ຍສໝ - ການປະກວດແມ່ນການເຄື່ອນໄຫວນອກຫຼັກສູດທີ່ມີຄວາມໝາຍ, ສ້າງກາລະໂອກາດໃຫ້ບັນດາຄູອາຈານສະແດງຄວາມສາມາດສື່ສານດ້ວຍພາສາຫວຽດນາມ ແລະ ແລກປ່ຽນ, ແບ່ງປັນຄວາມເຂົ້າໃຈ ແລະ ຄວາມຮັກແພງຕໍ່ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ.
ຍສໝ - ນີ້ແມ່ນປີທີສອງທີ່ກອງທຶນ ວື່ອາຢິງ ມອບທຶນການສຶກສາ 100 ທຶນໃຫ້ລູກນ້ອງຊາວຫວຽດນາມ ຢູ່ລາວ ເພື່ອຊ່ວຍພວກນ້ອງມີໂອກາດສືບຕໍ່ໄປຮຽນ ແລະພັດທະນາຕົນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.
ຍສໝ - ຫົວໃຈຂອງຊາວຫວຽດນາມ ຢູ່ຕ່າງປະເທດ ຍາມໃດກໍ່ມຸ່ງໄປເຖິງ ເຈື່ອງຊາ, ນຳມາຄວາມເອກອ້າງທະນົງໃຈທີ່ຈະຮ່ວມເດີນທາງພ້ອມກັບບ້ານເກີດເມືອງນອນໃນພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ.
ຍສໝ - ຕອນບ່າຍວັນທີ 5 ມີນາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ ພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ຍສໝ - ນັບແຕ່ເຂົ້າສູ່ການເຄື່ອນໄຫວ, ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ຢູ່ພາກກາງລາວ ໄດ້ສຸມໃສ່ການສິດສອນ ແລະ ຮ່ຳຮຽນ, ໂດຍສະເພາະແມ່ນການຮັກສາພາສາຫວຽດນາມ, ໃຫ້ແກ່ລຸ້ນຄົນຫວຽດນາມ ຢູ່ຕ່າງປະເທດ ແລະ ລູກຫຼານຊາວລາວ.
ຍສໝ - ທີ່ການພົບປະ, ເຮັດວຽກລະຫວ່າງການນຳຫວຽດນາມ - ລາວ - ກຳປູເຈຍ ເມື່ອບໍ່ດົນມານີ້, ຍາມໃດກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນ, ຝຶກອົບຮົມໃຫ້ແກ່ຊາວໜຸ່ມ, ການນຳຊາວໜຸ່ມ, ຊຸກຍູ້ການໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງເຖິງປະຊາຊົນທຸກຊັ້ນຂອງ 3 ປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະ ມູນຄ່າປະຫວັດສາດຂອງການຮ່ວມມືລະຫວ່າງ 3 ປະເທດ.
ຍສໝ - ຈັດຕັ້ງການແຂ່ງຂັນສອບຖາມ, ຈັດຕັ້ງສັບປະດາຮູບເງົາຫວຽດນາມ ແລະ ສັບປະດາອາຫານຫວຽດນາມ; ການເປີດຈຳໜ່າຍຊຸດສະແຕມລວມ ຫວຽດນາມ -ສີລັງກາ... ແມ່ນບັນດາການເຄື່ອນໄຫວທີ່ຈະດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສີລັງກາ (1970 – 2025).
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນພົວພັນທາງການທູດລະຫວ່າງ ຫວຽດນາມ - ເຢຍລະມັນ, ນັບແຕ່ວັນທີ 28 ກຸມພາ – 2 ມີນາ, ຢູ່ນະຄອນ Augsburg (ເຢຍລະມັນ), ສະມາຄົມ ຫວຽດນາມ - ເຢຍລະມັນ Swabia ແລະ ສະມາຄົມ ຫວຽດນາມ ຢູ່ Freising ( ເຢຍລະມັນ) ໄດ້ສົມທົບກັນຈັດຕັ້ງເຫດການໂຄສະນາວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ.
ຍສໝ - ຫວ່າງມໍ່ໆມານີ້, ສະມາຄົມໄທບ້ານ ບັກຢາງ ຢູ່ ສ.ເກົາຫຼີ ຫາກໍ່ຈັດຕັ້ງກອງປະຊຸມພົບປະໃນຕົ້ນປີຢູ່ນະຄອນ Incheon, ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ດ່າຫນັງ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ສົມທົບກັບສະຖານກົງສຸນໃຫຍ່ສະຫະພັນ ລັດເຊຍ ປະຈຳ ນະຄອນ ດ່າໜັງ ແລະ ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລ ດ່າໜັງ) ຈັດຕັ້ງງານບຸນອຳລາບຸນລະດູໜາວ - Maslenitsa. ເຫດການດັ່ງກ່າວໄດ້ດຶງດູດນັກສຶກສາ, ຄູອາຈານ ແລະ ພົນລະເມືອງ ລັດເຊຍ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນເປັນຈຳນວນຫຼວງຫຼາຍພ້ອມກັບເຂົ້າຮ່ວມ.
