າ ເຖິງວ່າການຄ້າໂລກຈະປະເຊີນກັບຫຼາຍຄວາມຜັນຜວນ ແລະ ສິ່ງທ້າທາຍ, ແຕ່ປະລິມານການຄ້າສິນຄ້າທົ່ວໂລກໃນປີ 2025 ຍັງເພີ່ມຂຶ້ນ 4,6% ແລະ ໂດຍລວມຍັງຄົງຢູ່ໃນທິດທາງບວກ. ທ່ານນາງ Jennifer ຢືນຢັນວ່າ WTO ຈະສືບຕໍ່ຮ່ວມເດີນທາງ, ແບ່ງປັນປະສົບການ ແລະ ສະໜັບສະໜູນຫວຽດນາມ ໃນຂະບວນການເຊື່ອມໂຍງເສດຖະກິດສາກົນ. ໃນໄລຍະຕໍ່ໜ້າ, ສອງຝ່າຍຈະປະສານງານຈັດຕັ້ງວາລະທົບທວນນະໂຍບາຍການຄ້າຕາມໄລຍະຂອງຫວຽດນາມທີ່ WTO ໃນເດືອນພະຈິກໃຫ້ປະສົບຜົນສຳເລັດ, ພ້ອມທັງດຳເນີນບັນດາໂຄງການສະໜັບສະໜູນດ້ານວິຊາການ, ໃນນັ້ນມີກິດຈະກຳທີ່ພົວພັນກັບສັນຍາເຕັກໂນໂລຊີຂໍ້ມູນຂ່າວສານສະບັບຂະຫຍາຍ (ITA2). ທ່ານນາງ ຍັງຊຸກຍູ້ໃຫ້ຫວຽດນາມ ພິຈາລະນາ ແລະ ຄົ້ນຄວ້າການເຂົ້າຮ່ວມສັນຍາອຳນວຍຄວາມສະດວກດ້ານການລົງທຶນເພື່ອການພັດທະນາ (IFD).
ໃນໂອກາດນີ້, ຮອງນາຍົກລັດຖະບານ ຫງວຽນວັນຖັງ ໄດ້ເຊີນການນຳ WTO ໄປຢ້ຽມຢາມຫວຽດນາມ ເພື່ອສືບຕໍ່ແລກປ່ຽນບັນດາທິດທາງການຮ່ວມມືໃນໄລຍະໃໝ່.
![]() |
| ຮອງນາຍົກລັດຖະບານ ຫງວຽນວັນຖັງ ແລະ ຮອງຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ (WTO) ທ່ານນາງ Jennifer DJ Nordquist. |
WEF ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ຜ່ານການເສີມສ້າງການເຊື່ອມໂຍງກັບເຄືອຂ່າຍວິສາຫະກິດ
ໃນວັນດຽວກັນ, ຮອງນາຍົກລັດຖະບານ ໄດ້ພົບປະເຮັດວຽກກັບ ທ່ານ Andre Hoffmann, ປະທານຮ່ວມຄະນະບໍລິຫານ ເວທີປາໄສເສດຖະກິດໂລກ (WEF) ແລະ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມປະຈຳສະວິດ. ໃນການພົບປະທີ່ສຳນັກງານໃຫຍ່ຂອງ WEF, ຮອງນາຍົກລັດຖະບານ ຫງວຽນວັນທັງ ໄດ້ແບ່ງປັນຂໍ້ມູນກ່ຽວກັບຄວາມພະຍາຍາມ ແລະ ຜົນສຳເລັດໃນທາງບວກຂອງຫວຽດນາມ ໃນການປະຕິຮູບສະຖາບັນ, ປັບປຸງສະພາບແວດລ້ອມດ້ານການລົງທຶນ ແລະ ການດຳເນີນທຸລະກິດ, ພ້ອມທັງຊຸກຍູ້ການເຕີບໂຕທາງເສດຖະກິດ, ໃນນັ້ນມີການບັນລຸອັດຕາການເຕີບໂຕຫຼາຍກວ່າ 8,2% ໃນ 6 ເດືອນຕົ້ນປີ 2026. ຕໍ່ໜ້າຄວາມຕ້ອງການດ້ານທຶນຮອນອັນມະຫາສານສຳລັບໄລຍະພັດທະນາຕໍ່ໄປ, ຮອງນາຍົກລັດຖະບານ ໄດ້ສະເໜີໃຫ້ WEF ສືບຕໍ່ສະແດງບົດບາດໃນການຊຸກຍູ້ການຮ່ວມມືພາກລັດ-ເອກະຊົນ, ເສີມສ້າງການເຊື່ອມໂຍງລະຫວ່າງລັດຖະບານຫວຽດນາມ ກັບປະຊາຄົມວິສາຫະກິດ ແລະ ນັກລົງທຶນຊັ້ນນຳຂອງໂລກ.
