ຍສໝ - ຫວ່າງເບື້ອງຕົ້ນນີ້, ຄະນະຜູ້ແທນ ໂດຍທ່ານ Kohdayar Marri ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ນະຄອນ ເກີນເທີ, ແລກປ່ຽນກ່ຽວກັບທ່າແຮງການຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ສອງຝ່າຍ ພາຍໃນໄລຍະຈະມາເຖິງ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບຄະນະຜູ້ແທນ ພັກປະຊາທິປະໄຕ ເສລີ ຍີ່ປຸ່ນ (LDP) ໂດຍທ່ານ Hagiuda Koichi ຜູ້ຮັກສາການເລຂາທິການໃຫຍ່ ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຫວຽດນາມ ຕັ້ງແຕ່ວັນທີ 20-23 ກໍລະກົດ ປີ 2026.
ຍສໝ - ຕັ້ງແຕ່ວັນທີ 19-21 ກໍລະກົດ, ຄະນະຜູ້ແທນຂອງ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ໂດຍທ່ານ ຮວ່າງກົງຖຸຍ, ຮອງປະທານ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ສ.ເກົາຫຼີ, ປະກອບສ່ວນຊຸກຍູ້ການຕ່າງປະເທດປະຊາຊົນ, ເພີ່ມທະວີການເຊື່ອມໂຍງຊຸມຊົນນັກທຸລະກິດ, ຜູ້ຊ່ຽວຊານ, ນັກປາດອາຈານ ຊາວຫວຽດນາມ ຢູ່ທີ່ ສ.ເກົາຫຼີ.
ຍສໝ - ເນື່ອງໃນໂອກາດ ກອງປະຊຸມຣັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 59 (AMM 59) ຢູ່ທີ່ ຟີລິບປິນ, ທ່ານ ເຈີນດຶກບິ່ງ, ຫົວໜ້າກົມອາຊຽນ, ເອກອັກຄະລັດຖະທູດ ໄດ້ແບ່ງປັນກັບ ຫນັງສືພິມ TG&VN (ໂລກ ແລະ ຫວຽດນາມ) ກ່ຽວກັບຄວາມໝາຍຂອງກອງປະຊຸມ ແລະ ການເຂົ້າຮ່ວມຂອງ ຫວຽດນາມ.
ຍສໝ - ຫວ່າງເບື້ອງຕົ້ນນີ້, ຢູ່ທີ່ນະຄອນຫຼວງ Dili, ທ່ານ ຟ່າມບິ່ງດາມ ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ເລສເຕ ໄດ້ເຮັດວຽກກັບທ່ານ Mariano Assanami Sabino Lopes ຮອງນາຍົກລັດຖະມົນຕີ, ຣັດຖະມົນຕີປະສານງານວຽກງານສັງຄົມ, ທັງເປັນ ຣັດຖະມົນຕີກະຊວງພັດທະນາຊົນນະບົດ ແລະ ທີ່ຢູ່ອາໄສຊຸມຊົນ ຕິມໍແລັດສະເຕ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງການເພີ່ມທະວີການຮ່ວມມື ພາຍໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາຊົນນະບົດ, ການຂຸດຄົ້ນຊັບພະຍາກອນທະເລຢ່າງຍືນຍົງ ແລະ ການກໍ່ສ້າງ/ຝຶກອົບຮົມແຫຼ່ງທຶນມະນຸດ.
ຍສໝ - ບໍ່ດົນນານມານີ້, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານງານກັບ ສະມາຄົມມິດຕະພາບ ຫວຽດນາມ-ໂອຕຣິດ ຈັດຕັ້ງພິທີມອບ-ຮັບຫຼຽນໄຊມິດຕະພາບ ຂອງປະທານປະເທດ ໃຫ້ແກ່ ສະມາຄົມ ໂອຕຣິດ-ຫວຽດນາມ ແລະ ທ່ານ Peter Jankowitsch - ປະທານກິດຕິມະສັກ ສະມາຄົມ ໂອຕຣິດ-ຫວຽດນາມ, ຍ້ອນໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງ, ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ໂອຕຣິດ.
ຍສໝ - ໃນຕອນເຊົ້າວັນທີ 20 ກໍລະກົດ, ຢູ່ທີ່ແຂວງ ຕາມກີ່, ສູນສົ່ງເສີມການເກສັດ ນະຄອນ ດານັງ ໄດ້ໄຂຊຸດແລກປ່ຽນບົດຮຽນ ແລະ ຝຶກອົບຮົມຖ່າຍທອດຄວາມກ້າວໜ້າທາງດ້ານວິທະຍາສາດເຕັກນິກການເກສັດ ໃຫ້ແກ່ຄະນະພະນັກງານວິຊາການ ແຂວງ ເຊກອງ (ລາວ). ການເຄື່ອນໄຫວນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານວິຊາສະເພາະ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງສອງທ້ອງຖິ່ນ.
