ກະກຽມລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນຕວນແອັງ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ເປັນຫົວໜ້າຄະນະໄປຢ້ຽມຢາມ ແລະ ເຮັດວຽກກັບເມືອງສະໝ້ວຍ, ແຂວງສາລະວັນ ແລະ ເມືອງນອງ, ເມືອງເຊໂປນ, ແຂວງສະຫວັນນະເຂດ, ສປປ ລາວ.