ຍສໝ - ພາຍຫຼັງການຜັນຂະຫຍາຍ “ຍຸດທະສາດ 90.000 ວຽກເຮັດງານທຳ” ໂດຍຄະນະຊາວໜຸ່ມ, ສະມາຄົມນັກສຶກສານະຄອນຮ່າໂນ້ຍ ປຸກລະດົມ, ໄດ້ມີຊາວໜຸ່ມ, ນັກສຶກສາ 90.656 ຄົນທີ່ມີວຽກເຮັດງານທຳ, ດ້ວຍການຮັບສະໝັກສຳເລັດ 289.674 ຄັ້ງ, ໄລ່ສະເລ່ຍຊາວໜຸ່ມຄົນໜຶ່ງຈະໄດ້ເຊື່ອມຕໍ່ກັບວຽກງານ 4 ຢ່າງທີ່ມີຄວາມເໝາະສົມ.
ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ກູບາ ຈັດຕັ້ງລາຍການຂໍ້ມູນຂ່າວສານທາງການທູດກ່ຽວກັບກູບາ.
ຍສໝ - ທີ່ການຕ້ອນຮັບ, ທ່ານ ເລກ໊ວກຟອງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ ທານີ ແສງຣັດ ຈະເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ ຂອງ ຊາວໜຸ່ມຫວຽດນາມ ມີເງື່ອນໄຂໄດ້ ສຳຜັດກັບວຽກງານຊາວໜຸ່ມຂອງໄທຕື່ມອີກ.
ສາຍພົວພັນໄມຕິຈິດມິດຕະພາບແບບພິເສດ ແລະ ຫາຍາກລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງດີງາມ, ການພົວພັນຂອງຄະນະຊາວໜຸ່ມສອງປະເທດກໍນັບມື້ນັບພັດທະນາຢ່າງໝັ້ນແກ່ນ. ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຕັ້ງໜ້າແບ່ງປັນປະສົບການ ແລະ ໜູນຊ່ວຍຄະນະຊາວໜູ່ມປະຊາຊົນປະຕິວັດລາວໃນການພັດທະນາວຽກງານຊາວໜຸ່ມ, ທັກສະຈັດຕັ້ງຂະບວນການກິດຈະກຳຕ່າງໆ ແລະ ພັດທະນາການຈັດຕັ້ງຂອງຄະນະຊາວໜຸ່ມ.