ຫໍສະພາແຫ່ງຊາດ ລາວ ຫຼັງໃໝ່: ສັນຍາລັກແຫ່ງນ້ຳໃຈສາມັກຄີລະຫວ່າງ ຫວຽດນາມ - ລາວ
ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 26 – 29 ກັນຍາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມມອບໃຫ້ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ.