ກົງສູນໃຫ່ຍ ສສ ຫວຽດນາມ ປະຈໍາພາກໃຕ້ລາວ ວາງພວງມາລາ ຢູ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ນັກຮົບສະຫຼະຊີວິດເພື່ອຊາດ ຄົບຮອບ 78 ປີ (27/71947 – 27/7/2025), ຕອນເຊົ້າວັນທີ 27 ກໍລະກົດ 2025, ຄະນະຜູ້ແທນກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ນໍາໂດຍທ່ານນາງ ຕ້າເຟືອງຢຸງ (Ta Phuong Dung), ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກໃຕ້ລາວ, ໄດ້ເຂົ້າວາງພວງມາລາ, ຖະຫວາຍທູບ-ທຽນທີ່ອະນຸສາວະລີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຢູ່ເມືອງ ປາກຊ່ອງ ແຂວງ ຈໍາປາສັກ.