ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.
ຍສໝ - EVFTA ທີ່ຜົນສັກສິດແມ່ນໂອກາດທີ່ດີເພື່ອຊຸກຍູ້ການຮ່ວມມືອິນເດຍ - ອາຊຽນ - ໂອເຊຍເນຍ ນັ້ນແມ່ນ ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ທີ່ກອງປະຊຸມໃຫ້ແກ່ເອກອັກຄະລັດຖະທູດ, ຫົວໜ້າອົງການການທູດໃນກອງປະຊຸມສຸດຍອດການຄ້າ ແລະ ຕະຫຼາດນັດ,ວາງສະແດງສິນຄ້າ ອິນເດຍ - ອາຊຽນ - ໂອເຊຍເນຍ ທີ່ໄດ້ຈັດຕັ້ງຄັ້ງທຳດິດຢູ່ອິນເດຍ, ໃນຕອນເຊົ້າຂອງວັນທີ 4 ສິງຫາ 2020.
ຍສໝ - ທ່ານ ຫງວຽນແທງຢູ໊ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ວິສາຫະກິດດຳເນີນທຸລະກິດຢ່າງສະດວກ, ຍ້ອນການນຳໃຊ້ກົນຈັກເຂົ້າໃນຂົງເຂດກະສິກຳແມ່ນໜຶ່ງໃນບັນດາກຳນົດທິດພັດທະນາຂອງແຂວງເກີ່ນເທີ.
ຍສໝ - ເມື່ອທຽບໃສ່ກັບບັນດາຫຼັກການຂອງອົງການການຄ້າໂລກ WTO, RCEP ໄດ້ສົມທົບຢ່າງສົມດຸນບັນດາຄຳໝັ້ນສັນຍາ WTO+ ເພື່ອຫຼຸດລົງບັນດາຮົ້ວກີດຂວາງທາງການຄ້າຢູ່ເຂດຊາຍແດນ ແລະ ບັນດາມາດຕາເພີ່ມເຕີມຂອງ WTO ເພື່ອແນໃສ່ແກ້ໄຂບັນດາບັນຫາດ້ານນິຕິກຳລະຫວ່າງ ຊາຍແດນ.
ຍສໝ - ທ່ານ ໂດກ໊ວກຮຶງ ໄດ້ເນັ້ນໜັກວ່າ ຝ່າຍຫວຽດນາມພວມມານະພະຍາຍາມໜູນຊ່ວຍບັນດາວິສາຫະກິດສົ່ງອອກ - ນຳເຂົ້າ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດໃນປີ 2020.
ຍສໝ - ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ຫງວຽນວັນເຢົ່າ ກຳມະການສູນກາງພັກ, ຫົວໜ້າຄະນະທາງການທູດ ໄດ້ໃຫ້ການຕ້ອນຮັບທ່ານ Pranay Verma ເອກອັັກຄັດລັດຖະທູດອິນເດຍປະຈຳຫວຽດນາມ.
ຍສໝ - ທ່ານ P. Harish,ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສສ ຫວຽດນາມ ໄດ້ໃຫ້ຂໍ້ມູນວ່າ: ຕາມແຜນໃນປີ 2018 ນີ້, ສາຍການບິນ ຫວຽດເຈັດ (VietJet) ຈະສ້າງເສັ້ນທາງບິນ ໂດຍກົງ ຈາກນະຄອນ ໂຮ່ຈີ໋ມິງ ຫາ ນະຄອນ ນິວເດນລີ.