ສຳເລັດກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X
ແຕ່ວັນທີ 2 ເຖິງວັນທີ 8 ພຶດສະພາ 2018 ຜ່ານມາ, ທີ່ສຳນັກ ງານສູນກາງພັກ ນະຄອນຫຼວງ ວຽງຈັນ, ຄະນະບໍລິຫານງານ ສູນກາງພັກ ໄດ້ດຳເນີນກອງ ປະຊຸມຄົບຄະນະ ຄັ້ງທີ 6 ສະ ໄໝທີ X ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ.