ການທູດວັກຊິນແມ່ນແນວໂຮມສຳຄັນ, ປະກອບສ່ວນເຂົ້າໃນການປະຕິບັດຍຸດທະສາດວັກຊິນຢ່າງມີໄຊ
ວັນທີ 13 ສິງຫາ ປີ 2021, ທ່ານນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງສ້າງຕັ້ງ ໜ່ວຍປະຕິບັດງານຂອງ ລັດຖະບານ ກ່ຽວກັບການທູດ ວັກຊິນ, ເພື່ອລະດົມທຸກແຫຼ່ງກຳລັງທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີວັກຊິນ ເພື່ອສາມາດຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ, ນຳການເຄື່ອນໄຫວເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິໃໝ່ໃນໄລຍະໄວເທົ່າທີ່ຈະໄວໄດ້.