ບົນພື້ນຖານຜົນສຳເລັດອັນດີຂອງການຮ່ວມມືລະຫວ່າງຫວຽດນາມ ແລະ WEF ໃນໄລຍະຜ່ານມາ, ໂດຍສະເພາະການສະໜັບສະໜູນການສ້າງຕັ້ງສູນປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ຢູ່ນະຄອນໂຮ່ຈີມິນ ແລະ ການຈັດຕັ້ງເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ ປີ 2025 ຢ່າງປະສົບຜົນສຳເລັດ, ຮອງນາຍົກລັດຖະບານ ໄດ້ສະເໜີໃຫ້ WEF ສືບຕໍ່ຂະຫຍາຍ ແລະ ຍົກລະດັບການຮ່ວມມືກັບຫວຽດນາມ. ໃນນັ້ນ, ສອງຝ່າຍຄວນສຸມໃສ່ການສ້າງແຜນງານຮ່ວມມືຫວຽດນາມ - WEF ໄລຍະ 2026-2030, ໂດຍສຸມໃສ່ຂົງເຂດບຸລິມະສິດ ເຊັ່ນ ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນາລະບົບນິເວດດ້ານການເງິນທີ່ທັນສະໄໝ. WEF ຄວນຄົ້ນຄວ້ານຳເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນຢູ່ຫວຽດນາມ ໃຫ້ກາຍເປັນກິດຈະກຳປະຈຳປີໃນລະບົບກອງປະຊຸມຂອງ WEF, ເພີ່ມທະວີການເຊື່ອມໂຍງເຄືອຂ່າຍວິສາຫະກິດ, ນັກລົງທຶນ ແລະ ສະຖາບັນການເງິນສາກົນກັບຫວຽດນາມ, ພ້ອມທັງລະດົມການມີສ່ວນຮ່ວມຂອງປະຊາຄົມວິສາຫະກິດໃນກິດຈະກຳຂອງປີ APEC 2027.
ຝ່າຍ WEF, ທ່ານ Andre Hoffmann ໄດ້ຕີລາຄາສູງຕໍ່ຜົນສຳເລັດດ້ານການພັດທະນາເສດຖະກິດຂອງຫວຽດນາມ, ໂດຍສະເພາະການຮັກສາທ່ວງທ່າການເຕີບໂຕໃນທາງບວກ ທ່າມກາງສະພາບເສດຖະກິດໂລກທີ່ຍັງປະສົບຄວາມຫຍຸ້ງຍາກ, ຄວບຄູ່ກັບການປະຕິຮູບສະຖາບັນ ແລະ ສະພາບແວດລ້ອມການລົງທຶນຢ່າງເຂັ້ມແຂງ. ທ່ານເຫັນວ່າ ຫວຽດນາມ ກຳລັງກ້າວຂຶ້ນເປັນໜຶ່ງໃນເສດຖະກິດທີ່ມີພະລັງຂັບເຄື່ອນສູງຂອງພາກພື້ນ, ມີທ່າແຮງຫຼາຍໃນການຫັນເປັນດິຈິຕອນ, ນະວັດຕະກຳ ແລະ ການພັດທະນາສູນກາງການເງິນສາກົນ.
ການນຳ WEF ເຫັນວ່າ ການແຂ່ງຂັນລະດັບໂລກດ້ານ AI ແລະ ເຕັກໂນໂລຊີໃໝ່ ບໍ່ແມ່ນແຂ່ງຂັນພຽງແຕ່ດ້ານເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງເປັນການແຂ່ງຂັນດ້ານຄວາມສາມາດໃນການລະດົມແຫຼ່ງກຳລັງ, ຮັບປະກັນພະລັງງານ ແລະ ການພັດທະນາແບບຍືນຍົງ. ໃນສະພາບການດັ່ງກ່າວ, ນັກລົງທຶນນັບມື້ນັບໃຫ້ຄວາມສຳຄັນກັບປະເທດທີ່ມີສະພາບນະໂຍບາຍໂປ່ງໃສ, ໝັ້ນຄົງ ແລະ ຄາດຄະເນໄດ້, ໂດຍຖືວ່ານີ້ເປັນເງື່ອນໄຂສຳຄັນສຳລັບການຕັດສິນໃຈລົງທຶນໃນໄລຍະຍາວ, ໂດຍສະເພາະໃນຂົງເຂດເຕັກໂນໂລຊີ ແລະ ການເງິນ. ທ່ານ Andre Hoffmann ຢືນຢັນວ່າ WEF ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ຜ່ານການເພີ່ມທະວີການເຊື່ອມໂຍງກັບເຄືອຂ່າຍວິສາຫະກິດ, ບັນດາກຸ່ມບໍລິສັດ ແລະ ສະຖາບັນການເງິນຊັ້ນນຳຂອງໂລກ; ສະໜັບສະໜູນການແບ່ງປັນປະສົບການກ່ຽວກັບການພັດທະນາສູນກາງການເງິນສາກົນ, ກົນໄກທົດລອງນະໂຍບາຍ, ການຮ່ວມມືພາກລັດ-ເອກະຊົນ, ລະບົບນິເວດນະວັດຕະກຳ, ການນຳໃຊ້ປັນຍາປະດິດ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. WEF ຍັງພ້ອມເປັນຂົວເຊື່ອມເພື່ອແນະນຳນັກລົງທຶນສາກົນ, ບັນດາຜູ້ຊ່ຽວຊານ ແລະ ຜູ້ນຳວິສາຫະກິດຊັ້ນນຳຂອງໂລກ ໃຫ້ມາຊອກຫາໂອກາດຮ່ວມມື, ລົງທຶນ ແລະ ແບ່ງປັນປະສົບການກັບຫວຽດນາມ.