ຍສໝ - ວົງເງິນການຄ້າຫວຽດນາມ-ລາວ ໃນເດືອນມັງກອນ ປີ 2025 ໄດ້ຂະຫຍາຍຕົວຢ່າງແຂງແຮງ, ເພີ່ມຂຶ້ນ 66,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.
ຍສໝ - ສະຫາຍ ຮອງເລຂາຜູ້ປະຈຳການຄະນະພັກແຂວງ ເລວັນຮ້ຽວ ເນັ້ນໜັກວ່າ ການບຳລຸງສ້າງນັກຮຽນ, ນັກສຶກສາລາວ ແມ່ນໜ້າທີ່ການເມືອງສຳຄັນຂອງແຂວງ ຫາຍເຢືອງ.
ຍສໝ - ວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງການສຳມະນາວິທະຍາສາດ “ການທູດປະຊາຊົນໃນໄລຍະພັດທະນາໃໝ່ຂອງປະເທດ”, ໂດຍສຸມໃສ່ 3 ເນື້ອໃນໃຫຍ່ຄື: ສະພາບການໂລກ, ພາກພື້ນ ແລະຄວາມໝາຍແຝງຕໍ່ຫວຽດນາມ; ຫວຽດນາມ ໃນຍຸກໃໝ່; ຂໍ້ສະເໜີແນະຕໍ່ວຽກງານການທູດປະຊາຊົນ.
ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ຍສໝ - ໃນວັນທີ 26 ແລະ 27 ກຸມພາ, ອົງການ ChildFund ໄດ້ຜັນຂະຫຍາຍໂຄງການ “ໜູນຊ່ວຍການຟື້ນຟູຫຼັງພາຍຸ Yagi” ຢູ່ສອງເມືອງ ຫງວຽນບິ່ງ ແລະ ຮ່າກວາງ (ແຂວງ ກາວບັ່ງ). ໂຄງການດັ່ງກ່າວແມ່ນໄດ້ຮັບການປະຕິບັດດ້ວຍແຫຼ່ງທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າ ນິວຊີແລນ ຜ່ານ ChildFund New Zealand.
ຍສໝ - ລາງວັນປະດິດຄິດສ້າງ ອາຊີ ຂອງກອງທຶນ Hitachi ທົ່ວໂລກ ຫາກໍ່ໄດ້ປະກາດລາຍຊື່ນັກວິທະຍາສາດ 15 ທ່ານທີ່ຊະນະເລີດໃນປີ 2024, ໃນນັ້ນ ຫວຽດນາມ ໄດ້ຮັບລາງວັນໃຫຍ່ດີເລີດ 2 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ.
ຍສໝ - ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍຢຸດຕິການປະທະກັນໃນທັນທີ, ບໍ່ມີການກະທຳທີ່ເຄັ່ງຕຶງຂຶ້ນ, ໃຫ້ບຸລິມະສິດປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທໍາ.
ຍສໝ - ຫວຽດນາມ ຍາມໃດກໍ່ແມ່ນຈຸດໝາຍປາຍທາງການລົງທຶນຍຸດທະສາດຂອງບັນດາວິສາຫະກິດ ສ.ເກົາຫຼີ. ຄຽງຂ້າງຂົງເຂດການຜະລິດ, ປຸງແຕ່ງ, ກະແສທຶນການລົງທຶນຈາກ ສ.ເກົາຫຼີ ກໍາລັງເປີດກວ້າງ ໄປສູ່ຫຼາຍຂົງເຂດທີ່ມີທ່າແຮງ.
ຍສໝ - ຕອນຄ່ຳວັນທີ 28 ກຸມພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 65 ປີແຫ່ງວັນເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍເຂົ້າຮ່ວມພິທີມີທ່ານຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຮວິ່ງແທງເຍີນ ແລະ ກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ Ono Masuo.
ຍສໝ - ວັນທີ 25 ກຸມພາ 2025, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ຫວຽດນາມ ກ່ຽວກັບຊາວຫຽດນາມອາໄສຢູ່ຕ່າງປະເທດ ໄດ້ຮ່ວມເປັນປະທານໃນການເຮັດວຽກລະຫວ່າງສອງອົງການ ເພື່ອແນໃສ່ກວດກາຄືນໝາກຜົນການຜັນຂະຫຍາຍວຽກງານສົມທົບກັນໃນປີ 2024 ແລະ ແລກປ່ຽນ, ປຶກສາຫາລືກ່ຽວກັບໜ້າທີ່ທີ່ສຳຄັນໃນປີ 2025.