ຍສໝ - ທ່ານ Akbar Ghasemi Ali Abadi, ເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ ຄົນໃໝ່ ໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ເຕັມໄປດ້ວຍເອກະລັກ, ດ້ວຍປະຊາຊົນທີ່ມີຄວາມທົນທານໜຽວແໜ້ນ ແລະ ມີແງ່ຫວັງຫຼາຍຢ່າງໃນການພັດທະນາ.
ຍສໝ - ຫວ່າງມໍ່ໆມານີ້ ຢູ່ທີ່ຮາໂນ້ຍ, ທ່ານ ເລຮວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໄດ້ຮ່ວມແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ພາຍໃນນັ້ນ ໄດ້ເອົາໃຈໃສ່ເຂົ້າໃນການຂຸດຄົ້ນທ່າແຮງບົ່ມຊ້ອນການຮ່ວມມື ພາຍໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຂຸດຄົ້ນບໍ່ແຮ່ ແລະ ບາງຂົງເຂດວຽກງານທີ່ສອງຝ່າຍມີທ່າແຮງຮ່ວມກັນ.
ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບເຈລະຈາກັບ ທ່ານ George Gerapetritis, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮ່ວມແລກປ່ຽນບັນດາມາດຕະການ ແນໃສ່ນຳພາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ເກຣັກ ໃຫ້ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນ.
ຍສໝ - ວັນທີ 18 ກໍລະກົດ ຢູ່ທີ່ແຂວງ ກວາງຈິ, ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ຈັດກອງປະຊຸມຄະນະບໍລິຫານງານ, ສະຫຼຸບວຽກງານ 6 ເດືອນຕົ້ນປີ 2026, ພ້ອມທັງກຳນົດບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ພາຍໃນນັ້ນມີການຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມືກັບ ສະມາຄົມ ເຢຍລະມັນ - ຫວຽດນາມ (DVG) ແລະ ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ຍສໝ - ຫວຽດນາມ ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ.
ຍສໝ - ໃນຕອນບ່າຍຂອງວັນທີ 15 ກໍລະກົດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະກັບຕົວແທນຄຸມຊົນຄົນຫວຽດນາມ ຢູ່ ລາວ - ເຊິ່ງແມ່ນໜຶ່ງໃນບັນດາຄຸມຊົນທີ່ມີມູນເຊື້ອອັນຍາວນານ, ມີຄວາມສາມັກຄີ, ຜູກພັນກັບບ້ານເກີດເມືອງນອນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນສັງຄົມຂອງປະເທດປະຈໍາການ.
ຍສໝ - ວັນທີ 10 ກໍລະກົດ, ທ່ານ ເລແມັງເກືອງ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ໄດ້ມີການຕ້ອນຮັບ ແລະ ພົບປະເຮັດວຽກຮ່ວມກັບ ທ່ານ Jim Nickel, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳ ຫວຽດນາມ.
ຍສໝ - ບັນດາຜູ້ແທນຂອງທັງສອງປະເທດ ຫວຽດນາມ - ລາວ ຮ່ວມກັນຕັດແຖບຜ້າເປີດງານວາງສະແດງການຄ້າ ຫວຽດນາມ - ລາວ 2026 ຢ່າງເປັນທາງການ.
ຍສໝ - ດ້ວຍມູນຄ່າການຄ້າສອງຝ່າຍບັນລຸໄດ້ປະມານ 93 ລ້ານໂດລາສະຫະລັດ ໃນປີ 2025, ຫວຽດນາມ ແລະ ປາຣາກວາຍ ພວມຢືນຢູ່ຕໍ່ໜ້າກໂອກາດອັນຫຼາກຫຼາຍ ໃນການເປີດກວ້າງການຮ່ວມມື ພາຍໃນຂົງເຂດການຄ້າ, ການລົງທຶນ ແລະ ກະສິກຳ. ການຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງ ສອງພື້ນຖານເສດຖະກິດ ພ້ອມກັບຄວາມພະຍາຍາມຊຸກຍູ້ການເຊື່ອມຕໍ່ລະຫວ່າງວິສາຫະກິດ ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງທ່າແຮງຊຸກດັນ ໃຫ້ນຳພາສາຍພົວພັນທາງດ້ານເສດຖະກິດສອງຝ່າຍ ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ ໃນໄລຍະຈະມາເຖິງ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 49 ປີ (18/7/1977 - 18/7/2026), ວັນທີ 16 ກໍລະກົດ, ຢູ່ທີ່ນະຄອນຫຼວງວຽງຈັນ, ຮູບເງົາເລື່ອງ "ຝົນແດງ" ໄດ້ຮັບການສາຍໃຫ້ແກ່ບັນດາອະດີດພະນັກງານ, ພະນັກງານຂອງບັນດາຄະນະພັກ, ກະຊວງ, ຂະແໜງການຂອງລາວໄດ້ຮັບຊົມ, ເຊິ່ງໄດ້ປະກອບສ່ວນເຜີຍແຜ່ບັນດາຄຸນຄ່າທາງດ້ານປະຫວັດສາດ, ສັນຕິພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.
ຍສໝ - ອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ຮັບການຊອກຫາ ແລະ ຂຸດຄົ້ນກູ້ຊ່ວຍ ໂດຍກອງ K92 ຢູ່ພາຍໃນທ້ອງຖິ່ນດັ່ງກ່າວ ໃນຕະຫຼອດລະດູແລ້ງ ປີ 2025–2026 ເພື່ອສົ່ງກັບຄືນປະເທດຊາດ ແລະ ຈັດພິທີໄວ້ອາໄລ ພ້ອມທັງດຳເນີນພິທີຝັງສົບຢ່າງສົມກຽດ.
ຍສໝ - ວັນທີ 13 ກໍລະກົດ, ຢູ່ທີ່ນະຄອນຫຼວງ ອານເຊ , ກ່ອນຈະສິ້ນສຸດອາຍຸການປະຕິບັດໜ້າທີ່ທາງລັດຖະການ, ທ່ານ ເຈິ່ນກວົກແຄ໊ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເຊຣີ ໄດ້ເຂົ້າຢ້ຽມອຳລາ ແລະ ເຮັດວຽກຮ່ວມກັບ ການນຳພັກແນວໂຮມປົດປ່ອຍແຫ່ງຊາດ (FLN) ເຊິ່ງເປັນພັກກຳອຳນາດ. ທັງສອງຝ່າຍໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບມູນເຊື້ອ, ເພີ່ມທະວີການຮ່ວມມືລະຫວ່າງສອງພັກ ແລະ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ເພື່ອຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບ ຫວຽດນາມ, ກອງກຳລັງຮັກສາຄວາມສະຫງົບຊົ່ວຄາວ ຂອງອົງການສະຫະປະຊາຊາດ ປະຈຳເຂດ ອາບີເອ (UNISFA) ໄດ້ມອບຫຼຽນກາ “ເພື່ອພາລະກິດຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ” ໃຫ້ແກ່ພະນັກງານ ແລະ ລັດຖະກອນ ຈຳນວນ 184 ທ່ານ ຂອງກອງວິສະວະກຳ ສະບັບເລກທີ 4 ພ້ອມດ້ວຍບັນດານາຍທະຫານສ່ວນບຸກຄົນ ທີ່ພວມປະຕິບັດໜ້າທີ່ຢູ່ທີ່ກອງກຳລັງດັ່ງກ່າວ.
ຍສໝ - ໃນຕອນຄ່ຳວັນທີ 15 ກໍລະກົດ, ນະຄອນ ເຄິ່ນເທີ ໄດ້ຈັດຕັ້ງແຜນງານພົບປະສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 50 ປີ (12/7/1976 - 12/7/2026) ຢ່າງສະຫງ່າຜ່າເຜີຍ.
ຍສໝ - ໃນວັນທີ 13 ກໍລະກົດ, ທ່ານ ງວຽນແມັງຮຸ່ງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັງ ໄດ້ເປັນປະທານໃນການຕ້ອນຮັບທ່ານນາງ Nasly Isabel Bernal Prado, ເອກອັກຄະລັດຖະທູດ ຈີເລ ປະຈຳ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ. ຢູ່ທີ່ການຕ້ອນຮັບ, ສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນໃນການຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນພາຍໃນບັນດາຂົງເຂດ: ການຄ້າ, ການລົງທຶນ, Logistics. ນະວັດຕະກຳ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ ແລະ ກະສິກຳເຕັກໂນໂລຊີສູງ.
ຍສໝ - ເພື່ອເປັນການຈົດຈຳ ແລະ ຍົກຍ້ອງບັນດາການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມື ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ຫວຽດນາມ - ສ.ເກົາຫຼີ, ໃນວັນທີ 14 ກໍລະກົດ ຢູ່ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Choi Young Sam ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ຫວຽດນາມ.
ຍສໝ - ຢູ່ທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຈີເລ ຄົບຮອບ 55 ປີ, ການນຳນະຄອນ ດານັງ ໄດ້ສະເໜີໃຫ້ ສະຖານເອກອັກຄະລັດຖະທູດ, ອົງການສົ່ງເສີມການຄ້າ ແລະ ວິສາຫະກິດ ຈີເລ ເພີ່ມທະວີການເຊື່ອມຕໍ່ລະຫວ່າງນະຄອນ ດານັງ ກັບບັນດາທ້ອງຖິ່ນ, ອົງການຈັດຕັ້ງ ແລະ ວິສາຫະກິດ ຈີເລ, ເພື່ອຊຸກຍູ້ການຮ່ວມມືພາຍໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ.
ຍສໝ - ໃນຂອບເຂດແຜນງານ ການແລກປ່ຽນນາຍທະຫານໜຸ່ມ ຫວຽດນາມ - ລາວ ປະຈຳປີ 2026, ໃນຕອນບ່າຍວັນທີ 13 ກໍລະກົດ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ໄດ້ມີການຈັດກອງປະຊຸມເຈລະຈາ ລະຫວ່າງ ຄະນະຜູ້ແທນນາຍທະຫານໜຸ່ມ ສອງປະເທດ ພາຍໃຕ້ຫົວຂໍ້ “ນາຍທະຫານໜຸ່ມ ຫວຽດນາມ - ລາວ, ພ້ອມກັນມີຄວາມເຊື່ອໝັ້ນ, ພ້ອມກັນພັດທະນາ”.
ຍສໝ - ວັນທີ 13 ກໍລະກົດ, ຢູ່ທີ່ນະຄອນຫຼວງ ດີລີ (Dili), ທ່ານ ຟ້າມ ບິ່ງ ດາມ (Phạm Bình Đàm), ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ແລັດສະເຕ ໄດ້ມີການເຮັດວຽກຮ່ວມກັບ ທ່ານ ຟຣານຊິສໂກ ກັລບົວດີ ເລ (Francisco Kalbuadi Lay), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານວຽກງານເສດຖະກິດ, ທັງເປັນລັດຖະມົນຕີກະຊວງທ່ອງທ່ຽວ ແລະ ສິ່ງແວດລ້ອມ ຕີມໍ ແລັດສະເຕ ເພື່ອແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ພ້ອມທັງຊຸກຍູ້ການຜັນຂະຫຍາຍບັນດາແຜນງານຮ່ວມມືຕົວຈິງໃນຕໍ່ໜ້າ.
ຍສໝ - ໃນວັນທີ 13 ກໍລະກົດ ຢູ່ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ນິກາຣາກວາ ປະຈຳ ຫວຽດນາມ ຈັດຕັ້ງການພົບປະມິດຕະພາບ ເພື່ອສະເຫຼີມສະຫຼອງວັນໄຊຊະນະການປະຕິວັດປະຊາຊົນ ຊານດິນິສຕາ ຄົບຮອບ 47 ປີ (19 ກໍລະກົດ 1979 - 19 ກໍລະກົດ 2026). ນີ້ແມ່ນຄັ້ງທຳອິດ ທີ່ທັງສອງອົງການຮ່ວມມືກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງດັ່ງກ່າວຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ, ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຂະຫຍາຍການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳລະຫວ່າງສອງປະເທດ.
ຍສໝ - ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 9 ແລະ 10 ກໍລະກົດ ຢູ່ທີ່ແຂວງ ບໍລິຄຳໄຊ (ປະເທດລາວ) ແລະ ແຂວງ ເງ້ອານ (ປະເທດຫວຽດນາມ), ແຜນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ສືບຕໍ່ຢັ້ງຢືນບົດບາດອັນສຳຄັນຂອງວຽກງານການທູດປ້ອງກັນຊາດ, ການທູດປ້ອງກັນຊາຍແດນ ພາຍໃນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລືອງຕາມກວາງ ໄດ້ຕີລາຄາສູງຕໍ່ກັບບັນດາການປະກອບສ່ວນຂອງທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງ ພາຍໃນການຊຸກຍູ້ສາຍພົວພັນ ຫວຽດນາມ - ຝຣັ່ງ, ໃນຂະນະດຽວກັນ ກໍໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຂະຫຍາຍການຮ່ວມມືທາງດ້ານຄວາມໝັ້ນຄົງ, ການບັງຄັບໃຊ້ກົດໝາຍ ແລະ ການສະກັດກັ້ນ, ຕ້ານອາດຊະຍາກຳ.