ດອກບົວແມ່ນໜຶ່ງໃນບັນດາສັນຍາລັກທີ່ເປັນເອກະລັກສະເພາະຂອງເຂດດິນແດນ ດົງທາບ ຊືື່ງໄດ້ຮູ້ຈັກເຖິງແມ່ນມີບັນດາທົ່ງດອກບົວທີ່ກ້ວາງໃຫ່ຍໄພສານ. ໃນຊຸມປີທີ່ຜ່ານມາ, ຊາວກະສິກອນ ແລະ ທ້ອງຖິ່ນ ໄດ້ສ້າງ, ຂຸດຄົ້ນໄດ້ປະສິດທິຜົນດ້ານເສດຖະກິດຫຼາຍທົບຫຼາຍເທົ່າຈາກດອກບົວ ເມື່ອທຽວກັບການປູກເຂົ້າ. ມີ 20 ກ່ວາຜະລິດຕະພັນໄດ້ປຸງແຕ່ງຈາກຕົ້ນບົວ, ເປັນຕົ້ນແມ່ນ ບົວອົບເນີຍ, ນ້ຳນົມບົວ, ເຫຼົ້າບົວ, , ຊາຈາກບົວປະເພດຕ່າງໆ… ແລະ ຫຼາຍຄອບຄົວໄດ້ສ້າງຊີວິດການເປັນຢູເປັນປົກກະຕິຍ້ອນການປູກຕົ້ນບົວ.
ຍສໝ - ຕາມຂໍ້ມູນຂ່າວຈາກ ສູນ ອິນເຕີເນັດ (VNNIC) ຫວຽດນາມ, ວັນທີ 11 ຕຸລາ, ເຄື່ອງໝາຍການຄ້າ ຜະລິດຕະພັນກະເສດ ວິງລອງ ໄດ້ເກີດຂຶ້ນໃນອິນເຕີເນັດ, ຊ່ວຍລູກຄ້າສາມາດສຳຜັດຢ່າງງ່າຍດາຍ ຜ່ານເວັບໄຊທາງການ ຂອງບັນດາວິສາຫະກິດ, ຄອບຄົວດຳເນີນທຸລະກິດ, ສະຫະກອນຢູ່ທ້ອງຖິ່ນ…
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ຈີນ ຈະຈັດວາງບາງນະໂຍບາຍສະບັບໃໝ່ສຳລັບຜະລິດຕະພັນປະເພດກະເສດ, ປ່າໄມ້, ສິນໃນນ້ຳທີ່ສົ່ງອອກຈາກ ຫວຽດນາມ. ບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ບັນດາວິສາຫະກິດ, ນັກທຸລະກິດ ຕ້ອງມີຂັ້ນຕອນກະກຽມບັນດາເງື່ອນໄຂສົ່ງອອກເພື່ອຕອບສະໜອງບັນດາມາດຕະຖານຂອງຝ່າຍຈີນ ຢ່າງລະອຽດລະອໍ...