| ງານມະຫະກຳວັດທະນະທຳອາຫານສາກົນ 2026: ເຊື່ອມໂຍງວັດທະນະທຳ ແລະ ແບ່ງປັນນ້ຳໃຈກັບຊຸມຊົນ 46 ປະເທດເຂົ້າຮ່ວມງານມະຫະກຳວັດທະນະທຳອາຫານສາກົນ ປີ 2026 |
ກ່ອນທີ່ງານຈະເລີ່ມຕົ້ນຂຶ້ນ, ພະນັກງານ, ລັດຖະກອນທັງໝົດຂອງສະຖານເອກອັກຄະລັດຖະທູດ ພ້ອມດ້ວຍບັນດາອົງການທີ່ຕັ້ງຢູ່ຄຽງຂ້າງ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢ່າງສົມກຽດ. ລາຍການດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງບັນດາທ່ານເອກອັກຄະລັດຖະທູດ, ຂ້າຫຼວງໃຫຍ່ປະເທດຕ່າງໆ ປະຈຳ ມາເລເຊຍ ພ້ອມດ້ວຍພັນລະຍາ ແລະ ສາມີ ໃນຄະນະທູຕານຸທູດ, ຜູ້ຕາງໜ້າແມ່ຍິງອາຊຽນ, ເພື່ອນມິດສາກົນ ແລະ ປະຊາຄົມຊາວຫວຽດນາມ ເປັນຈຳນວນຫຼວງຫຼາຍຈາກຫຼາຍລັດຂອງມາເລເຊຍ ກວ່າ 80 ທ່ານ.
![]() |
| ລາຍການສະແດງສິລະປະວັນນະຄະດີຂອງນ້ອງໆເຍົາວະຊົນຫ້ອງຮຽນພາສາຫວຽດນາມ ຢູ່ ມາເລເຊຍ ໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງໃຫ້ແກ່ແຂກຖືກເຊີນ. |
ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟ້າມ ທິ ຖຸຍ ງາ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ເນັ້ນໜັກເຖິງຄວາມໝາຍອັນພິເສດຂອງວັນວັດທະນະທຳຫວຽດນາມ 24/11 ເວົ້າລວມ ແລະ ຢູ່ ມາເລເຊຍ ເວົ້າສະເພາະ; ພ້ອມກັນນັ້ນ ກໍໄດ້ຢືນຢັນເຖິງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ຄັງສາງມໍລະດົກວັດທະນະທຳທີ່ອຸດົມສົມບູນ ແລະ ບົດບາດຂອງວັດທະນະທຳຕໍ່ກັບສີສັນພິເສດຂອງຊາດ.
ໃນຂອບເຂດຂອງງານ, ບັນດາແຂກຖືກເຊີນໄດ້ຊິມລົດຊາດອາຫານພື້ນເມືອງຫຼາຍເຍື່ອງ ເຊັ່ນ: ເຝີ, ຢໍ່, ເຂົ້າຕົ້ມ, ເຂົ້າໜົມຈີ່, ເຂົ້າຈີ່ ແລະ ຕື່ນເຕັ້ນມ່ວນຊື່ນກັບການທົດລອງຫໍ່ຢໍ່ຫວຽດນາມ, ໃນນັ້ນມີ ທ່ານ ອັບດູຣ ຣາມານີ ບາຊີຣ ເອກອັກຄະລັດຖະທູດບຣູໄນ ພ້ອມດ້ວຍພັນລະຍາ. ບັນຍາກາດຂອງລາຍການຍິ່ງມີຄວາມອົບອຸ່ນຂຶ້ນຕື່ມດ້ວຍບັນດາລາຍການສະແດງຮ້ອງເພງ ແລະ ຟ້ອນລຳທີ່ເປັນເອກະລັກ ໂດຍປະຊາຄົມຊາວຫວຽດນາມ ແລະ ນ້ອງໆເຍົາວະຊົນຫ້ອງຮຽນພາສາຫວຽດນາມ ຢູ່ ມາເລເຊຍ ເປັນຜູ້ສະແດງ.
ອວຍພອນວັນວັດທະນະທຳຫວຽດນາມ, ເພື່ອນມິດສາກົນໄດ້ຕີລາຄາສູງຕໍ່ງານທີ່ຈັດຂຶ້ນຢູ່ ມາເລເຊຍ, ຢືນຢັນວ່າຄວາມງາມດ້ານວັດທະນະທຳ ແລະ ອາຫານການກິນຂອງຫວຽດນາມ ໄດ້ກ້າວຂ້າມຂອບເຂດທາງພູມສາດ, ປະກອບສ່ວນເຊື່ອມຕໍ່ປະຊາຊົນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.
ວິສາຫະກິດຫວຽດນາມ - ມາເລເຊຍ ລົງນາມໃນຂໍ້ຕົກລົງຮ່ວມມື ໃນງານວັນວັດທະນະທຳຫວຽດນາມ 2026 ຍສໝ - ວັນທີ 22 ພະຈິກ, ຢູ່ມາເລເຊຍ, ມີວິສາຫະກິດ, ອົງການ ແລະ ສະມາຄົມທຸລະກິດຫວຽດນາມ - ມາເລເຊຍ ຫຼາຍກວ່າ 40 ແຫ່ງ ເຂົ້າຮ່ວມໂຄງການເຊື່ອມຕໍ່ວິສາຫະກິດ ທີ່ຈັດຂຶ້ນໂດຍສະຖານທູດຫວຽດນາມ. ຈຸດເດັ່ນຂອງງານແມ່ນພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງຍີ່ຫໍ້ Nón Lá ຂອງ Green Farms (ຫວຽດນາມ) ແລະ EMC Group (ມາເລເຊຍ), ເປີດໂອກາດການຮ່ວມມືທາງທຸລະກິດລະຫວ່າງສອງຝ່າຍ. |
ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030 ຍສໝ - ວັນທີ 22/11, ຢູ່ນະຄອນໂຮ່ຈີມິນ, ຄະນະນຳຂະແໜງກິລາຫວຽດນາມ ແລະ ລາວ ໄດ້ເຫັນດີຮ່ວມກັນກ່ຽວກັບທິດທາງການສ້າງໂຄງການຮ່ວມມືໄລຍະ 2026-2030, ໂດຍສຸມໃສ່ການຝຶກອົບຮົມນັກກິລາ, ຄູຝຶກ ແລະ ກຳມະການຕັດສິນ, ການພັດທະນາກິລາລະດັບສູງ ແລະ ການແລກປ່ຽນປະສົບການດ້ານການຄຸ້ມຄອງ ແລະ ນຳໃຊ້ສະໜາມ ແລະ ສິ່ງກໍ່ສ້າງດ້ານກິລາ. |
ແທັງຮັ່ງ