ພ້ອມກັນນັ້ນ, ທ່ານ Andre Hoffmann ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຖານະຂອງຫວຽດນາມທີ່ນັບມື້ນັບເພີ່ມຂຶ້ນໃນພາກພື້ນ ແລະ ເວທີສາກົນ, ພ້ອມສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະຈັດປີ APEC 2027 ຢ່າງປະສົບຜົນສຳເລັດ ແລະ ຫວັງເປັນຢ່າງຍິ່ງວ່າ ຈະໄດ້ຕ້ອນຮັບການນຳລະດັບສູງຂອງຫວຽດນາມ ເຂົ້າຮ່ວມກອງປະຊຸມປະຈຳປີຂອງເວທີປາໄສເສດຖະກິດໂລກ ປີ 2027 ທີ່ນະຄອນ Davos.
ນຳໃຊ້ຈຸດແຂງຂອງສະວິດ ໃນຖານະເປັນໜຶ່ງໃນສູນກາງການເງິນຊັ້ນນຳຂອງໂລກ
ໃນຂອບເຂດການເດີນທາງຄັ້ງນີ້, ຮອງນາຍົກລັດຖະບານ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາພະນັກງານ ແລະ ເຈົ້າໜ້າທີ່ຂອງສະຖານທູດຫວຽດນາມປະຈຳສະວິດ.
ຮອງນາຍົກລັດຖະບານ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ຜົນງານທີ່ສະຖານທູດບັນລຸໄດ້ໃນການໃຫ້ຄຳປຶກສາ ແລະ ຊຸກຍູ້ການພົວພັນຫວຽດນາມ-ສະວິດ, ໂດຍສະເພາະການປະກອບສ່ວນສ້າງຕັ້ງກອບຄວາມຮ່ວມມືຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ສຳເລັດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບ ສະມາຄົມການຄ້າເສລີເອີຣົບ (EFTA) ທີ່ສະວິດເປັນສະມາຊິກ, ເພື່ອກ້າວໄປສູ່ການລົງນາມໃນເດືອນຕຸລາ 2026.
ພ້ອມກັນນັ້ນ, ສະຖານທູດຍັງໄດ້ດຳເນີນກິດຈະກຳການຕ່າງປະເທດ ແລະ ເຊື່ອມໂຍງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງຝ່າຍຢ່າງມີປະສິດທິຜົນ. ຮອງນາຍົກລັດຖະບານ ໄດ້ແບ່ງປັນວ່າ ຫວຽດນາມ ກຳລັງເລັ່ງລະດົມແຫຼ່ງກຳລັງມະນຸດທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ການພັດທະນາ, ໂດຍສະເພາະເມື່ອສູນກາງການເງິນສາກົນເລີ່ມເຂົ້າສູ່ການດຳເນີນງານ. ພ້ອມກັນນັ້ນ, ການພົວພັນຫວຽດນາມ-ສະວິດ ຍັງສືບຕໍ່ພັດທະນາໃນທິດທາງທີ່ດີ, ໂດຍປີ 2026 ເປັນວາລະຄົບຮອບ 55 ປີ ການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ຮອງນາຍົກລັດຖະບານ ຈຶ່ງສະເໜີໃຫ້ສະຖານທູດ ສືບຕໍ່ສະແດງບົດບາດເປັນຂົວເຊື່ອມລະຫວ່າງສອງຝ່າຍ, ໂດຍສະເພາະນຳໃຊ້ຈຸດແຂງຂອງສະວິດ ໃນຖານະເປັນໜຶ່ງໃນສູນກາງການເງິນຊັ້ນນຳຂອງໂລກ.
ດ້ວຍເຫດນັ້ນ, ສະຖານທູດ ຄວນສຸມໃສ່ການເພີ່ມທະວີການເຊື່ອມໂຍງກັບບັນດາອົງການບໍລິຫານ, ສະຖາບັນການເງິນ, ກອງທຶນລົງທຶນ, ວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ເຄືອຂ່າຍຜູ້ຊ່ຽວຊານຂອງສະວິດ; ພ້ອມທັງນຳໃຊ້ສັນຍາຫວຽດນາມ-EFTA ຢ່າງມີປະສິດທິຜົນ ເພື່ອເສີມຂະຫຍາຍຕະຫຼາດ ແລະ ຫຼາກຫຼາຍຕ່ອງໂສ້ການສະໜອງ.
ຍສໝ - ວັນທີ 23 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສາທາລະນະສຸກໂລກ ຄັ້ງທີ 76 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ. |
ຍສໝ - ຕອນບ່າຍວັນທີ 17 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານ Okonjo-Iweala ຜູ້ອຳນວຍການໃຫຍ່ WTO. |
ມິງດຶກ
